ວັນອັງຄານ ທີ 28 ພະຈິກ 2023

ຂໍ້ຫ້າມ 9 ຂໍ້ ຂອງຄົນລາວບູຮານ ເວລາໄປງານສົບ ຫຼື ສົ່ງສະການຄົນຕາຍ

ຂໍ້ຫ້າມ 9 ຂໍ້ ຂອງຄົນລາວບູຮານ ເວລາໄປງານສົບ ຫຼື ສົ່ງສະການຄົນຕາຍ

ຂໍ້ຫ້າມຂອງຄົນບູຮານ ທີ່ຮຸ່ນປູ່ຍ່າຕານາຍເຖົ້າແກ່ ອາວຸໂສເພິ່ນເຄີຍຫ້າມກັນວ່າ “ຄະລຳ” ເຊິ່ງໝາຍເຖິງ ການຫຼີກລ່ຽງບໍ່ເຮັດໃນສິ່ງດັ່ງກ່າວນັ້ນ, ຖ້າຜູ້ໃດຂືນເຮັດໄປກໍຈະເຮັດໃຫ້ມີອັນເປັນໄປ ໄດ້ແກ່ຄວາມເຈັບໄຂ້ໄດ້ພະຍາດ ຈົນເຖິງຂັ້ນເສຍຊີວິດ ກໍມີ. ສິ່ງທີ່ຊາວບູຮານຫ້າມນັ້ນມີຫຼາກຫຼາຍ ໃນບົດນີ້ຜູ້ຂຽນຈະນຳສະເໜີເຫດຜົນຂອງການຫ້າມກ່ຽວກັບການໄປຮ່ວມງານສົບ ຫຼື ສົ່ງສະການຄົນຕາຍທັງໝົດ 9 ຂໍ້ຄື:

  1. ຫ້າມບໍ່ໃຫ້ຄົນຖືພາ ໄປງານສົ່ງສະການ ເພາະຊາວບູຮານເຊື່ອວ່າຜີຈະມາເອົາຂວັນເດັກນ້ອຍຢູ່ໃນທ້ອງໄປ. ການທີ່ຊາວບູຮານ ຫ້າມນັ້ນມີເຫດຜົນຍ້ອນວ່າ ແມ່ມານເປັນຜູ້ທີ່ອຸ້ມທ້ອງ ເຮັດໃຫ້ມີຄວາມລຳບາກໃນການຍ່າງ ເວລາໄປຕື່ນຕົກໃຈ ເຮັດໃຫ້ມີຜົນກະທົບດ້ານລົບຕໍ່ເດັກໃນທ້ອງ.
  2. ຫ້າມຄົນເປັນປະຈຳເດືອນໄປງານສົບ ເພາະເຊື່ອວ່າຜີເຫັນເລືອດໄຫລອອກມາ ແລ້ວຜີຈະເອົາຂວັນຜູ້ນັ້ນໄປຢູ່ນຳ. ເລື່ອງນີ້ຕ້ອງນຶກເຖິງຄົນສະໄໝບູຮານຍັງບໍ່ທັນມີຜ້າອະນາໄມຮອງ ຄືປັດຈຸບັນນີ້, ດັ່ງນັ້ນຜູ້ເປັນປະຈຳເດືອນຕ້ອງໄດ້ຢູ່ເຮືອນ ຈົນກວ່າເລືອດທີ່ອອກມາຫວິດແລ້ວ ຈຶ່ງໄປຫາສັງຄົມໄດ້ ເຊິ່ງບໍ່ແມ່ນຫ້າມສະເພາະ ແຕ່ງານສົບເທົ່ານັ້ນ ງານອື່ນໆກໍຫ້າມເຊັ່ນກັນ.
  3. ຫ້າມຍ້ອງດອກໄມ້ຢູ່ເຮືອນສົບວ່າງາມ ເພາະເປັນລາງວ່າຢາກໄດ້ແລ້ວກໍຈະເຮັດໃຫ້ມີອັນເປັນໄປ. ແຕ່ຄວາມເປັນຈິງ ດອກໄມ້ທີ່ຢູ່ໃນງານສົບນັ້ນເປັນສັນຍະລັກບອກວ່າ ຊີວິດຂອງຄົນເຮົາກໍຈະຫ່ຽວໄປຕາມການເວລາ ແລະ ຖ້າຍ້ອງວ່າງາມ ພໍ່ແມ່ພີ່ນ້ອງຜູ້ຕາຍກໍຈະບໍ່ດີໃຈ.
  4. ຫ້າມຕໍ່ທຽນຈາກຜູ້ອື່ນ ເວລາໄປຈູດສົບ ຂໍ້ນີ້ເປັນປິດສະໜາທຳວ່າດ້ວຍ ການເກີດ, ການກະທຳ, ການຕາຍ ເປັນເລື່ອງຂອງບຸກຄົນເຮົາຕ້ອງເຮັດດ້ວຍຕົນເອງ. ດັ່ງນັ້ນ ການຈູດໄຟກໍຄືຊີວິດ ຕ້ອງເຮັດໃຫ້ຮຸ່ງໃສດ້ວຍຕົວເຮົາເອງ.
  5. ຫ້າມຄົນທີ່ບໍ່ສະບາຍ ໄປງານສົບ ເພາະເຊື່ອວ່າ ຂວັນອ່ອນຜີຈະເອົາໄປໄດ້ງ່າຍ. ໃນຄວາມເປັນຈິງແລ້ວ ຜູ້ບໍ່ສະບາຍ ບໍ່ວ່າອະດີດ ຫຼື ປັດຈຸບັນກໍບໍ່ສົມຄວນ.
  6. ຫ້າມຫົວສຽງດັງ ເພາະເຊື່ອວ່າງານສົບແມ່ນງານທີ່ມີຄວາມສຸກຂອງຜີ ຖ້າຫາກໃຜຫົວສຽງດັງ ຜີຈະຄິດວ່າເປັນພວກດຽວກັບມັນ. ເມື່ອເຮົາອ່ານແລ້ວ ກໍເຮັດໃຫ້ເຮົານຶກເຫັນວ່າ ຜີນັ້ນມີຕົວຕົນ ແລະ ຢູ່ໃກ້ໆກັບຕົວເຮົາ ແຕ່ຄວາມເປັນຈິງແລ້ວການທີ່ເພິ່ນຫ້າມແມ່ນຍ້ອນເຫດຜົນທີ່ວ່າງານສົບນັ້ນເປັນງານໂສກເສົ້າ, ໄວ້ອາໄລ, ເຕັມໄປດ້ວຍຄວາມຄິດຮອດຄິດເຖິງຂອງຍາດພີ່ນ້ອງຜູ້ຍັງມີຊີວິດຢູ່ ການທີ່ເຮົາຈະໄປຫົວສຽງແຮງໃນງານສົບກໍຈະເປັນການບໍ່ໃຫ້ກຽດພີ່ນ້ອງ ຫຼື ບາງທີອາດຄິດໄປວ່າເປັນການໄປເຢາະເຢີ້ຍກໍເປັນໄດ້ ເຊິ່ງເປັນການບໍ່ສົມຄວນ.
  7. ຫ້າມເອົາອາຫານ ທີ່ເປັນເສັ້ນ, ເປັນເຄືອໄປກິນ ຫຼື ເຮັດໃນງານສົບ ເພາະເຊື່ອ ວ່າຈະເຮັດໃຫ້ມີການສືບທອດການຕາຍໄປສູ່ຄົນອື່ນໆໃນຄອບຄົວ. ໃນຄວາມເປັນຈິງ ອາຫານທີ່ເປັນເສັ້ນໄດ້ແກ່ເຂົ້າປຸ້ນ, ໝີ່, ເຝີ ໃນ ເມື່ອກ່ອນນັ້ນບໍ່ມີຂາຍຕາມທ້ອງຕະຫຼາດ ຕ້ອງໄດ້ເຮັດເອງ ເຊິ່ງໃຊ້ເວລາດົນ ຈຶ່ງເປັນອາຫານທີ່ບໍ່ເໝາະສົມ ສຳລັບງານສົບທີ່ເຕັມໄປດ້ວຍຄວາມໂສກເສົ້າ.
  8. ຫ້າມນໍາອາຫານ ໃນງານສົບກັບບ້ານເດັດຂາດ ເພາະເຊື່ອວ່າຜີຈະນຳໄປເອົາຄືນ. ເລື່ອງນີ້ຕ້ອງເຂົ້າໃຈເຖິງສະພາບວ່າ ງານສົບນັ້ນເປັນງານທີ່ທຸກຄົນຕ້ອງເອົາເຄື່ອງຢູ່ຂອງກິນ ຫຼື ເຂົ້າສານໄປຊ່ວຍຍາດພີ່ນ້ອງຜູ້ຍັງຢູ່ ບໍ່ແມ່ນໄປເອົາອາຫານນຳເພິ່ນມາກິນ. ຜູ້ຂຽນເບິ່ງເຫັນວ່າ ຜູ້ຄິດຂໍ້ຫ້າມຂໍ້ນີ້ເຂົ້າໃຈເຖິງ ນິດໄສຄົນລາວທີ່ມັກເອົາຂອງກິນຢູ່ເຮືອນບຸນຕ່າງໆ ກັບເມືອເຮືອນຂອງຕົນເອງ ເພື່ອບໍ່ໃຫ້ເກີດກັບງານສົບ.
  9. ເວລາເຜົາສົບແລ້ວ ຫ້າມຫຼຽວຫຼັງໄປເບິ່ງສົບ ເພາະເຊື່ອວ່າຈະເຮັດໃຫ້ຜູ້ຕາຍບໍ່ໄດ້ໄປເກີດ ເຊິ່ງຂໍ້ຫ້າມຂໍ້ນີ້ເປັນປິດສະໜາທຳວ່າ ດ້ວຍການຮ້ອງໄຫ້ລຳພັນ ຫາຜູ້ຕາຍນັ້ນບໍ່ມີປະໂຫຍດ ຫຍັງເຮົາຕ້ອງດຳເນີນຊີວິດໄປຕໍ່ ແລະ ເປັນການເຕືອນວ່າ ການຕາຍບໍ່ສາມາດເອົາຫຍັງໄປໄດ້ ແມ່ນແຕ່ພີ່ນ້ອງ ກໍຍ່າງໜີ. ດັ່ງນັ້ນ ກ່ອນຕາຍ ຄວນເຮັດດີ ທຳດີ ຈະມີຄຸນຄວາມດີໄວ້ໃຫ້ລູກຫຼານສືບທອດ ດັ່ງນີ້ເປັນຕົ້ນ.

ຂໍ້ຫ້າມທັງໝົດນີ້ຊາວລາວບູຮານຫ້າມດ້ວຍເຫດ ແລະ ຜົນ ແຕ່ບໍ່ມີການອະທິບາຍຂະຫຍາຍຄວາມພຽງແຕ່ເອົາຄວາມຕາຍມາອ້າງ, ດັ່ງນັ້ນ ຜູ້ສຶກສາຕ້ອງທຳຄວາມເຂົ້າໃຈເອງ. ເມື່ອຜ່ານຫຼາຍຟ້າຫຼາຍປີ, ຫຼາຍສະໄໝ, ເຮັດໃຫ້ຜູ້ບໍ່ໄດ້ສຶກສາ ບໍ່ມີຄວາມເຂົ້າໃຈກໍມັກເຊື່ອວ່າ ຊາວບູຮານຫ້າມບໍ່ມີເຫດຜົນ, ເວົ້າວ່າຄົນບູຮານເຊື່ອຖືງົມງວາຍ ແລະ ບໍ່ສົນໃຈໃຝ່ຮູ້, ບໍ່ສຶກສາໃຫ້ເຂົ້າໃຈເນື້ອແທ້ຂອງພູມປັນຍາ. ດັ່ງນັ້ນ, ທາງທີ່ດີຄົນຮຸ່ນໃໝ່ທີ່ຄິດວ່າມີຄວາມຮູ້ ບໍ່ງົມງວາຍ ຈົ່ງສຶກສາໃຫ້ເຂົ້າໃຈແຈ້ງ ຕໍ່ບັນຫາດັ່ງກ່າວນີ້.

(ຄຳພຸດ ເທບພະນົມ)

Advertisement Replay Ad
ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 6 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 6 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 5 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 5 ກໍລະກົດ 2023 ຕາມແຕ່ລະວັນເກີດ

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ