ດັ່ງນາງພະຍາ! "ຫຼິງຫຼິງ ປິຍະດາ" ຈັດເຕັມຊຸດໃຫຍ່ ຖ່າຍແບບຮັບປີໃໝ່ຈີນ ຈົນແຟນຄລັບອ້າປາກຄ້າງ

ຍັງມີມາເລື້ອຍໆສຳລັບເທຣນໃສ່ຊຸດຈີນຖ່າຍແບບໃນໄລຍະເທດສະການກຸດຈີນ ເຊິ່ງສາວ "ຫຼິງຫຼິງ ປິຍະດາ" ກໍໄດ້ໂພສຮູບຂອງຕົນເອງລົງໃນໄອຈີ ຈັດເຕັມໃນຊຸດແດງແຮງລິດ ເຮັດເອົາແຟນໆສະທ້ານໃນຄວາມງາມດັ່ງກັບນາງພະຍາ.
ໂດຍຊູດດັ່ງກ່າວຈັດເຕັມທັງເຄື່ອງນຸ່ງ ແລະ ເຄື່ອງຫົວ ແນມເບິ່ງແລ້ວຄິດວ່າແມ່ນຮອງເຮົາ ດ້ວຍການຈິກຕາກ້ອງແຕກ ອິນເນີມາເຕັມແບບສິບເຕັມສິບ.
ງານນີ້ແຟນໆຕ່າງກໍມາຄອມເມັ້ນສະແດງຄວາມເຫັນກັນເປັນຈຳນວນຫຼາຍ ບາງສ່ວນກໍວ່າ ຕະລຶງໃນຄວາມງົດງາມຂອງນາງ ແລະ ບາງສ່ວນກໍເວົ້າວ່າ ຍອມກັບຄວາມປັງ ສ່ວນທີມມ່ວນເວົ້າໄດ້ພຽງຄຳດຽວວ່າ ຂໍຄາລະວະແດ່ແຟຊັນເຊັດຊຸດນີ້ ນາງມາເພື່ອດັບແສງຂອງຄົນອື່ນແທ້ໆ.
ຂໍຂອບໃຈ
ພາບ : IG: lingpiyadar