ຕອນຈົບຂອງເລື່ອງສັ້ນຈາກເພງ “ນິລັນດອນ” ອອກມາໃຫ້ໄດ້ຊົມແລ້ວ!

ເລື່ອງສັ້ນເພງ ນິລັນດອນ ຕອນທີ 2 (ຕອນຈົບ) ປ່ອຍອອກມາໃຫ້ເບິ່ງແລ້ວ ເມື່ອວັນທີ 13 ທັນວາ ຜ່ານມາ ທາງຊ່ອງ GRAMMY GOLD OFFICIAL ໂດຍການຮ້ອງປະສານສຽງຂອງໜຸ່ມ-ສາວ ສອງຝັ່ງແມ່ນ້ຳຂອງ ຢ່າງ ໜຸ່ມ ໂຈໂຈ້ ມິຣາໂຄ ກັບ ຕ່າຍ ອໍຣະໄທ ທີ່ໄດ້ປ່ອຍເພງເຕັມແບບອໍດິໂອ ອອກມາໃຫ້ໄດ້ຟັງກັນເມື່ອເດືອນທີ່ຜ່ານມານັ້ນເອງ.
ສໍາລັບເລື່ອງສັ້ນ ນິລັນດອນ ໄດ້ນັກສະແດງຍິງ ທີ່ມີດີກຣີເປັນເຖິງນາງສາວລາວ ຢ່າງ ນຸ້ຍ ສຸພາພອນ ສົມວິຈິດ ແລະ ພະເອກໜຸ່ມຊາວໄທ ຢ່າງ ສະຣຸດ ສຸວັນນະພັກດີ ມາຮ່ວມສະແດງ, ໂດຍ ຕອນທີ 1 ແມ່ນການມາພົບພໍ້ກັນຂອງ 2 ບ່າວສາວ ທີ່ຢູ່ກັນຄົນລະປະເທດ ແຕ່ດ້ວຍຄວາມບັງເອີນໃນການມາພົບພໍ້ກັນ, ແລະ ນີ້ເປັນຈຸດເລີ່ມຕົ້ນຂອງທັງສອງຄົນ ແລະ ໃນຕອນທີ 2 ນີ້ ກໍ່ເປັນການສ້າງຄວາມສໍາພັນລະຫວ່າງທັງ 2 ເຖິງຈະເກີດບັນຫາ ແຕ່ທັງ 2 ກໍ່ຍັງມີຄວາມເຊື່ອວ່າຮັກຄັ້ງນີ້ ຈະເປັນຮັກນິລັນດອນ ໄປເບິ່ງພ້ອມໆກັນເລີຍ.