ໄຂຂໍ້ຂ້ອງໃຈ ເປັນຫຍັງໜຸ່ມໆຈຶ່ງຍ່ຽວຍາກ ຫຼັງຈາກມີຫຍັງກັນ?

ເຊື່ອວ່າຜູ້ຊາຍຫຼາຍຄົນຄົງຈະເຄີຍສົງໄສວ່າ ເປັນຫຍັງຫຼັງສຳເລັດກິດຈະກຳກັບແຟນ ພໍໄປຫ້ອງນ້ຳ ແລ້ວຈຶ່ງຍ່ຽວບໍ່ຄ່ອຍອອກ ເລື່ອງນີ້ທາງການແພດກໍມີຄຳອະທິບາຍ.
ທ່ານ ກຳປະນາດ ພອນຍົດໄກ ສັນຍະແພດລະບົບປັດສາວະ ໂຮງໝໍມະຫາຣາດນະຄອນສີທຳຣາດ ເຈົ້າຂອງ page ໃຫ້ຄວາມຮູ້ກ່ຽວກັບການເບິ່ງແຍງສຸຂະພາບເພດຊາຍ Sarikahappymen ໂພສຂໍ້ຄວາມວ່າ:
ປົກກະຕິຢ່າງທີ່ຫຼາຍຄົນຄົງຮູ້ກັນວ່າທໍ່ຍ່ຽວເຮົານັ້ນ ມັນໃຊ້ຊ່ອງທາງລຳລຽງດຽວກັນລະຫວ່າງຍ່ຽວກັບອະສຸຈິ. ແຕ່ເວລາຈະໃຊ້ ມັນກໍມີຕົວຄວບຄຸມປິດເປີດຢູ່ດ້ານໃນ ເຮັດໃຫ້ມັນບໍ່ອອກມາພ້ອມກັນ. ດັ່ງນັ້ນເຮົາຈຶ່ງບໍ່ເຄີຍຍ່ຽວແຕກເວລາສຳເລັດ ແລະກໍບໍ່ເຄີຍມີນ້ອງອະສຸຈິອອກມາເວລາຍ່ຽວນັ້ນເອງ ເພາະວ່າທຳມະຊາດມັນມີກ້າມຊີ້ນທີ່ເຮັດໜ້າທີ່ດັ່ງກ່າວປິດຢູ່.
ກົນໄກ ຄື ເວລາເຮົາມີກິດຈະກຳ ພໍເຖິງເວລາຈະເຖິງຈຸດນັ້ນ ກ້າມເນື້ອທີ່ເອີ້ນວ່າ Internal Sphincter ກໍຈະປັ້ນເພື່ອປິດຮູຍ່ຽວ ຫຼື ປະຕູພົກຍ່ຽວ ເພື່ອບໍ່ໃຫ້ຍ່ຽວມັນອອກມາ ແລະ ສີດອະສຸຈິອອກມານອກຮ່າງກາຍແທນ ເຊິ່ງພໍສຳເລັດຮຽບຮ້ອຍແລ້ວ ທຸກຢ່າງກໍຈະກັບສູ່ປົກກະຕິ.
ແຕ່ບາງຄັ້ງ ພາຍຫຼັງງສຳເລັດ ໜຸ່ມໆ ຫຼາຍຄົນອາດຈະຮີບໄປຍ່ຽວ ເຊິ່ງກໍອາດຍ້ອນປວດຍ່ຽວແທ້ ຫຼື ເປັນຄວາມເຊື່ອທີ່ຈະຕ້ອງລ້າງລຳກ້ອງ. ແຕ່ພໍໄປຢືນຍ່ຽວ ຊໍ້າພັດບໍ່ຄ່ອຍອອກ ຫຼື ອອກມາເລັກນ້ອຍ ຈົນຫຼາຍຄົນຕົກໃຈ ຄິດວ່າຖືກຂອງແລ້ວ. ກໍຍ້ອນເຫດຜົນອັນນີ້ລະ ຄືມາໄວໄປ ກ້າມຊີ້ນປິດເປີດມັນຄາຍຕົວບໍ່ທັນ ເລີຍເຮັດໃຫ້ຍ່ຽວອອກມາບໍ່ໄດ້ ຕ້ອງໃຊ້ເວລາຈັກໜ້ອຍ. ແຕ່ກໍຖືເປັນປົກກະຕິກົນໄກທຳມະຊາດ ບໍ່ຕ້ອງກັງວົນຫຍັງ.
ກໍໄດ້ຮູ້ຂໍ້ມູນກັນໄປແລ້ວ ບາດນີ້ກໍບໍ່ຕ້ອງກັງວົນກັບອາການດັ່ງກ່າວ ເພາະມັນເປັນປົກກະຕິທຳມະຊາດຂອງຮ່າງກາຍນັ້ນເອງ.