ຮູ້ຈັກຝຸ່ນ PM 2.5 ທີ່ມາພ້ອມມົນລະພິດທາງອາກາດ ຜົນກະທົບທີ່ມີຕໍ່ສຸຂະພາບ ພ້ອມວິທີການປ້ອງກັນ

ກຳລັງກາຍເປັນປະເດັນທີ່ສັງຄົມໃຫ້ຄວາມສົນໃຈ ໂດຍສະເພາະຜູ້ທີ່ຈະເດີນທາງໄປນະຄອນຫຼວງຂອງໄທຢ່າງ ບາງກອກ ນັ້ນກໍຄືເລື່ອງຂອງຄຸນນະພາບອາກາດທີ່ເຂົ້າຂັ້ນວິກິດຢ່າງໜັກ ໂດຍເມື່ອຕົ້ນປີທີ່ຜ່ານມາຈົນຮອດປັດຈຸບັນນີ້ ລະດັບຝຸ່ນຂະໜາດນ້ອຍໃນອາກາດທີ່ເອີ້ນວ່າ PM 2.5 ໄດ້ເພີ່ມປະລິນມານຂຶ້ນເກີນລະດັບເກີນຄ່າມາດຕະຖານ ແລະ ສາມາດສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ທີ່ຮັບເອົາຝຸ່ນນີ້ເຂົ້າໄປໃນຮ່າງກາຍໄດ້.
ພາບ: https://pixabay.com/en/transportation-downtown-bangkok-1572349/
ມື້ນີ້ Muan ຈະພາຜູ້ອ່ານໄປຮູ້ຈັກນຳກັນວ່າ ຝຸ່ນດັ່ງກ່າວນີ້ແມ່ນຫຍັງ, ສົ່ງຜົນກະທົບແນວໃດຕໍ່ຮ່າງກາຍ ລວມທັງວິທີປ້ອງກັນ.
ຝຸ່ນ PM 2.5 ເປັນສານພິດທີ່ແນມບໍ່ເຫັນ ບໍ່ມີກິ່ນ ແຕ່ເປັນອັນຕະລາຍຕໍ່ສຸຂະພາບຢ່າງໜັກ ສາມາດເຂົ້າສູ່ຮ່າງກາຍຜ່ານທາງດັງ ເປັນສາເຫດຂອງພະຍາດມະເຮັງປອດ, ພະຍາດຫົວໃຈຂາດເລືອດ, ພະຍາດຫຼອດເລືອດໃນສະໝອງ ແລະ ພະຍາດທີ່ກ່ຽວຂ້ອງກັບລະບົບຫາຍໃຈ.
ທີ່ເອີ້ນວ່າ PM 2.5 ແມ່ນຍ້ອນຝຸ່ນດັ່ງກ່າວມີຂະໜາດເສັ້ນຜ່າສູນກາງບໍ່ເກີນ 2.5 ໄມຄຣອນ ຫຼື ໄມໂຄຣແມັດ (micrometer) ຖ້າຄິດພາບບໍ່ອອກໃຫ້ຄິດເຖິງເສັ້ນຜົມເສັ້ນໜຶ່ງ ເຊິ່ງໂດຍທົ່ວໄປມີເສັ້ນຜ່າສູນກາງປະມານ 70 ໄມຄຣອນ ເຊິ່ງ PM 2.5 ນີ້ມີເສັ້ນຜ່າສູນກາງນ້ອຍກວ່າເສັ້ນຜົມເກືອບ 30 ເທົ່າ (ເບິ່ງຮູບປະກອບລຸ່ມນີ້).
ພາບ: https://www.epa.gov/pm-pollution/particulate-matter-pm-basics
ໂດຍທົ່ວໄປແລ້ວຝຸ່ນມົນລະພິດນີ້ເກີດຈາກການເຜົາໄໝ້ຂອງນໍ້າມັນເຊື້ອໄຟຈາກຍານພາຫະນະ, ການເຜົາວັດສະດຸໃນການກະສິກຳ, ໄຟໄໝ້ປ່າ ແລະ ຂະບວນການທາງອຸດສາຫະກຳ. ຝຸ່ນນີ້ສາມາດເຂົ້າໄປຮອດຖົງລົມໃນປອດໄດ້ ເປັນຜົນໃຫ້ເກີດພະຍາດໃນລະບົບຫາຍໃຈ ແລະ ພະຍາດປອດຕ່າງໆ ຫາກໄດ້ຮັບໃນປະລິມານຫຼາຍ ຫຼື ເປັນເວລາດົນນານຈະສະສົມໃນເນື້ອປອດ ເຮັດໃຫ້ການເຮັດວຽກຂອງປອດເສື່ອມປະສິດທິພາບລົງ ສົ່ງຜົນໃຫ້ເປັນຫຼອດລົມອັກເສບ ແລະ ມີອາການກອບຫືດ.
ສຳລັບໃນໄທ ໄດ້ມີການຈັດລະດັບຄຸນນະພາບອາກາດອອກເປັນ 5 ລະດັບຕັ້ງແຕ່ 0-201 ເຊິ່ງຖ້າຄ່າດັ່ງກ່າວຫາກສູງເກີນກວ່າ 100 ແລ້ວ ນັ້ນສະແດງວ່າຄວາມເຂັ້ມຂຸ້ນຂອງມົນລະພິດທາງອາກາດມີຄ່າເກີນມາດຕະຖານ ແລະ ຄຸນນະພາບຂອງອາກາດໃນເວລານັ້ນຈະເລີ່ມສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ.
ພາບ: http://air4thai.pcd.go.th/webV2/aqi_info.php
ທັງນີ້ເມື່ອຄຸນນະພາບຂອງອາກາດເກີນຄ່າມາດຕະຖານ (ກາຍ 100) ຂໍ້ແນະນຳທີ່ຄົນທົ່ວໄປຄວນເຮັດປະກອບມີ:ຄວນເຝົ້າລະວັງສຸຂະພາບ ຖ້າມີອາການເບື້ອງຕົ້ນເຊັ່ນ: ໄອ, ຫາຍໃຈລຳບາກ, ເຄືອງຕາ ຄວນຫຼຸດໄລຍະເວລາການເຮັດກິດຈະກຳກາງແຈ້ງ ຫຼື ໃຊ້ອຸປະກອນປ້ອງກັນຕົນເອງຫາກມີຄວາມຈຳເປັນ (ໃສ່ໜ້າກາກອະນາໄມຊະນິດ N95 ທີ່ສາມາດປ້ອງກັນຝຸ່ນ ແລະ ເຊື້ອພະຍາດທີ່ນ້ອຍກວ່າ 0.3 ໄມຄຣອນ ສ່ວນໜ້າກາກອະນາໄມແບບທົ່ວໄປທີ່ເຮົາມັກໃຊ້ກັນແມ່ນບໍ່ສາມາດປ້ອງກັນໄດ້). ຜູ້ທີ່ຕ້ອງເບິ່ງແຍງຕົນເອງເປັນພິເສດຄວນຫຼຸດໄລຍະເວລາເຮັດກິດຈະກຳກາງແຈ້ງ ຫຼື ໃຊ້ອຸປະກອນປ້ອງກັນຕົນເອງຫາກມີຄວາມຈຳເປັນ, ຖ້າມີອາການທາງສຸຂະພາບເຊັ່ນ: ໄອ, ຫາຍໃຈຍາກ, ຕາອັກເສບ, ແໜ້ນໜ້າເອິກ, ປອດຫົວ, ຫົວໃຈເຕັ້ນບໍ່ປົກກະຕິ, ປວດຮາກ, ອ່ອນເພຍ ຄວນຟ້າວປຶກສາແພດ.
ແຕ່ຖ້າຄຸນນະພາບອາກາດຫາກເພີ່ມຂຶ້ນຢູ່ໃນເຂດແດງຄືຕັ້ງແຕ່ 201 ຂຶ້ນໄປແລ້ວ ທຸກຄົນຄວນຫຼີກເວັ້ນກິດຈະກຳກາງແຈ້ງທຸກຊະນິດ, ຫຼີກລ້ຽງພື້ນທີ່ທີ່ມີມົນລະພິດທາງອາກາດສູງ ຫຼື ໃຊ້ອຸປະກອນປ້ອງກັນຕົນເອງດັ່ງທີ່ບອກໄວ້ຂ້າງເທິງຫາກກມີຄາມຈຳເປັນ ແລະ ຖ້າມີອາການທາງສຸຂະພາບ ຄວນຮີບຟ້າວປຶກສາແພດ.
ແລ້ວໃນລາວເດ ມີການວັດແທກຄຸນນະພາບຂອງອາກາດ ຫຼື ບໍ່?
ສຳລັບໃນລາວມີການຕິດຕາມກວດກາຄຸນນະພາບມົນລະພິດທາງອາກາດເຊິ່ງດຳເນີນໂດຍຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍເນັ້ນໃສ່ບັນດາໂຕວັດແທກເປົ້າໝາຍ ເຊັ່ນ: ຄາບອນມໍນັອກໄຊ (CO), ໄນໂຕຣເຈນໄດອັອກໄຊ (NO2), ຊັນເຟີໄດອັອກໄຊ (SO2), ຝຸ່ນລະອອງລວມ (TSP), PM-10 (ຝຸ່ນລະອອງທີ່ຂະໜາດນ້ອຍກວ່າ 10 ໄມຄຣອນ), ໂອໂຊນ (O3) ແລະ ຊືນ (Pb). ແນວໃດກໍຕາມ ນີ້ເປັນໂຕວັດແທກເປົ້າໝາຍທີ່ມາດຕະຖານແຫ່ງຊາດກ່ຽວກັບສິ່ງແວດລ້ອມໄດ້ກຳນົດໃຫ້ມີການວັດແທກ ໃນເລື່ອງຂອງຄຸນນະພາບຂອງອາກາດ ເຊິ່ງບໍ່ປາກົດເຫັນ PM 2.5 ແລະ ບໍ່ພົບຂໍ້ມູນຈາກແຫຼ່ງໃດຈາກທາງການເຜີຍແຜ່ອອກມາທາງອອນລາຍ.
ສ່ວນຂໍ້ມູນຫຼ້າສຸດທີ່ເຮົາສາມາດຫາມາໄດ້ ເປັນຂໍ້ມູນປະລິມານ PM 2.5 ໂດຍສະເລ່ຍ ໃນປີ 2016 ຈາກອົງການອະນາໄມໂລກ (WHO) ເຊິ່ງໃນຕອນນັ້ນພາກເໜືອຂອງລາວແມ່ນມີ PM 2.5 ຢູ່ໃນລະດັບທີ່ສົ່ງຜົນກະທົບຕໍ່ສຸຂະພາບ (ປະມານ 26-35 ໄມໂຄຣກຣາມຕໍ່ອາກາດ 1 m3). ສ່ວນຂໍ້ມູນປະເມີນຫຼ້າສຸດໃນປີ 2018 ບໍ່ມີຂໍ້ມູນຂອງປະເທດລາວແຕ່ຢ່າງໃດ. ສາມາດເບິ່ງລາຍລະອຽດທົງໝົດໄດ້ທີ່ນີ້: http://maps.who.int/airpollution/.
ຂໍຂອບໃຈ
ພາບ : Pixabay