ຄາດ "Avengers: Endgame" ຍາວ 3 ຊົ່ວໂມງ ແນະນຳແຟນໆເຂົ້າຫ້ອງນໍ້າໃຫ້ສຸດ ແລ້ວຢຸດຢູ່ບ່ອນນັ່ງ!

ຍ້ອນກັບໄປເມື່ອປະມານ 2 ເດືອນກ່ອນ ຄລິບຕົວຢ່າງຂອງ “Avengers: Endgame” ໄດ້ສ້າງຄວາມຮືຮາໃຫ້ຄໍຮູບເງົາທົ່ວໂລກຢ່າງງ່າຍດາຍ ແຕ່ມັນຈະບໍ່ຢຸດຢູ່ພຽງເທົ່ານັ້ນຢ່າງແນ່ນອນ ເພາະຫຼ້າສຸດ ຮູບເງົາຊູເປີຮີໂຣແຫ່ງຄ້າຍມາເວລເລື່ອງນີ້ອາດຈະສ້າງປາກົດການສູ່ວົງການຮູບເງົາໂລກອີກຄັ້ງ ເມື່ອຄວາມຍາວຂອງຮູບເງົາອາດມີຫຼາຍເຖິງ 3 ຊົ່ວໂມງເລີຍ.
ສອງອ້າຍນ້ອງ ໂຈ ແລະ ແອນໂທນີ ຣຸດໂຊ ຜູ້ກຳກັບຮູບເງົາເລື່ອງ Avengers: Endgame ໄດ້ໃຫ້ສຳພາດຫຼ້າສຸດກັບເວັບໄຊ Collider ແລະ ຢືນຢັນວ່າ ເລື່ອງລາວຂອງເຫຼົ່າອະເວນເຈີໃນພາກນີ້ຈະມີຄວາມຍາວລວມປະມານ 3 ຊົ່ວໂມງ ເຊິ່ງກໍສອດຄ່ອງກັບຖ້ອຍຄຳທີ່ ໂຈ ຣຸດໂຊ ເຄີຍກ່າວເອົາໄວ້ເມື່ອປາຍປີກ່ອນວ່າ ການຕັດຕໍ່ຮູບເງົາເລື່ອງນີ້ຖືເປັນຄວາມຍາກທີ່ພວກເຂົາຕ້ອງພິສູດຕົວເອງ. ຫຼາຍຄົນອາດມີເຄື່ອງໝາຍຄຳຖາມເກີດຂຶ້ນໃນຫົວທັນທີວ່າ ຄ້າຍຮູບເງົາຈະຍອມ ຫຼື ບໍ... ແຕ່ເບິ່ງຄືວ່າດິສນີກໍບໍ່ໄດ້ອອກມາຊີ້ແຈງວ່າຕ້ອງການເວີຊັນທີ່ສັ້ນກວ່ານີ້ແຕ່ຢ່າງໃດ.
ໂຈ ແລະ ແອນໂທນີ ຣຸດໂຊ / ພາບ: GettyImages
ໂຈ ຣຸດໂຊ ເຜີຍວ່າ ຕົນເອງຄິດວ່າສະຕູດິໂອຈະເຫັນພ້ອງວ່າເນື້ອເລື່ອງທີ່ດີທີ່ສຸດຄືຫຍັງ ເປັນແບບໃດ ເຊິ່ງຫຼັງຈາກທົດສອບໃຫ້ຜູ້ຊົມບາງກຸ່ມໄດ້ຊົມ ກໍໄດ້ຮັບການຕອບຮັບທີ່ດີເລີດ. ຮູບເງົາກຳລັງເຮັດໜ້າທີ່ຂອງມັນໄດ້ເປັນຢ່າງດີ ທີມງານທຸກຄົນຮູ້ສຶກດີຫຼາຍໆ ແລະ ຍັງຄົງເຮັດວຽກໜັກຕໍ່ໄປ ເພາະງານຂອງພວກເຂົາຍັງຄົງບໍ່ສຳເລັດລົງ.
ຫຼາຍໄປກວ່ານັ້ນລາວຍັງກ່າວວ່າ Endgame ຄືຈຸດສູງສຸດຂອງຮູບເງົາຈຳນວນ 22 ເລື່ອງຂອງຈັກກະວານມາເວລ ເຊິ່ງມີເລື່ອງລາວຫຼວງຫຼາຍມະຫາສານ. ໂຈ ຣຸດໂຊ ອະທິບາຍຕໍ່ວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຕ້ອງເລົ່າເລື່ອງລາວທີ່ຊັບຊ້ອນ ແລະໃນຂະນະດຽວກັນກໍຕ້ອງການເຫດການທີ່ເຕັມໄປດ້ວຍອາລົມຄວາມຮູ້ສຶກຂອງເຫຼົ່າຕົວລະຄອນ ເຊິ່ງລາວຮູ້ສຶກວ່າ ນີ້ຈະເປັນ 3 ຊົ່ວໂມງອັນຄຸ້ມຄ່າແນ່ນອນ. ທາງດ້ານ ແອນໂທນີ ຣຸດໂຊ ກໍມາບອກເລົ່າເລື່ອງອ້ອມສາຍທົດສອບປະຕິກິລິຍາຜູ້ຊົມເຊິ່ງເຮັດໄປແລ້ວ 4 ເທື່ອ ເຊິ່ງໃນ 3 ເທື່ອທຳອິດບໍ່ມີໃຜລຸກໄປເຂົ້າຫ້ອງນ້ຳລະຫວ່າງທີ່ຮູບເງົາສາຍແມ່ນແຕ່ຄົນດຽວ!
ແລະ ຫາກວ່າ Avengers: Endgame ມີຄວາມຍາວ 3 ຊົ່ວໂມງແທ້ໆ ນີ້ຈະເປັນຮູບເງົາໃນຈັກກະວານມາເວລທີ່ມີຄວາມຍາວຫຼາຍທີ່ສຸດ ທຳລາຍສະຖິຕິເກົ່າຂອງ Avengers: Infinity War ກັບຕົວເລກ 149 ນາທີ. ໃນຂະນະທີ່ຮູບເງົາຈາກບັນດາຄ້າຍຮູບເງົາອື່ນໆ ທີ່ຢູ່ໃນລຳດັບຕົ້ນໆ ກໍມີທັງ Blade Runner 2049 ເຊິ່ງມີຄວາມຍາວ 163 ນາທີ ໃນຂະນະທີ່ Interstellar ນັ້ນຍາວເຖິງ 169 ນາທີ.
ມາລຸ້ນກັນດີກວ່າວ່າທ້າຍທີ່ສຸດແລ້ວ Avengers: Endgame ຈະມີຄວາມຍາວເທົ່າໃດ ເຂົ້າສາຍທົ່ວໂລກໃນປາຍເດືອນເມສານີ້.
ຂໍຂອບໃຈ
ຂໍ້ມູນ : Chanon B. / sanook!