Nokia 3.1 Plus ຈໍໃຫຍ່ ກ້ອງຄູ່ ລາຄາຖືກໃຈ 1 ລ້ານປາຍກີບ ເໝາະສຳລັບຊື້ເປັນຂອງຂວັນປີໃໝ່ນີ້

ນອກຈາກຮຸ່ນໃຫຍ່ທີ່ເຮົາເຄີຍຣີວິວໄປກ່ອນໜ້າໜ້າຢ່າງ Nokia 6.1 Plus ມາມື້ນີ້ເຮົາກໍມີອີກໜຶ່ງຮຸ່ນທີ່ໜ້າສົນໃຈບໍ່ໜ້ອຍກວ່າກັນ ເໝາະສຳລັບຜູ້ທີ່ຕ້ອງການຄວາມຄຸ້ມຄ່າ ລາຄາບໍ່ແພງ ກັບ Nokia 3.1 Plus ຮຸ່ນນ້ອງໃນຕະກຸນຈໍ້າໜຶ່ງ ທີ່ມາພ້ອມໜ້າຈໍຂະໜາດໃຫຍ່ເຖິງ 6 ນິ້ວ ແຖມຍັງມີກ້ອງຄູ່ ແລະ ສະແກນລາຍນິ້ວມືໄດ້ ໃນລາຄາທີ່ແສນຖືກພຽງແຕ່ 1,565,000 ກີບເທົ່ານັ້ນ.
ເຖິງວ່າຮຸ່ນນີ້ຈະເປີດໂຕມາພ້ອມສະໂລແກນຕິດໂຕວ່າເປັນມືຖືລາຄາປະຢັດ ແຕ່ຕົວເຄື່ອງບໍ່ໄດ້ຂີ້ຮ້າຍເລີຍ ເພາະເຮັດຈາກອະລູມິນຽມທົນທານສູງທັງຂອບເຄື່ອງ ແລະ ຫຼັງຕົວເຄື່ອງ ໃນຂະນະໜ້າຈໍກໍເປັນກະຈົກຄຸນນະພາບດີ ແນມເບິ່ງແລ້ວງາມໃຊ້ໄດ້ເລີຍລະ.
ດ້ວຍຂະໜາດໜ້າຈໍທີ່ໃຫ້ມາໃຫຍ່ເຖິງ 6 ນິ້ວ ເຮັດໃຫ້ການໃຊ້ງານສະແດວກ ເບິ່ງໜັງຟັງເພງໄດ້ເຕັມຕາ ຫຼື ຈະຫຼິ້ນເກມແບບເບົາໆກໍໄດ້ພາບທີ່ຄົມຊັດ.
ມາທີ່ເລື່ອງຂອງກ້ອງ ຮຸ່ນນີ້ກໍມີກ້ອງຫຼັງ 2 ກ້ອງຕາມສະໄໝນິຍົມ ຄວາມລະອຽດກ້ອງຫຼັງຢູ່ທີ່ 13 ລ້ານພິເຊວ + 5 ລ້ານພິກເຊວ ໃຊ້ຖ່າຍ Live Bokeh ໄດ້ໜ້າແຈ້ງຫຼັງລະລາຍເອົາໄປໂພສອວດໝູ່ໃນໂຊຊຽວໄດ້ສະບາຍໆ. ສ່ວນກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວກໍໃຊ້ຖ່າຍເຊວຟີເອົາໄປເຮັດຮູບໂປຣຟາຍໄດ້ບໍ່ອາຍໃຜ ຖ້າຖ່າຍໃນບ່ອນທີ່ມີແສງພຽງພໍ.
ສ່ວນຜູ້ທີ່ສົນໃຈເລື່ອງປະສິດທິພາບການໃຊ້ງານ, Nokia 3.1 Plus ໃຫ້ແບັດເຕີຣີມາເຖິງ 3,500 mAh ທ້າຊົນກັບຮຸ່ນໃຫຍ່ຫຼາຍຮຸ່ນໄດ້ເລີຍ ເພາະການໃຊ້ງານທຳມະດາທົ່ວໄປຢູ່ໄດ້ດົນເຖິງ 2 ມື້ ໃນຂະນະທີ່ໜ່ວຍປະມວນຜົນ ເຖິງວ່າຈະເປັນ Mediatek ແຕ່ກໍໃຊ້ຮຸ່ນໃໝ່ຢ່າງ Helio P22 ສາມາດຫຼິ້ນເກມທີ່ກຣາຟິກບໍ່ສູງເກີນໄປໄດ້ຄືເພິ່ນຢູ່.
ສ່ວນໜ່ວຍຄວາມຈຳພາຍໃນໃຫ້ມາທີ່ 32GB ສາມາດໂຫຼດແອັບ ເກມ ຖ່າຍຮູບໄດ້ແບບຈຸໃຈ ແລະ ການໃຊ້ງານແອັບພ້ອມກັນ ສະຫຼັບໄປມາໂດຍບໍ່ໂຫຼດໃໝ່ໄດ້ໃນລະດັບໜຶ່ງ ເພາະໃຫ້ Ram ມາເຖິງ 3GB. ແຕ່ຖ້າຢ້ານຄວາມຈຳພາຍໃນທີ່ໃຫ້ມາບໍ່ພໍໃຊ້ ຮຸ່ນນີ້ສາມາດເພີ່ມໜ່ວຍຄວາມຈຳເສີມ micro SD card ສູງເຖິງ 400GB ໄດ້ ເຊິ່ງແບບຖາດແຍກ ບໍ່ໄປລົບກວນຊິມ 1 ຫຼື ຊິມ 2 (ໃຊ້ 2 ຊິມ ພ້ອມກັບກາດຄວາມຈຳເສີມໄດ້).
ເຖິງວ່າລາຄາຈະປະຢັດ ແຕ່ Nokia 3.1 Plus ສາມາດສະແກນລາຍນິ້ວມືເພື່ອປົດລັອກໜ້າຈໍໄດ້ເດີ້. ນອກນັ້ນຍັງສາມາດສະແກນໜ້າເພື່ອປົດລັອກໄດ້ນຳອີກ.
ແນ່ນອນ ທີ່ຈະບໍ່ກ່າວເຖິງບໍ່ໄດ້ກໍຄື ຮຸ່ນນີ້ເປັນສະມາດໂຟນໃນໂຄງການ Android One ເຊິ່ງເຮັດໃຫ້ໄດ້ຮັບອັບເດດລະບົບປະຕິບັດການໄວ (ອັບເດດຄວາມປອດໄພທຸກເດືອນ) ເປັນເວລາ 2 ປີ. ຖ້າຫາກມີ Android ຮຸ່ນໃໝ່ອອກມາ ຈົ່ງແນ່ໃຈໂລກວ່າ ຈະໄດ້ຮັບອັບເດດຢ່າງແນ່ນອນ ກ່ອນແບຣນໃຫຍ່ໆອີກ.
ທັງໝົດນັ້ນກໍຄືຂໍ້ມູນຂອງ Nokia 3.1 Plus ເຊິ່ງຫຼັງຈາກຜ່ານການໃຊ້ງານ ເຮົາຮູ້ສຶກປະທັບໃຈຫຼາຍຢ່າງ ທັງວັດສະດຸຂອງຕົວເຄື່ອວທີ່ທົນທານ, ໜ້າຈໍໃຫຍ່, ສະແກນລາຍມືໄດ້ ລາຄາເປັນມິດກັບກະເປົາ ເຊິ່ງຖ້າໃຜທີ່ກຳລັງຊອກຫາມືຖືເຄື່ອງສຳຮອງ ຫຼື ຕ້ອງການຊື້ເປັນຂອງຂວັນປີໃໝ່ໃຫ້ຍາດພີ່ນ້ອງ ຫຼື ຜູ້ທີ່ເລີ່ມໃຊ້ສະມາດໂຟນໃໝ່ ເຮົາກໍຂໍແນະນຳຮຸ່ນນີ້ເລີຍ. ລາຄາວາງຂາຍໃນລາວຢູ່ທີ່ 1,565,000 ກີບ ພ້ອມໄດ້ຮັບຂອງແຖມ 4 ຢ່າງຄື: ຄັນຮົ່ມລາຍ Nokia, ເສື້ອຍືດ Nokia ແລະ ເຄສໃສ. ສ່ວນສີທີ່ວາງຂາຍໃນລາວມີ 2 ສີຄື ສີຟ້າ ແລະ ສີດຳ. ຫາມາເປັນເຈົ້າຂອງໄດ້ຕາມຮ້ານຄ້າຕົວແທນຈຳໜ່າຍ Nokia ທົ່ວປະເທດ.