ໄວໜຸ່ມຫ້າມພາດ! ເທດສະການ Lao HipHop Festival 2019 ກຽມພ້ອມລະເບີດຄວາມມ່ວນ 2 ກຸມພາ ນີ້!

ກັບມາອີກຄັ້ງກັບ ເທດສະການ ຮິບຮັອບ ລາວ ຫຼື Lao HipHop Festival 2019 ທີ່ພ້ອມຈະລະເບີດຄວາມມ່ວນ ໃນວັນທີ 2 ກຸມພາ 2019 ນີ້ ຢູ່ທີ່ສູນການຄ້າ ພາກຊັນ (Parkson Laos Shopping Mall). ພາຍໃນງານຈະມີກິດຈະກຳ, ການສະແດງ, ແລະ ການແຂ່ງຂັນຫຼາກຫຼາຍຢ່າງ. ງານຈະເລີ່ມຕັ້ງແຕ່ 3 ໂມງແລງ ເປັນຕົ້ນໄປ, ສາມາດເຂົ້າຮ່ວມຟຣີ!
ສຳລັບເທດສະການ ຮິບຮັອບ ລາວ ຫຼື Lao HipHop Festival ຈັດຂຶ້ນປີນີ້ ເປັນປີທີ 3 ແລ້ວ. ຈຸດປະສົງຂອງງານ ແມ່ນເພື່ອສົ່ງເສີມກິດຈະກຳໄວໝຸ່ມລາວໃຫ້ນັບມື້ນັບຂະຫຍາຍຕົວ, ພັດທະນະສີມື ທາງດ້ານສິລະປະວັດທະນະທຳແບບປະສົມປະສານ ຫຼື ເອີ້ນວ່າສິລະປະສະໄໝໃໝ່ ທີ່ເຮັດໃຫ້ໄວໜຸ່ມຫັນມາໃຊ້ເວລາຫວ່າງຂອງຕົນໃຫ້ເປັນປະໂຫຍດ. ງານດັ່ງກ່າວໄດ້ຮວບຮວມເອົາຮູບແບບຂອງ ວັດທະນະທຳ ຮິບຮັອບ ອັນເປັນທີ່ຮູ້ຈັກຂອງຄົນທົ່ວໂລກ ເຊິ່ງລວມມີ 4 ກິດຈະກຳຫຼັກ ເຊັ່ນ: ການເຕັ້ນ (BBOY), ຮ້ອງເພງແລບ (MC), ຜົນສີຕາມຝາຜະໜັງ (GRAFFITI), ດີເຈ (DEEJAY) ມາສ້າງເປັນເທດສະການການແຂ່ງຂັນ ແລະ ການສະແດງ.
ກິດຈະກຳຫຼັກພາຍໃນງານປະກອບດ້ວຍ:
ການແຂ່ງຂັນ Free Running
ການແຂ່ງຂັນເຕັ້ນ 2 vs 2 (All Style Battle 2 on 2)
ການແຂ່ງຂັນເຕັ້ນ 2 vs 2 (Bboy Battle 2 on 2)
ການແຂ່ງຂັນເຕັ້ນປະເພດທີມ
ການແຂ່ງຂັນຮ້ອງເພງ ແຣບ (RAP)
ການສະແດງ ກຣາບຟີຕີ້ ( GRAFFITI )
ດີເຈ (DEEJAY)
ນອກຈາກນີ້ ພາຍໃນງານຍັງຈະມີຮ້ານຂາຍສິນຄ້າ ແລະ ອາຫານ, ພ້ອມທັງມີ ມິນິຄອນເສີດ ຈາກສິລະປິນຮັບເຊີນອີກດ້ວຍ.
ພາບລວມຂອງການກະກຽມງານໃນຕອນນີ້ ທາງທີມຜູ້ຈັດງານໄດ້ເປີດເຜີຍກັບ ມ່ວນ ວ່າມີຄວາມພ້ອມ 100% ແລ້ວ. ສຳລັບຜູ້ອ່ານຄົນໃດທີ່ມີເວລາວ່າງ ກໍ່ສາມາດໄປຮ່ວມຊົມ ແລະ ຮ່ວມມ່ວນຊື່ນໄດ້ ໃນວັນເສົາທີ 2 ກຸມພານີ້.