ເປີດດວງສຸຂະພາບ ທັງ 12 ລາສີ ໃນປີ 2019

ເຊັກດວງປີ 2019 ເສີມຊະຕາ 12 ລາສີໃຫ້ປັງຕະຫຼອດປີ ໂດຍ ອາຈານ ຊ້າງ ທົດສະພົນ ສີຕຸລາ
ໃນປີ 2019 ນີ້ຖືວ່າເປັນປີທີ່ກັບມາມີການປ່ຽນແປງໃຫຍ່ຂອງດວງດາວຫຼາຍດວງ ບໍ່ວ່າຈະເປັນການໂຄຈອນຂອງດາວພະຫັດ ເຊິ່ງເປັນດາວທີ່ມີອິດທິພົນຫຼາຍທີ່ສຸດໃນການປ່ຽນແປງຂອງດວງຊະຕາ ຫຼື ກະທັ້ງການໂຄຈອນຍ້າຍລາສີຂອງດາວລາຫູ ເຊິ່ງຈະສົ່ງຜົນກະທົບຕໍ່ດວງຊະຕາທັງສິບສອງລາສີດ້ວຍເຊັ່ນດຽວກັນ. ດັ່ງນັ້ນສຳລັບເລື່ອງຂອງດວງຕ້ອງບອກວ່າໃນປີນີ້ເປັນປີທີ່ມີການປ່ຽນແປງຫຼາຍເລື່ອງຫຼາຍຢ່າງເກີດຂຶ້ນ ແຕ່ສິ່ງສຳຄັນນັ້ນບໍ່ວ່າການປ່ຽນແປງຈະແຮງສໍ່າໃດກໍຕາມ ຖ້າຫາກເຮົາໄດ້ຕຽມຕົວວາງແຜນຊີວິດໄວ້ລ່ວງໜ້າ ກໍເຊື່ອວ່າກະແສຂອງດວງດາວນັ້ນຈະສົ່ງຜົນຕໍ່ຊີວິດຂອງເຮົາໃຫ້ເກີດການປ່ຽນແປງໄປໃນທິດທາງທີ່ດີຂຶ້ນໄດ້ຢ່າງແນ່ນອນ.
ເຊັກດວງຕະຫຼອດປີ 2019 ຄົບທັງ 12 ລາສີ ເຈາະເລິກເລື່ອງສຸຂະພາບ ໂດຍ ອາຈານ ຊ້າງ ທົດສະພົນ ສີຕຸລາ ພະຍາກອນດວງຊະຕາທັງ 12 ລາສີ ໃຜຈະດວງມາແຮງຕະຫຼອດປີ ຫຼື ໃຜຈະຕ້ອງລະມັດລະວັງເລື່ອງໃດເປັນພິເສດ ມາເຊັກດວງຂອງທ່ານກັນ.
ລາສີເມດ 14 ເມສາ – 14 ພຶດສະພາ
ຍັງຕ້ອງເຕືອນກັນຢູ່ແດ່ ເພາະໃນປີນີ້ເປັນປີທີ່ຕ້ອງເດີນທາງຫຼາຍ ອາດຈະຕ້ອງໄປຍັງສະຖານທີ່ແປກໆ ບໍ່ຄຸ້ນເຄີຍ ຫຼືບາງຄົນອາດຈະຕ້ອງເດີນທາງເດິກ. ດັ່ງນັ້ນຕ້ອງໃຊ້ຄວາມລະມັດລະວັງ ໃຜຂັບລົດເອງຕ້ອງກວດສອບຍານພາຫະນະໃຫ້ເປັນພິເສດ. ໃຜຕ້ອງໄປສະຖານທີ່ແປກໆ ຕ້ອງມີສະຕິ ແລະຮອບຄອບໃຫ້ຫຼາຍຍິ່ງຂຶ້ນ. ໃນປີນີ້ເກນທີ່ກ່ຽວຂ້ອງກັບເລື່ອງສຸຂະພາບ ຫຼື ອຸບັດເຫດນັ້ນຍັງຄົງຕ້ອງເບິ່ງແຍງ ອາດຈະບໍ່ໄດ້ແຮງຫຼາຍ ແຕ່ຢູ່ໃນຈຸດທີ່ຕ້ອງໃຊ້ຄວາມລະມັດລະວັງ ໂດຍສະເພາະບັນຫາເລື່ອງສຸຂະພາບທີ່ກ່ຽວຂ້ອງກັບຄົນໃນຄອບຄົວ ຫຼື ຍາດຜູ້ໃຫຍ່ ໃນປີນີ້ເປັນປີທີ່ຈະຕ້ອງເບິ່ງແຍງເອົາໃຈໃສ່ໃຫ້ຫຼາຍຍິ່ງຂຶ້ນ ຫຼື ບາງເທື່ອອາດຈະມີຄວາມເດືອດຮ້ອນພາຍໃນເຮືອນທີ່ບໍ່ໄດ້ລົງໃນເລື່ອງຂອງສຸຂະພາບ ເຊັ່ນ: ມີບັນຫາຄວາມຂັດແຍ້ງພາຍໃນຄອບຄົວ ຫຼື ມີເລື່ອງທີ່ຜິດໃຈກັນ ເວົ້າໄດ້ວ່າເປັນບັນຫາໃນທາງຂອງສຸຂະພາບໃຈທີ່ຊາວລາສີເມດນັ້ນຕ້ອງເບິ່ງແຍງທັງຕົວເອງ ແລະ ຄົນໃນຄອບຄົວໃຫ້ຢູ່ທີ່ຈຸດທີ່ສົມດຸນກັນ.
ລາສີພຶດສົບ 15 ພຶດສະພາ – 14 ມິຖຸນາ
ຍັງຄົງຕ້ອງຢ້ຳເຕືອນຢູ່ແດ່ ມີປະເດັນໃນເລື່ອງການເຈັບປ່ວຍບໍ່ສະບາຍໄດ້ງ່າຍ ເນື່ອງຈາກມີດວງດາວຫຼາຍດວງເຂົ້າມາ ເຮັດໃຫ້ບາງເທື່ອວຽກຫຼາຍ, ເຄັ່ງຕຶງ, ມີເວລາພັກຜ່ອນບໍ່ພຽງພໍ ແລະມີດວງທີ່ກ່ຽວຂ້ອງກັບອາຫານການກິນ ບາງເທື່ອກິນຂອງມັນຫຼາຍເກີນໄປ ຫຼືເລື່ອງນ້ຳໜັກຕົວກໍຍັງຄົງຕ້ອງເບິ່ງແຍງເອົາໃຈໃສ່ກັນຕໍ່ໄປ. ສຳລັບໃຜທີ່ກຳລັງກັງວົນເລື່ອງຂອງການເດີນທາງຂັບລົດ ເລື່ອງອຸບັດເຫດນັ້ນ ໃນປີນີ້ຖ້າຈະບອກວ່າບໍ່ມີເລີຍກໍເປັນໄປບໍ່ໄດ້ ແຕ່ດວງດາວນັ້ນບໍ່ໄດ້ແຮງຫຼາຍ ເຊື່ອວ່າຖ້າທ່ານເດີນທາງຢ່າງມີສະຕິ ບໍ່ເຮັດຫຍັງທີ່ນອກລູ່ນອກທາງ ກໍໜ້າຈະເປັນສິ່ງທີ່ເຮັດໃຫ້ຫຼຸດຄວາມແຮງຂອງດວງດາວ ແລະ ໜ້າຈະເປັນປີທີ່ບໍ່ມີຫຍັງໜ້າເປັນກັງວົນເລື່ອງອຸບັດເຫດເຫຼົ່ານີ້.
ລາສີເມຖຸນ 15 ມິຖຸນາ – 16 ກໍລະກົດ
ໃນເລື່ອງຂອງສຸຂະພາບ ຫຼື ອຸບັດເຫດນັ້ນຖືເປັນປະເດັນສຳຄັນ ເພາະລາສີຂອງທ່ານອາດຈະມີເກນເຈັບປ່ວຍບໍ່ສະບາຍ ໃນປີນີ້ທ່ານອາດຈະມີຄວາມວຸ້ນວາຍຕ່າງໆເກີດຂຶ້ນໃນຊີວິດຫຼາຍ ເມື່ອສຸຂະພາບໃຈບໍ່ຄ່ອຍດີແລ້ວ ສຸຂະພາບກາຍກໍຈະມີບັນຫາຕາມມາ. ພະຍາດທີ່ໜ້າເປັນກັງວົນຄືພະຍາດປະຈຳຕົວຂອງທ່ານເອງ. ດັ່ງນັ້ນຕ້ອງອາໄສການເບິ່ງແຍງສຸຂະພາບ ແລະ ການເຮັດບຸນຄຽງຄູ່ກັນໄປນຳ. ເລື່ອງອຸບັດເຫດນັ້ນກໍຕ້ອງລະມັດລະວັງ ໃນປີນີ້ເປັນປີທີ່ຕ້ອງເບິ່ງແຍງເອົາໃຈໃສ່ເລື່ອງການຂັບລົດ ເຮັດປະກັນໃຫ້ຫຼາຍຍິ່ງຂຶ້ນ ໂດຍສະເພາະໄລຍະເວລາມີປາກົດການແຮງໆໃນທາງໂຫຣາສາດ ເຊັ່ນ ລາຫູອົມຕາເວັນ, ອົມດວງຈັນ ທ່ານຕ້ອງພະຍາຍາມລະມັດລະວັງເລື່ອງການເດີນທາງ ລວມທັງພະຍາຍາມສູດມົນໄຫວ້ພະ ແລະ ໃຊ້ສະຕິໃຫ້ຫຼາຍເປັນພິເສດ.
ລາສີກໍລະກົດ 17 ກໍລະກົດ – 16 ສິງຫາ
ໃນເລື່ອງສຸຂະພາບ ຫຼື ອຸບັດເຫດນັ້ນບໍ່ໄດ້ໜ້າເປັນຫ່ວງຫຍັງແຕ່ໍໃຫ້ຢ່າປະໝາດ. ແນວໃດກໍຕາມ ໃຊ້ຊີວິດຢ່າງມີສະຕິດີກວ່າ. ໃນທາງຂອງຂ່າວດີກໍມີເຂົ້າມານຳ ສຳລັບໃຜທີ່ເຄີຍມີການເຈັບປ່ວຍບໍ່ສະບາຍໃນໄລຍະປີທີ່ຜ່ານມາ ເຊື່ອວ່າໃນປີນີ້ຈະເປັນປີທີ່ທຸກຢ່າງມີຫົນທາງທີ່ດີຂຶ້ນ ບໍ່ວ່າຈະເປັນເລື່ອງຂອງການຮັກສາກໍດີ ຫຼືການໄດ້ພົບກັບໝໍ ຫຼື ທາງເລືອກໃນການຮັກສາໃໝ່ໆ ກໍຕາມ ເຮັດໃຫ້ໂອກາດໃນການປ່ຽນແປງໃນທາງໂລກໄພໄຂ້ເຈັບມີຂ່າວດີເຂົ້າມາຫຼາຍຂຶ້ນຢ່າງແນ່ນອນ. ຢ່າງໃດກໍຕາມ ການເບິ່ງແຍງຕົວເອງຖືເປັນສິ່ງສຳຄັນທີ່ສຸດ.
ລາສີສິງ 17 ສິງຫາ – 16 ກັນຍາ
ໃນເລື່ອງຂອງສຸຂະພາບ ຫຼື ອຸບັດເຫດນັ້ນບໍ່ໄດ້ໜ້າເປັນຫ່ວງຫຍັງ ແຕ່ຢ່າໄປປະໝາດ ຈັງຫວະດວງດາວນັ້ນສົ່ງຜົນເຮັດໃຫ້ເຮົາມີໂອກາດຫຼືມີໂຊກໃນເລື່ອງຂອງສຸຂະພາບທີ່ດີຂຶ້ນ ອາການຈຸກຈິກ ຫຼື ເລື່ອງໜ້າກວນໃຈເລື່ອງຂອງສຸຂະພາບນັ້ນບໍ່ໄດ້ໜ້າເປັນຫ່ວງ. ສ່ວນເລື່ອງທີ່ຕ້ອງເບິ່ງແຍງໃຫ້ຫຼາຍຂຶ້ນ ຄືເລື່ອງການເຈັບປ່ວຍຂອງຄົນໃນເຮືອນ, ຍາດພີ່ນ້ອງ, ຍາດຜູ້ໃຫຍ່ ໃນປີນີ້ເປັນປີທີ່ຈະຕ້ອງເອົາໃຈໃສ່ເບິ່ງແຍງກັນໃຫ້ຫຼາຍເປັນພິເສດອີກດ້ວຍ.
ລາສີກັນ 17 ກັນຍາ – 17 ຕຸລາ
ໃນເລື່ອງຂອງສຸຂະພາບ ຫຼື ອຸບັດເຫດນັ້ນປີນີ້ບໍ່ໄດ້ໜ້າກັງວົນເທົ່າໃດ ແຕ່ຢ່າໄປປະໝາດ ເພາະດວງດາວຕ່າງໆ ອາດຈະມີຜົນໃນໄລຍະສັ້ນ. ແຕ່ເຊື່ອວ່າໂດຍພາບລວມແລ້ວຈັງຫວະດວງດາວໃນທາງສຸຂະພາບຂອງຕົວທ່ານເອງນັ້ນບໍ່ໄດ້ມີບັນຫາ ຫຼື ບໍ່ໜ້າເປັນຫ່ວງເທົ່າໃດ. ດວງດາວຈະໄປວຸ້ນໆໃນເລື່ອງພາຍໃນເຮືອນ ພາຍໃນຄອບຄົວເສຍຫຼາຍກວ່າ. ດັ່ງນັ້ນ ຢ່າງໜ້ອຍເຮົາກໍຕ້ອງວາງແຜນເອົາໃຈໃສ່ຄົນໃກ້ຊິດ ຄົນໃນເຮືອນໃຫ້ຫຼາຍແດ່. ສ່ວນເລື່ອງຂອງການຂັບລົດເດີນທາງ ອຸບັດເຫດນັ້ນດວງດາວບໍ່ໄດ້ແຮງ ເຊື່ອວ່າທ່ານບໍ່ໄດ້ມີປະເດັນຫຍັງໃຫ້ໜ້າເປັນກັງວົນ.
ລາສີຕຸນ 18 ຕຸລາ – 16 ພະຈິກ
ໃນເລື່ອງຂອງສຸຂະພາບ ຫຼື ອຸບັດເຫດນັ້ນ ບໍ່ໄດ້ຢູ່ໃນຈຸດທີ່ໜ້າກັງວົນແຕ່ຢ່າງໃດ ເຊື່ອວ່າລາສີຂອງທ່ານຍັງເປັນລາສີທີ່ຢູ່ໃນຈັງຫວະ ແລະ ໂອກາດທີ່ດີ ເຮັດໃຫ້ສິ່ງທີ່ມີບັນຫາ ຫຼື ຄວາມເຈັບປ່ວຍ, ບໍ່ສະບາຍ ຫຼື ພະຍາດຊຳເຮື້ອນັ້ນຈະຢູ່ໃນຈຸດທີ່ດີຂຶ້ນ. ສຳລັບໃຜທີ່ມີເລື່ອງຂອງການເດີນທາງຫຼາຍໆ ໃນຕອນນີ້ຖືວ່າຢູ່ໃນເກນທີ່ບໍ່ໜ້າກັງວົນ ທ່ານຍັງສາມາດເບິ່ງແຍງໃນເລື່ອງການເດີນທາງໄດ້ ແຕ່ກໍຂໍໃຫ້ຢ່າປະໝາດ ຕ້ອງເບິ່ງແຍງເອົາໃຈໃສ່ ແລະ ມີສະຕິໃຫ້ຫຼາຍຍິ່ງຂຶ້ນ. ປີ້ນີ້ອາດຈະມີເກນປ່ຽນລົດຄັນໃໝ່ ໃຜວາງແຜນຢາກຈະອອກລົດ ອາດຈະມີຂ່າວດີເຂົ້າມາເຊັ່ນດຽວກັນ.
ລາສີພິຈິກ 17 ພະຈິກ – 15 ທັນວາ
ໃນເລື່ອງຂອງສຸຂະພາບ ຫຼື ອຸບັດເຫດນັ້ນບໍ່ໄດ້ໜ້າເປັນຫ່ວງ ດວງດາວດີໆ ຍັງມີເຂົ້າມາຫຼາຍດວງ ພຽງແຕ່ທ່ານອາດຈະຕ້ອງເບິ່ງແຍງໃນເລື່ອງຂອງອາຫານການກິນ ແລະ ນ້ຳໜັກຕົວໃຫ້ຫຼາຍແດ່ ເພາະປີນີ້ເປັນປີທີ່ເຮັດວຽກໜັກ ບາງຄົນກິນຕາມໃຈຕົວເອງ ກໍຈະເປັນສິ່ງທີ່ເຮັດໃຫ້ເກີດບັນຫາຕາມມາ. ດັ່ງນັ້ນການອອກກຳລັງກາຍຈຶ່ງເປັນສິ່ງທີ່ຈຳເປັນ. ສຳລັບໃຜທີ່ມີເລື່ອງຕ້ອງເດີນທາງໄກ ກໍບໍ່ໄດ້ໜ້າເປັນຫ່ວງຫຍັງ ການຂັບລົດເດີນທາງຢູ່ໃນເກນທີ່ບໍ່ໄດ້ມີບັນຫາ ແຕ່ຂອງເຫຼົ່ານີ້ຢ່າໄປປະໝາດ ຕ້ອງໃຊ້ຊີວິດດ້ວຍຄວາມຮອບຄອບ ແລະ ການມີສະຕິຄືສິ່ງສຳຄັນທີ່ສຸດ.
ລາສີທະນູ 16 ທັນວາ – 14 ມັງກອນ
ເລື່ອງຂອງສຸຂະພາບຕ້ອງເຕືອນຫຼາຍແດ່ ເຖິງແມ່ນດວງເລື່ອງງານ ຫຼື ເລື່ອງອື່ນໆ ຈະດີ ແຕ່ໃນເລື່ອງສຸຂະພາບນັ້ນເປັນປະເດັນໜຶ່ງທີ່ຕ້ອງເອົາໃຈໃສ່ໃຫ້ຫຼາຍຍິ່ງຂຶ້ນ. ອາການເຈັບປ່ວຍບໍ່ສະບາຍ, ພະຍາດຊຳເຮື້ອ ຫຼື ສິ່ງທີ່ສ້າງບັນຫາຄວາມລຳຄານໃຈໃຫ້ກັບເຮົາຈະເກີດຂຶ້ນຕາມມາ. ດັ່ງນັ້ນຕ້ອງຢ້ຳວ່າໃນການເບິ່ງແຍງຕົວເອງກໍດີ ເບິ່ງແຍງເລື່ອງຂອງອາຫານການກິນ, ຢາ, ເວລາພັກຜ່ອນກໍຕາມ ຖືເປັນສິ່ງທີ່ຈຳເປັນຢ່າງຫຼາຍ ໂດຍສະເພາະພະຍາດທີ່ກ່ຽວຂ້ອງກັບພູມແພ້ ຫຼື ອາການທີ່ກ່ຽວຂ້ອງກັບກ້າມຊີ້ນອັກເສບ ຈະເປັນສິ່ງທີ່ສົ່ງຜົນກະທົບຕໍ່ຕົວທ່ານເປັນຢ່າງຫຼາຍ. ແນະນຳວ່າການໝັ່ນເຮັດບຸນໂດຍສະເພາະການສູດມົນໃນບົດທີ່ກ່ຽວຂ້ອງກັບເລື່ອງພະລາຫູ ຈະເປັນສິ່ງທີ່ຊ່ວຍແກ້ເຄັດຄວາມແຮງຂອງດວງດາວໄດ້ ຫຼືການເຮັດບຸນທີ່ກ່ຽວຂ້ອງແສງສະຫວ່າງກໍຖືເປັນສິ່ງທີ່ສົ່ງຜົນດີ.
ລາສີມັງກອນ 15 ມັງກອນ – 12 ກຸມພາ
ສ່ວນໃນເລື່ອງຂອງສຸຂະພາບ ຫຼື ອຸບັດເຫດນັ້ນອາດຈະຕ້ອງເຕືອນກັນແດ່ເລັກນ້ອຍ ບໍ່ແມ່ນວ່າຈະບໍ່ມີເລີຍ ອາດຈະມີເລື່ອງຈຸກຈິກແຕ່ບໍ່ໄດ້ຢູ່ໃນຈຸດທີ່ໜັກຫຍັງ. ໃນເລື່ອງໂລກໄພໄຂ້ເຈັບນັ້ນຈະມີບາງໄລຍະບາງເດືອນເລັກໆ ນ້ອຍໆ ເທົ່ານັ້ນເອງ. ເຊື່ອວ່າປີນີ້ໜ້າຈະເປັນປີທີ່ທ່ານເບິ່ງແຍງຕົວເອງໃນເລື່ອງຂອງສຸຂະພາບ ຫຼື ເລື່ອງຂອງການເດີນທາງໄດ້ຢ່າງສະດວກ ບໍ່ມີປັນຫາ.
ລາສີກຸມ 13 ກຸມພາ – 14 ມີນາ
ໃນເລື່ອງສຸຂະພາບ ຫຼື ອຸບັດເຫດນັ້ນບໍ່ໄດ້ໜ້າກັງວົນ ຖືວ່າເປັນປີທີ່ສາມາດເບິ່ງແຍງຕົວເອງໄດ້. ດວງດາວຮ້າຍໆ ແຮງໆ ມີເຂົ້າມາແດ່ ແຕ່ເປັນຜົນໃນໄລຍະສັ້ນບາງໄລຍະບາງເດືອນເທົ່ານັ້ນ. ແຕ່ໂດຍພາບລວມຖືວ່າເປັນປີທີ່ທ່ານຍັງເບິ່ງແຍງເອົາໃຈໃສ່ເລື່ອງຂອງຕົວທ່ານເອງ ທັງກາຍອອກກຳລັງກາຍ, ປັບປ່ຽນຊີວິດ ຫຼື ທ່ານອາດຈະກຳລັງຕັ້ງເປົ້າວາງແຜນໃນການເບິ່ງແຍງສຸຂະພາບຫຼາຍຍິ່ງຂຶ້ນ ກໍຖືວ່າເປັນເລື່ອງທີ່ດີຫຼາຍ.
ລາສີມີນ 15 ມີນາ – 13 ເມສາ
ໃນເລື່ອງຂອງສຸຂະພາບ ຫຼື ອຸບັດເຫດນັ້ນບໍ່ໜ້າເປັນຫ່ວງ ລາສີຂອງທ່ານເປັນລາສີທີ່ດວງດີຂຶ້ນ ສຳລັບຕົວທ່ານເອງນັ້ນຖ້າມີບັນຫາໃນເລື່ອງຂອງການເຈັບປ່ວຍບໍ່ສະບາຍຢູ່ ກໍຈະມີໂອກາດໃນການຮັກສາ ໄດ້ໝໍ ໄດ້ຢາທີ່ຖືກໂສນກກັບຕົວທ່ານຫຼາຍຍິ່ງຂຶ້ນ. ຫຼື ໃຜຕັ້ງໃຈຢາກຈະອອກກຳລັງກາຍເບິ່ງແຍງຕົວເອງ ປີນີ້ເປັນປີແຫ່ງການວາງແຜນຊີວິດໃນຮອບໃໝ່ສຳລັບຕົວທ່ານຄືກັນ. ສ່ວນເລື່ອງການຂັບລົດເດີນທາງໄກບໍ່ໄດ້ມີປະເດັນຫຍັງ ຂໍໃຫ້ທ່ານໃຊ້ສະຕິ ຄວາມຮອບຄອບຄຽງຄູ່ກັນໄປນຳ.