ບັນຍາກາດງານເປີດຕົວຮູບເງົາ "ດອກຈຳປາບານ" ຢູ່ ສປ ຈີນ ທີ່ "ໝໍແນ່ງ ຈັນດາລີ" ສະແດງເປັນນາງເອກ

ຮູບເງົາເລື່ອງ “ດອກຈໍາປາບານ” ເປັນຮູບເງົາຕ່າງປະເທດໜຶ່ງໃນ 36 ເລື່ອງເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ສາຍໃນໂຮງຮູບເງົາຈີນໃນປີ 2019 ແລະ ເປັນເລື່ອງທຳອິດ ທີ່ຖ່າຍທອດເຖິງຄວາມຮັກສອງຊາດ ເປັນຮູບເງົາ ຕ້ອນຮັບພະນະທ່ານ ສີຈິ້ນຜິງ ໃນກອງປະຊຸມສອງຊາດຮ່ວມມື ໜຶ່ງແລວທາງ ໜຶ່ງເສັ້ນທາງ ໃນປີຜ່ານມາ ໂດຍໄດ້ເຂົ້າສາຍທຸກໂຮງຮູບເງົາ ຢູ່ທີ ສປ ຈີນ ແລ້ວເມືອວັນທີ 18 ມັງກອນ 2019, ເຊິ່ງຮັບບົດສະແດງນໍາໂດຍ ຈັນດາລີ ສິດພະໄຊ (ແນ່ງ) ແລະ ມາຈຶລົ້ວ (ນັກສະແດງຈີນ) ແລະ ມື້ນີ້, ທີມງານກໍ່ໄດ້ເກັບກໍາພາບບັນຍາກາດງານເປີດຕົວຮູບເງົາເລື່ອງນີ້ຢູ່ທີ່ ສປ ຈີນ ມາໃຫ້ເບິ່ງກັນ.
ຮູບເງົາເລື່ອງ ດອກຈຳປາບານ ສ່ວນໃຫຍ່ແມ່ນຖ່າຍຢູ່ລາວ ໂດຍມີການຖ່າຍຢູ່ຫຼາຍເມືອງເຊັ່ນ: ນະຄອນຫຼວງວຽງຈັນ, ວັງວຽງ, ຫຼວງພະບາງ ແລະ ບາງສ່ວນແມ່ນຖ່າຍຢູ່ໃນຈີນເຊັ່ນ ຄຸນໝິງ ແລະ ໄຕ້ຫວັນ.
ຮູບເງົາເລື່ອງນີ້ບໍ່ແມ່ນເລົ່າເຖິງພຽງແຕ່ຄວາມຮັກຂອງບ່າວສາວເທົ່ານັ້ນ ແຕ່ເປັນເລົ່າລື່ອງລາວຕັ້ງແຕ່ສະໄໝເກີດສົງຄາມ ໂດຍມີທະຫານຈີນເຂົ້າມາຊ່ວຍລາວ ແລ້ວເກີດຄວາມຮັກກັບແມ່ເຖົ້າຂອງນາງເອກ. ແຕ່ດ້ວຍເຫດສຸດວິໄສ ພໍ່ເຖົ້າເຊິ່ງເປັນທະຫານຈີນໄດ້ບອກໃຫ້ແມ່ເຖົ້າຖ້າຢູ່ກ້ອງຕົ້ນຈຳປາ ແມ່ເຖົ້າກໍ່ຖ້າແລ້ວຖ້າອີກ ແຕ່ຍ້ອນອຸບັດເຫດຈາກສົງຄາມ ໄດ້ເຮັດໃຫ້ພໍ່ເຖົ້າ ແລະ ແມ່ເຖົ້າພັດພາກຈາກກັນ ເຮັດໃຫ້ແມ່ນາງເອກຄຽດແຄ້ນໃຫ້ຄົນຈີນວ່າ ຄົນຈີນ ບໍ່ຮັກສາສັນຍາ. ຈົນມາຕົກມາສະໄໝຂອງ ລູກສາວ ຜູ້ເປັນນາງເອກ ທີ່ເປັນຜູ້ນຳທ່ຽວ ທີ່ຖືກໜຸ່ມຈີນຕົກຫຼຸມຮັກ ແຕ່ຊໍ້າພັດຖືກກີດກັນຈາກແມ່ ເພາະແມ່ຄຽດວ່າພໍ່ ບໍ່ກັບມາ ຄົນຈີນບໍ່ຮັກສາສັນຍາ ຢ້ານລູກສາວເສຍໃຈຄືກັບແມ່ເຖົ້າ.
ແຕ່ໃນທີ່ສຸດພະເອກ ຈີນ ກໍ່ຕາມຫາພໍເຖົ້າພົບ ໂດຍພໍ່ເຖົ້າກໍ່ຊອກຫາແມ່ເຖົ້າມາຕະຫຼອດແຕ່ຍ້ອນບາດເຈັບ ແລະ ບ້ານເກົ່າ ກາຍເປັນວັດ ເຮັດໃຫ້ ພໍ່ເຖົ້າມາຫາກໍ່ບໍ່ພົບ. ກ່ອນໝົດລົມຫາຍໃຈ ເພິ່ນຝາກກ່ອງອັນໜຶ່ງມາກັບພະເອກ ກ່ອງນັ້ນເຕັມໄປດ້ວຍດອກຈຳປາທີ່ແຫ່ວແຫ້ງ ເຊິ່ງພໍ່ເຖົ້າເກັບໄວ້ໃຫ້ແມ່ຜູ້ເປັນລູກສາວ ໃນທຸກວັນຄົບຮອບວັນເກີດລູກສາວ (ແມ່ນາງເອກ ). ເມື່ອພະເອກຊອກຮູ້ຄວາມຈິງ ຈຶ່ງນຳເອົາກະດູກ ແລະ ກ່ອງຂອງຂວັນໃຫ້ແມ່ ແມ່ຈິ່ງຮູ້ຄວາມຈິງ ແລະ ຮ້ອງໄຫ້ ແລະ ເລີ່ມເຫັນໃຈ ແລະ ອີ່ຕົນພະເອກ.
ຂໍຂອບໃຈ