ປະໂຫຍດຂອງການຊ້ອມມວຍ ດີຕໍ່ທັງສຸຂະພາບກາຍ ແລະ ໃຈ

ສະບາຍດີເພື່ອນໆຊາວ Pepper ທຸກຄົນ ກັບມາພົບກັນເປັນປະຈຳທຸກມື້ເຊັ່ນເຄີຍກັບເລື່ອງລາວສາລະດີໆ; ສຳລັບບົດຄວາມນີ້ເຮົາຈະຂໍພາທຸກທ່ານມາແນະນຳໃຫ້ຮູ້ຈັກປະໂຫຍດຂອງການອອກກຳລັງກາຍດີໆ ດ້ວຍການຊົກມວຍເຖິງວ່າຫຼາຍຄົນຈະຄິດວ່າ ມວຍເປັນກີລາທີ່ອັນຕະລາຍທີ່ເປັນສາເຫດໃຫ້ສະໝອງໄດ້ຮັບການກະທົບກະເທືອນ ແຕ່ການຊ້ອມມວຍທີ່ບໍ່ຕ້ອງໄປຕີກັບໃຜແທ້ ໆ ເຊັ່ນການເຕະຕີກະສອບຊາຍ ຫຼື ການລໍ້ເປົ້າກໍມີປະໂຫຍດຕໍ່ຮ່າງກາຍຫຼວງຫຼາຍ ເຊິ່ງຈະມີປະໂຫຍດແນວໃດແດ່ນັ້ນເຮົາລອງມາເບິ່ງກັນເລີຍ.
1. ຊ່ວຍໃນເລື່ອງສະມາທິ ຫຼຸດຄວາມເຄັ່ງຕຶງ ແລະ ຄວາມວິຕົກກັງວົນ
ການອອກກຳລັງກາຍນັ້ນສາມາດຊ່ວຍໃນເລື່ອງອາລົມໄດ້ດີຢູ່ແລ້ວ ເພາະລະຫວ່າງທີ່ເຮົາອອກກຳລັງກາຍນັ້ນຮ່າງກາຍຈະຫຼັ່ງຮໍໂມນເອນໂດຣຟິນເຊິ່ງເປັນຮໍໂມນແຫ່ງຄວາມສຸກອອກມາ ເຮັດໃຫ້ເຮົາຮູ້ສຶກດີມີຄວາມສຸກຫຼາຍຂຶ້ນ. ນອກຈາກນີ້ສິ່ງທີ່ທ່ານຄວນຮູ້ຄື ການອອກກຳລັງກາຍດ້ວຍການຊ້ອມມວຍນັ້ນເປັນການອອກກຳລັງກາຍແບບທີ່ເຂັ້ມຂຸ້ນສູງ ແລະ ຕ່ຳສະຫຼັບກັນໄປ. ໄລຍະທີ່ມີຄວາມເຂັ້ມຂຸ້ນສູງນັ້ນກໍຄື ຕອນທີ່ທ່ານອອກອາວຸດໄດ້ປ່ອຍໝັດ ຫຼື ໄດ້ເຕະ ເຊິ່ງເໝືອນເຮົາໄດ້ປົດປ່ອຍພະລັງລະບາຍອາລົມໄປນຳ. ສ່ວນໄລຍະທີ່ມີຄວາມເຂັ້ມຂຸ້ນຕ່ຳກໍຄືຕອນທີ່ເຮົາຟຸດເວີກ ຈົດໆຈ້ອງໆກຽມພ້ອມທີ່ຈະອອກອາວຸດນັ້ນເອງ ເຊິ່ງໄລຍະນີ້ຄືໄລຍະທີ່ເຮົາຕ້ອງໃຊ້ສະມາທິ. ດັ່ງນັ້ນບໍ່ວ່າຈະເປັນໄລຍະເວລາໃດຂອງການຊ້ອມມວຍກໍຈະເປັນເວລາທີ່ໃຊ້ສະມາທິສູງ ທ່ານຈຶ່ງບໍ່ມີເວລາທີ່ຈະໄປຄິດເລື່ອງອື່ນ.
2. ຝຶກໃຫ້ຮ່າງກາຍຂອງເຮົາມີປະຕິກິລິຍາໂຕ້ຕອບທີ່ວ່ອງໄວ
ການຊ້ອມມວຍນັ້ນເປັນການຝຶກໃຫ້ຮ່າງກາຍຂອງເຮົາມີຄວາມສຳພັນລະຫວ່າງຕາ, ສະໝອງ ແລະ ກ້າມຊີ້ນສ່ວນທີ່ກ່ຽວຂ້ອງກັບການເຄື່ອນໄຫວໄດ້ຢ່າງດີເລີດ ເຊິ່ງສົ່ງຜົນດີຕໍ່ການໃຊ້ຊີວິດປະຈຳວັນເຮົາອີກດ້ວຍ ເພາະຄົນທີ່ໄວ ຫຼື ມີປະຕິກິລິຍາໂຕ້ຕອບທີ່ດີຄວນໝາຍຄວາມເຖິງການເປັນຄົນທີ່ມີຄວາມກະຕືລືລົ້ນ ຄ່ອງແຄ້ວ. ທີ່ເປັນເຊັ່ນນັ້ນກໍເພາະການຊ້ອມມວຍຈຳເປັນຈະຕ້ອງເສີມສ້າງກ້າມຊີ້ນໃຫ້ແຂງແຮງທຸກສ່ວນຂອງຮ່າງກາຍບໍ່ວ່າຈະເປັນແຂນ, ຂາ ຫຼື ກ້າມທ້ອງ ເປັນຕົ້ນ. ລະຫວ່າງຝຶກມວຍຈະຕ້ອງມີສະມາທິ ຕາຈະຕ້ອງໄວ ຕ້ອງມີການອອກອາວຸດທີ່ວ່ອງໄວ, ເຄື່ອນທີ່ວ່ອງໄວ ສາມາດຫຼົບຫຼີກການໂຈມຕີຂອງຄູ່ຕໍ່ສູ້ໄດ້ດີ.
3. ເປັນການຝຶກຄວາມແຂງແຮງຂອງຮ່າງກາຍໂດຍລວມ
ກີລາມວຍເປັນກີລາທີ່ໂຫດທົນຫົດຫຼາຍຫຼາຍ ຈຶ່ງຈຳເປັນຕ້ອງອາໄສການຝຶກຮ່າງກາຍຂອງເຮົາໃຫ້ແຂງແຮງທຸກສັດສ່ວນທັງທ່ອນເທິງ, ທ່ອນກາງ ແລະ ທ່ອນລຸ່ມ ເພາະໃນການຊົກມວຍແທ້ໆນັ້ນຂາຂອງທ່ານຈະຕ້ອງໄວ ມີຟຸດເວີກທີ່ດີຕະຫຼອດໄລຍະເວລາທີ່ຢູ່ເທິງສັງວຽນເພື່ອທີ່ຈະສາມາດເຄື່ອນໄຫວໄດ້ຢ່າງຄອ່ງແຄ້ວ ມີໄລຍະກາງລຳຕົວທີ່ແຂງແຮງທີ່ສາມາດຮັບການໂຈມຕີຈາກການອອກອາວຸດຂອງຄູ່ຕໍ່ສູ້ໄດ້ ແລະ ມີແຂນທີ່ຊົງພະລັງເພື່ອເອົາໄວ້ອອກອາວຸດທີ່ມີພະລັງໃນການໂຈມຕີສູງ. ໃນການຊ້ອມມວຍຈຶ່ງຈຳເປັນທີ່ທ່ານຈະຕ້ອງໃຫ້ຄວາມສຳຄັນກັບຄວາມແຂງແຮງຂອງຮ່າງກາຍທຸກສ່ວນນັ້ນເອງ.
4. ເພີ່ມປະສິດທິພາບການເຮັດວຽກງານຂອງຫົວໃຈ ແລະ ຫຼອດເລືອດ
ການຊ້ອມມວຍນັ້ນໄດ້ຊື່ວ່າເປັນການອອກກຳລັງກາຍທີ່ຫຼິ້ນເຮົາເອົາເມື່ອຍຫອບເລີຍລພ ຈຶ່ງຖືໄດ້ວ່າເປັນອີກໜຶ່ງຊະນິດກີລາທີ່ຊ່ວຍໃຫ້ເຮົາມີປອດທີ່ໃຫຍ່ຂຶ້ນ ສາມາດກະຕຸ້ນການເຮັດວຽກງານຂອງຫົວໃຈ ແລະ ຫຼອດເລືອດໄດ້ດີ. ເພາະການທີ່ຈະເຮັດເຊັ່ນນັ້ນໄດ້ເຮົາຈະຕ້ອງອອກກຳລັງກາຍໃຫ້ຫົວໃຈ ແລະ ປອດມີຄວາມເຄັ່ງຕຶງໃນລະດັບປານກາງເຊິ່ງການຊ້ອມມວຍນັ້ນຈັດໃຫ້ທ່ານໄດ້ທຸກມື້ຢູ່ແລ້ວ. ການຊ້ອມມວຍເປັນປະຈຳຈຶ່ງເຮັດໃຫ້ຫົວໃຈ ແລະ ປອດຂອງທ່ານເຮັດວຽກໄດ້ດີຂຶ້ນສົ່ງຜົນໃຫ້ລະບົບການໄຫຼວຽນເລືອດທົ່ວຮ່າງກາຍເປັນໄປໄດ້ຢ່າງມີປະສິດທິພາບນັ້ນເອງ.
ນີ້ກໍຄື 4 ປະໂຫຍດເນັ້ນໆທີ່ທ່ານຈະໄດ້ຮັບຈາກການຝຶກຊ້ອມມວຍເຊິ່ງທ່ານອາດບໍ່ເຄີຍຮູ້ມາກ່ອນ ເຊິ່ງນັ້ນເຮັດໃຫ້ຕອນນີ້ການຝຶກມວຍເປັນອີກໜຶ່ງເທຣນການອອກກຳລັງກາຍທີ່ກຳລັງມາແຮງທີ່ກະທັ້ງສາວໆທີ່ຢາກມີຫຸ່ນດີ ຫຼື ເຊເລັບສາວຫຼາຍຄົນໃຫ້ຄວາມສົນໃຈ. ແລ້ວເຮົາຜູ້ຊາຍແທ້ໆຈະພາດການຊ້ອມມວຍເຊິ່ງເປັນກີລາແມນໆແບບນີ້ໄດ້ແນວໃດ?
ຂໍຂອບໃຈ
ຂໍ້ມູນ : Pepperrrr.net