ເພງ "ນິລັນດອນ" ຖືກນຳມາຂັບຮ້ອງເປັນເວີຊັນດ່ຽວ ໂດຍ "ໂຈໂຈ້ Miracle"

ເພງ ນິລັນດອນ ທີ່ຮ້ອງໄວ້ໂດຍ ຕ່າຍ ອໍຣະໄທ ແລະ ໜຸ່ມ ໂຈໂຈ້ Miracle ຖືເປັນເວີຊັນຄູ່ທີ່ດີທີ່ສຸດຢູ່ແລ້ວ ແລະ ເມື່ອວັນທີ 29 ມັງກອນທີ່ຜ່ານມານີ້ ທາງຊ່ອງ ต่าย อรทัย OFFICIAL ໄດ້ເຜີຍແຜ່ບົດເພງ ນິລັນດອນ ໃນເວີຊັນຂອງ ໂຈໂຈ້ ທີ່ຮ້ອງຄົນດຽວ.
ທັງນີ້ ບົດເພງ ນິລັນດອນ ເປັນຜົນງານການຮ້ອງຮ່ວມລະຫວ່າງສິລະປິນໄທ ແລະ ລາວ ເພື່ອສານສຳພັນສອງຝັ່ງຂອງ ໂດຍໃນສ່ວນຂອງວິດິໂອປະກອບເພງກໍໄດ້ນາງງາມລາວຢ່າງ ນຸ້ຍ - ສຸພາພອນ ສົມວິຈິດ ມິສຢູນິເວີສລາວ 2017 ແລະ ໜຸ່ມ ຈອມ - ສະຣຸດ ສຸວັນພັກດີ ນັກສະແດງຊາວໄທ ມາສະແດງເປັນນາງເອກ ແລະ ພະເອກຂອງເອັມວີ.
ເພງນິລັນດອນ ເວີຊັນຮ້ອງຄູ່ຖືກປ່ອຍອອກມາໃຫ້ຟັງກັນເມື່ອວັນທີ 12 ພະຈິກ 2018 ມາຮອດຕອນນີ້ມີຄົນເຂົ້າເບິ່ງຜ່ານທາງຢູທູບແລ້ວເກືອບ 8 ລ້ານເທື່ອ.