ເຊັກຊີລະດັບສິບ! “ມ໋ອດ ແພງພັນ” ສາວລາວຄົນໃໝ່ ໃນລາຍການ Take Me Out Thailand

ມາອີກແລ້ວ “ມ໋ອດ ແພງພັນ” ສາວລາວຄົນໃໝ່ທີ່ໄດ້ໄປຮ່ວມລາຍການ Take Me Out Thailand.
ເຊື່ອວ່າຄົນລາວຫຼາຍໆຄົນກໍຄົງຈະໄດ້ພາກັນຕິດຕາມລາຍການ Take Me Out Thailand ລາຍການເລືອກຄູ່ຊື່ດັງຈາກປະເທດໄທ. ຜ່ານມາມີສາວໆຫຼາຍຄົນຈາກປະເທດລາວທີ່ໄດ້ແຈ້ງເກີດ ແລະ ມີຊື່ສຽງໂດ່ງດັງຈາກການໄປຮ່ວມລາຍການດັ່ງກ່າວ ເຊັ່ນ ສາວນູ່ນີ່ ເປັນຕົ້ນ.
ແລະ ມື້ນີ້ ເຮົາຈະພາມາເບິ່ງສາວລາວອີກໜຶ່ງຄົນ ທີ່ໄດ້ໄປຮ່ວມໃນລາຍການດັ່ງກ່າວ ນັ້ນກໍ່ຄືສາວ “ມ໋ອດ ແພງພັນ” ທີ່ນອກຈາກຈະງາມແລ້ວ ຮູບຮ່າງຍັງຖືວ່າເຊັກຊີລະດັບສິບກັນເລີຍ! ສ່ວນວ່າສາວ ມ໋ອດ ຈະໄດ້ຄູ່ເປັນໜຸ່ມຄົນໃດນັ້ນ ຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ສາວລາວຄົນນີ້ໃນລາຍການ Take Me Out Thailand ກັນເດີ້.
ຂໍຂອບໃຈ
ພາບ : Phengphanh Sengdala