ອຸດົມໄຊ ກຽມພັດທະນາ "ຕາດຕະແລ" ນ້ຳຕົກຕາດ 7 ຊັ້ນ ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ໃນໄວໆນີ້

ອີງຕາມພະແນກຖະແຫຼງຂ່າວ ວັດທະທະນະທຳ ແລະ ທ່ອງທ່ຽວ ແຂວງອຸດົມໄຊໃຫ້ ຮູ້ວ່າ: ຕາດຕະແລ ຕັ້ງຢູ່ຫ່າງ ຈາກເທສະບານເມືອງຮຸນ ແຂວງອຸດົມໄຊ ປະມານ 40 ກວ່າກິໂລແມັດດ້ວຍທາງດິນແດງ ເຊິ່ງເປັນນໍ້າຕົກຫຼາຍຊັ້ນຕໍ່ກັນລົງມາ 7 ຊັ້ນ ດ້ວຍກັນ ໂດຍມີທັງໃຫຍ່- ນ້ອຍແຕກຕ່າງກັນ ແລະ ມີຄວາມສູງ 161 ແມັດ ແລະ ກວ້າງເປັນແຕ່ລະຊັ້ນຕ່າງກັນ.
ໂດຍຊັ້ນທີ 1 ສູງ 07 ແມັດ, ກວ້າງ 08 ແມັດ; ຊັ້ນ 2 ສູງ 15 ແມັດ, ກວ້າງ 07 ແມັດ; ຊັ້ນ 3 ສູງ 15 ແມັດ, ກວ້າງ 11 ແມັດ; ຊັ້ນ 4 ສູງ 16 ແມັດ, ກວ້າງ 27 ແມັດ; ຊັ້ນ 5 ສູງ 40 ແມັດ, ກວ້າງ 27 ແມັດ; ຊັ້ນ 6 ສູງ 13 ແມັດ, ກວ້າງ 28 ແມັດ; ແລະ ຊັ້ນ 7 ສູງ 55 ແມັດ, ກວ້າງ 35 ແມັດ.
ນ້ຳຕົກຕາດແຫ່ງນີ້ມີ ທຳມະຊາດອັນສວຍສົດ ງົດງາມ, ອ້ອມຮອບດ້ວຍ ປ່າດົງດິບ, ມີຕົ້ນໄມ້ນ້ອຍ- ໃຫຍ່ຂຽວງາມຕະຫຼອດປີ ແລະ ເຕັມໄປດ້ວຍສັດປ່ານານາຊະນິດ. ມີຄົນຂະໜານ ນາມວ່າ ຕາດຕະແລ ກໍປຽບ ສະຫວັນຊັ້ນເຈັດຂອງອຸດົມໄຊ ແລະ ຈະສ້າງໃຫ້ເປັນໜຶ່ງໃນແຫຼ່ງທ່ອງທ່ຽວຂອງລາວທີ່ໃຫ້ທຸກຄົນໄດ້ໄປສຳຜັດກັບຄວາມງົດງາມດັ່ງກ່າວ.
ນອກຈາກນີ໊ ນ້ຳຕົກຕາດຕະແລ ຍັງມີຕຳນານເລົ່າຂານປາກຕໍ່ ປາກສືບຕໍ່ກັນມາວ່າ: ແຕ່ ປາງກ່ອນມີບ່າວເງືອກຊື່ ທ້າວພັກໄດ້ລົງໄປຫຼິ້ນບຸນ ຢູ່ຫຼວງພະບາງ, ໄປເຫັນສາວ ເງືອກຊື່ວ່າ ນາງ ຄຳຜິວ ທີ່ອາໄສຢູ່ນ້ຳຄານ. ທ້າວ ພັກ ເກີດມີຄວາມຮັກມັກກັບ ນາງ ຄຳຜິວ ແລະ ໄດ້ລັກເອົານາງຄຳຜິວມານຳ, ຕໍ່ຈາກນັ້ນມາ ມີບ່າວເງືອກທີ່ ຢູ່ຫຼວງພະບາງເຄີຍຮັກມັກກັບ ນາງຄຳຜິວມາກ່ອນ ໄດ້ນຳໄປເອົານາງ ຄືນ ຈົນ ເກີດມີການຕໍ່ສູ້ກັນຂຶ້ນຢ່າງດຸເດືອດ. ທ້າວພັກເຫັນດັ່ງນັ້ນ, ຈຶ່ງໄດ້ກໍ່ສ້າງດ່ານຕ້ານກັນໄວ້ເປັນຈຸດໆ ຢູ່ທີ່ນ້ຳຕະ ແລ ແລະ ດ່ານແຕ່ລະດ່ານ ດັ່ງກ່າວກໍ່ກາຍໄປຕາດຕະແລໃນປັດຈຸບັນ.
ຂໍຂອບໃຈ
ຂໍ້ມູນ : ພະແນກຖະແຫຼງຂ່າວ ວັດທະທະນະທຳ ແລະ ທ່ອງທ່ຽວ ແຂວງອຸດົມໄຊ
ພາບ : Oudomxay Tourism