ໄດ້ໄປຫຼືບໍ່! ເທດສະການ Lao HipHop Festival 2019 ເວທີແຂ່ງຂັນທີ່ມີຫຼາຍກວ່າການແຂ່ງຂັນ!

ໃຜທີ່ໄດ້ໄປຮ່ວມງານ Lao HipHop Festival 2019 ເມື່ອວັນເສົາທີ 2 ກຸມພາ ທີ່ຜ່ານມາ ຕ່າງກໍຕ້ອງບອກເປັນສຽງດຽວກັນວ່າ “ຂົນໜາວແຕກ” ເພາະບັນດາໄວໜຸ່ມ ສິລະປິນລາວ ແລະ ຕ່າງປະເທດ ຕ່າງກໍພາກັນງັດຄວາມສາມາດອອກມາແຂ່ງຂັນກັນຢ່າງເຕັມທີ່ ແບບບໍ່ມີໃຜຍອມໃຜເລີຍ.
ເທດສະການຮິບຮັອບລາວ ຫຼື Lao HipHop Festival ຈັດຂຶ້ນປີນີ້ເປັນປີທີ 3 ແລ້ວ ເຊິ່ງແຕ່ລະປີກໍຈະມີກິດຈະກຳຫຼັກໆຄື ການແຂ່ງຂັນເຕັ້ນ, ການສະແດງພົ່ນສີ ຫຼື ກຣາຟິຕີ, ການແຂ່ງຂັນຮ້ອງເພງແຣັບ, ການແຂ່ງຂັນ Free Running, ແລະ ອື່ນໆ ເຊິ່ງຈຸດປະສົງຂອງແຕ່ລະກິດຈະກຳແມ່ນເພື່ອສົ່ງເສີມ ແລະ ພັດທະນາທັກສະທາງດ້ານສິລະປະ-ດົນຕີ ຂອງໄວໜຸ່ມລາວ ໃຫ້ພວກເຂົາໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ນອກຈາກຄົນລາວແລ້ວ ງານດັ່ງກ່າວກໍ່ຍັງເປີດກວ້າງໃຫ້ກັບນັກແຂ່ງຂັນຈາກນານາຊາດໄດ້ເຂົ້າຮ່ວມ ເພື່ອແລກປ່ຽນປະສົບການເຊິ່ງກັນ ແລະ ກັນອີກດ້ວຍ. ປີນີ້ມີຜູ້ເຂົ້າແຂ່ງຂັນຈາກຫຼາຍປະເທດເຂົ້າຮ່ວມ ບໍ່ວ່າຈະເປັນປະເທດ ຍີ່ປຸ່ນ, ມາເລເຊຍ, ມຽນມາ, ໄທ ແລະ ຫວຽດນາມ.
ການສະແດງພົ່ນສີ ຫຼື ກຣາຟິຕີ
ການແຂ່ງຂັນ Free Running
ສ່ວນໃຜທີ່ຢາກຮູ້ວ່າມີທີມໃດໄດ້ລາງວັນຫຍັງແດ່, ມື້ນີ້ ມ່ວນ ໃຈດີ ມາສະຫຼຸບໃຫ້ເບິ່ງຢູ່ດ້ານລຸ່ມນີ້ເລີຍ!
ການແຂ່ງຂັນເຕັ້ນປະເພດທີມ: ລາງວັນທີ 1 ຕົກເປັນຂອງທີມ Planet Rock ຈາກປະເທດໄທ, ສ່ວນລາງວັນທີ 2 ໄດ້ແກ່ທີມ OG-Kidz ແລະ ລາງວັນທີ 3 ໄດ້ແກ່ທີມ Blacklist.
ທີມ Planet Rock
ລາງວັນພິເສດ Popular Vote ທີ່ໃຫ້ຜູ້ມາຮ່ວມງານຄັດເລືອກທີມທີ່ຕົນເອງມັກທີ່ສຸດ ແລະ ລາງວັນນັ້ນຈະເປັນໃຜບໍ່ໄດ້ນອກຈາກທີມ Blacklist ນັ້ນເອງ!
ການແຂ່ງຂັນເຕັ້ນ All-Style Battle 2 ຕໍ່ 2: ລາງວັນທີ 1 ໄດ້ແກ່ທີມ KOB ຈາກປະເທດມາເລເຊຍ ແລະ ລາງວັນທີ 2 ໄດ້ແກ່ Dongdok MyOwn.
ທີມ KOB ຈາກ ມາເລເຊຍ
ການແຂ່ງຂັນເຕັ້ນ B-Boy Battle 2 ຕໍ່ 2: ລາງວັນທີ 1 ໄດ້ແກ່ທີມ 11Highlow ຈາກປະເທດໄທ.
ທີມ 11Highlow ຈາກໄທ
ການແຂ່ງຂັນ Free Running ມີ 2 ປະເພດຄື: ປະເພດ Free Style ລາງວັນຊະນະເລີດໄດ້ແກ່ຜູ້ເຂົ້າແຂ່ງຂັນຈາກຫວຽດນາມ ແລະ ປະເພດ Speed Run ລາງວັນຊະນະເລີດໄດ້ແກ່ຜູ້ເຂົ້າແຂ່ງຂັນຈາກມຽນມາ.
ຖືວ່າເປັນອີກກິດຈະກຳດີໆອັນໜຶ່ງ ທີ່ຊ່ວຍສົ່ງເສີມ ແລະ ພັດທະນາຄວາມສາມາດຂອງໄວໜຸ່ມລາວ, ເຮັດໃຫ້ພວກເຂົາມີຄວາມກ້າສະແດງອອກ. ສ່ວນຄົນທີ່ພາດໂອກາດ ບໍ່ໄດ້ໄປຮ່ວມງານດັ່ງກ່າວ ສາມາດກົດເຂົ້າເບິ່ງວີດິໂອພາບບັນຍາກາດຂອງງານໄດ້ ທີ່ນີ້ ເລີຍ!
ຂໍຂອບໃຈ
ຂໍ້ມູນ : Lao HipHop Festival