3 ປີຜ່ານມາ ລາວສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ 1 ແສນກວ່າແມັດກ້ອນ

ທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ນັບແຕ່ກາງປີ 2016 ມາຮອດປັດຈຸບັນ ລາວເຮົາໄດ້ສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ ທັງໝົດ 122,739 ກວ່າແມັດກ້ອນ, ລວມມີມູນຄ່າ 64 ລ້ານກວ່າໂດລາສະຫະລັດ ເປັນຕົວເລກທີ່ມີລັກສະນະ ກ້າວກະໂດດ ທັງບໍລິມາດ ແລະ ມູນຄ່າ. ໃນນີ້, ການສົ່ງອອກ 3 ແຂວງຄື: ຈໍາປາສັກ, ອັດຕະປື ແລະ ແຂວງສະຫວັນນະເຂດ ມີມູນຄ່າຫຼາຍກວ່າໝູ່.
ທ່ານລັດຖະມົນຕີກ່າວຕື່ມວ່າ: ໃນຕໍ່ໜ້ານີ້ຈະສືບຕໍ່ປັບປຸງບັນດາໂຮງງານອຸດສາຫະກໍາປຸງແຕ່ງໄມ້ທຸກຂັ້ນ, ທຸກຂະໜາດ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ໄດ້ຕາມເງື່ອນໄຂ ແລະ ມາດຕະຖານ ທີ່ກໍານົດໄວ້ ນັບແຕ່ດ້ານມາດຕະຖານຂອງໂຮງງານ, ມາດຕະຖານຜະລິດຕະພັນ, ການນໍາວັດຖຸດິບເຂົ້າໂຮງງານ, ຊຸກຍູ້ສົ່ງເສີມ ການສ້າງສີມືແຮງງານໃຫ້ຄົນລາວ ດ້ານການປຸງແຕ່ງຜະລິດຕະພັນໄມ້, ພ້ອມທັງປະຕິບັດແຜນການສ້າງຕັ້ງເຄືອຂ່າຍການຜະລິດ ແລະ ປຸງແຕ່ງໄມ້ລາວ ໂດຍຮ່ວມມືກັບຕ່າງປະເທດ ເປັນຕົ້ນ ຍີ່ປຸ່ນ, ຈີນ ແລະ ຫວຽດນາມ ເພື່ອສ້າງເງື່ອນໄຂຊຸກຍູ້ສົ່ງເສີມ ຂະແໜງອຸດສາຫະກໍາປຸງແຕ່ງໄມ້ ຫັນຈາກການນໍາໃຊ້ໄມ້ທໍາມະຊາດ ໄປນໍາໃຊ້ໄມ້ຈາກສວນປູກຫຼາຍຂຶ້ນ ແລະ ສາມາດເຂົ້າເຖິງຕະຫຼາດຕ່າງປະເທດຫຼາຍຂຶ້ນ.
(ໄກ່ແຈ້)