ປ່ຽນຮູບແຕ້ມແບບໄກ່ເຂ່ຍ ໃຫ້ກາຍເປັນຜົນງານຮູບແຕ້ມສຸດສົມບູນແບບດ້ວຍ Google AutoDraw

Google ປ່ອຍ A.I. (Artificial intelligence) ໂຕໃໝ່ທີ່ຈະປ່ຽນຮູບແຕ້ມຈາກເສັ້ນລາຍໄກ່ເຂ່ຍຂອງທ່ານເປັນ ໄອຄອນ ຫຼື ຄລິບອາດ ທີ່ທ່ານສາມາດດາວໂຫຼດໄປໃຊ້ໄດ້ຟຣີ.
A.I. ໂຕນີ້ສາມາດໃຊ້ງານໄດ້ທັງໃນໂທລະສັບມືຖື, ຄອມພິວເຕີ ຫຼື ແທັບເລັດໄດ້. ເມື່ອທ່ານແຕ້ມຫຍັງລົງໄປ A.I. ຈະກໍ່ການຄາດເດົາສິ່ງທີ່ທ່ານພະຍາຍາມແຕ້ມ ແລະ ຂຶ້ນໄອຄອນ ຫຼື ຄລິບອາດທີ່ເຮົາໂຫຼດມາ ເພື່ອໃຫ້ເຮົາໄດ້ເລືອກໃຊ້ແທນທີ່ຮູບແຕ້ມຂອງເຮົາ.
ໂປຣແກຣມນີ້ໃຊ້ເຕັກໂນໂລຊີອັນດຽວກັບ Quick, Draw! (ເກມອອນລາຍທີ່ພັດທະນາໂດຍ Google ໂດຍໃຊ້ A.I. ຄາດຄະເນວ່າ ຜູ້ຫຼິ້ນແຕ້ມຮູບຫຍັງ ຄືກັບເຮົາກຳລັງຫຼິ້ນທວາຍຮູບແຕ້ມກັບຄອມພິວເຕີ). A.I. ຈະໄດ້ຮຽນຮູ້ຈາກການແຕ້ມຮູບຂອງຜູ້ໃຊ້ ແລະເພີ່ມຄວາມສາມາດໃນການຄາດຄະເນຮູບທີ່ຜູ້ໃຊ້ແຕ້ມໄດຸ້ຖືກຕ້ອງຍິ່ງຂຶ້ນ.
AutoDraw ຈະໃຫ້ເຈົ້າແຕ້ມຮູບຢ່າງອິດສະລະ ຄືກັບແອັບແຕ້ມຮູບອື່ນໆ. ຫຼັງຈາກໄດ້ຮູບສວຍງາມແລ້ວ ທ່ານສາມາດແຕ້ມເພີ່ມເຕີມ, ໃສ່ຂໍ້ຄວາມ, ຫຼຸດຂະໜາດຮູບຂອງທ່ານໄດ້ ຕາມທີ່ທ່ານຕ້ອງການອີກດ້ວຍ.
ຂໍຂອບໃຈ
ຂໍ້ມູນ : Beartai