ເຜີຍຄລິບວິດີໂອນຳສະເໜີໂຄງການທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ

ໃນທີ່ສຸດກໍມີຂໍ້ມູນທີ່ລະອຽດຂຶ້ນອອກມາໃຫ້ສາທາລະນະຊົນຮູ້ນຳກັນແລ້ວ ສຳລັບໂຄງການທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ເຊິ່ງເປັນໄລຍະທຳອິດໃນໂຄງການທາງດ່ວນນະຄອນຫຼວງວຽງຈັນ-ຊາຍແດນລາວ-ຈີນ.
ທາງດ່ວນເສັ້ນນີ້ເລີ່ມຈາກນະຄອນຫຼວງວຽງຈັນຜ່ານ ເມືອງວັງວຽງ, ນະຄອນຫຼວງພະບາງ, ອຸດົມໄຊ ແລະ ແຂວງຫຼວງນໍ້າທາ ໂດຍໄລຍະທຳອິດທີ່ຈະກໍ່ສ້າງກ່ອນແມ່ນຈະເລີ່ມຈາກນະຄອນຫຼວງວຽງຈັນຫາວັງວຽງ.
ຕາມແຜນຈະນຳໃຊ້ເວລາ 3 ປີໃນການກໍ່ສ້າງແຕ່ນະຄອນຫຼວງວຽງຈັນຫາວັງວຽງໃຫ້ສຳເລັດ. ພາຍລັງທີ່ການກໍ່ສ້າງສຳເລັດ ການເດີນທາງແຕ່ນະຄອນຫຼວງວຽງຈັນຫາວັງວຽງຈະໃຊ້ເວລາພຽງແຕ່ 1 ຊົ່ວໂມງ 30 ນາທີເທົ່ານັ້ນ. ຖ້າທຽບໃສ່ເວລາທີ່ໃຊ້ໃນການເດີນທາງໃນປັດຈຸບັນ ແມ່ນສາມາດປະຢັດເວລາໄດ້ເຖິງ 2 ຊົ່ວໂມງ 30 ນາທີ ເຊິ່ງເສັ້ນທາງດ່ວນສາຍນີ້ ຈະຊ່ວຍປະຢັດເວລາ, ມີຄວາມປອດໄພ, ວ່ອງໄວ, ສະດວກສະບາຍ ແລະ ເປັນມິດກັບສິ່ງແວດລ້ອມ.
ທາງດ່ວນນະຄອນຫຼວງວຽງຈັນຫາວັງວຽງ ເລີ່ມຈາກເຂດບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍແລວສາຍທາງແມ່ນຄູ່ຂະໜານກັບທາງເລກທີ 13 ເໜືອ ຜ່ານບ້ານນາຊອນ, ບ້ານບົວ, ບ້ານສະກ້າ, ເມືອງໂພນໂຮງ, ບ້ານໜອງໄຄ້, ເມືອງຫິນເຫີບ, ບ້ານທ່າເຮືອ, ອ່າງນໍ້າງື່ມ, ບ້ານວັງຄີ ແລະ ໄປສຸດຢູ່ເບື້ອງຕາເວັນຕົກຂອງເມືອງວັງວຽງ. ສ່ວນບ່ອນຈະເຊື່ອມຕໍ່ກັບໄລຍະຕໍ່ໄປຂອງທາງດ່ວນແມ່ນເລີ່ມແຕ່ເມືອງວັງວຽງຫາ ຫຼວງພະບາງ.
ທັງນີ້ ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຍາວປະມານ 109 ກິໂລແມັດ ກວ້າງ 23 ແມັດ ເປັນເສັ້ນທາງດ່ວນທີ່ມີ 4 ຊ່ອງຈະລາຈອນ, ມີສອງແລວ ມີຮົ່ວອ້ອມແບບປິດຕາຍ ແລະ ກຳນົດຈຸດວົງວຽນເສັ້ນທາງຂຶ້ນລົງທາງດ່ວນຢູ່ຕາມເສັ້ນທາງ.
ລາຍລະອຽດເພີ່ມເຕີມກ່ຽວກັບໂຄງການດັ່ງກ່າວນີ້ ສາມາດເບິ່ງໄດ້ຈາກວິດີໂອລຸ່ມນີ້: