3 ເດືອນທ້າຍປີ 2018 ເມືອງສະໜາມໄຊ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 222 ກໍລະນີ ແລະ ເສຍຊີວິດ 1 ກໍລະນີ

ໃນໄລຍະ 3 ເດືອນ ຂອງທ້າຍປີ 2018 ຜ່ານມາ ເມືອງສະໜາມໄຊ ແຂວງອັດຕະປື ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍແລ້ວ 222 ກໍລະນີ, ເສຍຊີວິດ 1 ກໍລະນີ. ໃນຂະນະທີ່ທາງຫ້ອງການສາທາລະນະສຸກເມືອງ ກໍ່ໄດ້ຕິດຕາມ ແລະ ເຝົ້າລະວັງຢ່າງຈິງຈັງ ພ້ອມທັງປຸກລະດົມໃຫ້ພໍ່ແມ່ປະຊາຊົນຊ່ວຍທໍາລາຍແຫລ່ງເພາະພັນຂອງຍຸງລາຍ ໄປພ້ອມກັນຢູ່ໃນທົ່ວເມືອງ. ການແຜ່ລະບາດຂອງພະຍາດດັ່ງກ່າວ ໄດ້ເລີ່ມເກີດຂຶ້ນແຕ່ເດືອນຕຸລາ ຫາ ເດືອນທັນວາ 2018, ເຊິ່ງໃນເບື້ອງຕົ້ນ ໜ່ວຍງານເຝົ້າລະວັງຂອງຫ້ອງການສາທາລະນະສຸກເມືອງ ກໍ່ໄດ້ມີການແຈ້ງໃຫ້ຮູ້ເຖິງຈໍານວນຜູ້ຕິດເຊື້ອໄຂ້ຍຸງ ແຕ່ຍັງບໍ່ຫລາຍ. ຢ່າງກໍຕາມ ນັບຈາກນັ້ນມາ ຮອດປັດຈຸບັນ ໄດ້ມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນເປັນຈໍານວນຫລາຍ ຈົນຮອດ 222 ກໍລະນີ. ປັດຈຸບັນການແຜ່ລະບາດຂອງພະຍາດດັ່ງກ່າວ ຫລາຍກວ່າໝູ່ແມ່ນຢູ່ບ້ານມິດສຳພັນ ເທດສະບານເມືອງ ແລະ ຍັງສືບຕໍ່ຢ່າງຮຸນແຮງ ປະມານ 1-3 ຄົນຕໍ່ວັນທີ່ໄດ້ເຂົ້າມາຮັບການປິ່ນປົວຢູ່ໂຮງໝໍເມືອງ.
ທ່ານ ນາງ ວຽງເພັດ ສຸດທິເງິນວິຊາ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງສະໜາມໄຊ ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 10 ມັງກອນ 2019 ທີ່ຜ່ານມານີ້ວ່າ: ຕໍ່ກັບບັນຫາດັ່ງກ່າວ ອໍານາດການປົກຄອງເມືອງ ກໍຄືຫ້ອງສາທາລະນະສຸກ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການປ້ອງກັນຕັ້ງແຕ່ຫົວທີ ໂດຍໃຫ້ປະຊາຊົນ ແລະ ທຸກຊັ້ນຄົນປະກອບສ່ວນ ສ້າງຂະບວນການຄວບຄຸມພະຍາດໄຂ້ຍຸງລາຍ ໃຫ້ມີປະສິດທິຜົນ ໂດຍໃຊ້ຍຸດທະສາດຫລຸດຜ່ອນແຫລ່ງເພາະພັນຂອງຍຸງລາຍ ແລະ ທຳລາຍໜອນນໍ້າຍຸງລາຍໃນເຮືອນ, ສຳນັກງານຫ້ອງການ, ສະຖານທີ່ສາທາລະນະທຸກແຫ່ງ. ສິ່ງສຳຄັນແມ່ນປະຊາຊົນຜູ້ປະສົບໄພນໍ້າຖ້ວມທີ່ດຳລົງຊີວິດໃນແຕ່ລະສູນພັກຊົ່ວຄາວ ພ້ອມທັງສືບຕໍ່ປະຕິບັດຢ່າງຕໍ່ເນື່ອງທຸກອາທິດ ເພື່ອຄວບຄຸມປະຊາກອນຍຸງລາຍໃຫ້ຫລຸດລົງເທື່ອລະກ້າວ