ທິມ ຄຸກ CEO ຂອງ ແອັບເປິ້ນ ຍອມຮັບ ໄອໂຟນຍອດຂາຍຕົກ ຍ້ອນລາຄາແພງ

ຍອດຂາຍ iPhone ເບິ່ງຈະເປັນເລື່ອງທີ່ໜ້າໜັກໃຈຂອງ Apple ເພາະເມື່ອວັນອັງຄານທີ່ຜ່ານມາທາງບໍລິສັດໄດ້ກໍ່ການປະກາດເຖິງຜົນປະກອບການຂອງປີ 2019 ທີ່ປິດລົງເມື່ອວັນທີ 29 ທັນວາທີ່ຜ່ານມາວ່າບໍ່ເປັນທີ່ໜ້າພໍໃຈເທົ່າໃດ.
ຈາກການຄາດຄະເນຂອງ Strategy Analytics Apple ໜ້າຈະມີການຂາຍ iPhone ຢູ່ທີ່ 65.9 ລ້ານເຄື່ອງ ໃນໄຕມາດທຳອິດຂອງປີ 2019 ເຊິ່ງຕົວເລກດັ່ງກ່າວນັ້ນຫຼຸດລົງເຖິງ 15% ເມື່ອທຽບກັບໄຕມາດທຳອິດໃນປີ 2018 ເຊິ່ງສາເຫດຂອງຍອດຂາຍທີ່ຫຼຸດລົງກໍຄາດວ່າໜ້າຈະເປັນເພາະຄວາມຕ້ອງການໃນຕະຫຼາດຫຼຸດລົງ.
ສ່ວນທາງ Apple ເອງກໍຍອມຮັບວ່າຍອດຂາຍ iPhone ໃນໄລຍະໄຕມາດດັ່ງກ່າວຫຼຸດລົງແທ້ເມື່ອທຽບເປັນລາຍປີ. ການຈັດສົ່ງ iPhone ທົ່ວໂລກຫຼຸດລົງຢ່າງວ່ອງໄວເນື່ອງຈາກລາຄາຂາຍທີ່ສູງຂຶ້ນ ພ່ວງດ້ວຍບວກກັບໄຈທາງດ້ານເສດຖະກິດຂອງແຕ່ລະປະເທດ, ຄ່າເງິນ, ສົງຄາມການເມືອງ, ຄູ່ແຂ່ງຢ່າງ Huawei ແລະນະໂຍບາຍປ່ຽນແບັດເຕີຣີທີ່ເຮັດໃຫ້ອາຍຸການໃຊ້ງານ iPhone ດົນຂຶ້ນ ຈຶ່ງສົ່ງຜົນໃຫ້ຄວາມຕ້ອງການສິນຄ້າໃນຕະຫຼາດຫຼຸດລົງ.
ໃນຂະນະທີ່ Apple ບໍ່ໄດ້ລາຍງານຍອດຂາຍ iPhone ຕໍ່ໜ່ວຍທີ່ຊັດເຈນໃນໄຕມາດທຳອິດຂອງປີນີ້ ແຕ່ທາງບໍລິສັດກໍໄດ້ເປີດເຜີຍຕົວເລກອື່ນໆ ເຖິງການຊື້ iPhone ທີ່ມີຍອດສູງເຖິງ 900 ລ້ານໜ່ວຍ ລວມທັງ iPad ແລະ Mac ທີ່ປັດຈຸບັນນີ້ມີຍອດຂາຍ 1.4 ພັນລ້ານໜ່ວຍ.
ດ້ານ ທິມ ຄຸກ (Tim Cook) CEO ຂອງ Apple ເຊື່ອວ່າ ລາຄາເປັນປັດໄຈສຳຄັນທີ່ສົ່ງຜົນຕໍ່ການຊື້ iPhone ເຮັດໃຫ້ຍອດຂາຍຕ່ຳກວ່າທີ່ຄາດຄະເນໄວ້. ນອກຈາກນີ້ Apple ຍັງປະກາດໃນມື້ດຽວກັນວ່າ ອາດຈະມີການປັບຫຼຸດລາຄາ iPhone ລົງເພື່ອຮັບມືກັບຄວາມຜັນຜວນຂອງຄ່າເງິນໃນບາງປະເທດອີກດ້ວຍ.
ຂໍຂອບໃຈ
ຂໍ້ມູນ : Beartai