ເວທີສົນທະນາ Lao Digital Forum ແລກປ່ຽນຄວາມເຫັນ-ຫາຊ່ອງທາງກະຕຸ້ນການເຕີບໂຕຂອງ ອີ-ຄອມເມີສ ໃນລາວ

ເມື່ອວັນສຸກທີ່ຜ່ານມາ (14 ທັນວາ 2018) ທີ່ນະຄອນຫຼວງວຽງຈັນ, ສະຖານທູດສະຫະລັດອາເມລິກາ ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການ GIZ ເປັນເຈົ້າພາບຈັດເວທີສົນທະນາ Lao Digital Forum ຄັ້ງທີສາມ ພາຍໃຕ້ຫົວຂໍ້ "ການຄ້າເອເລັກໂຕນິກ" ຫຼື ອີ-ຄອມເມີສ (E-commerce) ຂຶ້ນ ເພື່ອສົນທະນາແລກປ່ຽນຄວາມຄິດເຫັນລະຫວ່າງພາກລັດ, ອົງການຈັດຕັ້ງສາກົນ ແລະ ນັກທຸລະກິດຈາກພາກເອກະຊົນ ໃນການຊອກຫາຊ່ອງທາງເພື່ອກະຕຸ້ນການຈະເລີນເຕີບໂຕຂອງການຄ້າຮູບແບບດັ່ງກ່າວໃນລາວ.
ເວທີສົນທະນານີ້ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຣິນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ, ທ່ານ ເຈນ ປີເຕີ ລູເກັນເຮີມ ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ພ້ອມດ້ວຍຜູ້ເຂົ້າຮ່ວມອື່ນໆອີກຫຼາຍກວ່າ 150 ຄົນຈາກພາກສ່ວນຕ່າງໆທັງລັດ, ເອກະຊົນ, ຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງສາກົນ.
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຂຶ້ນກ່າວເປີດງານ Lao Digital Forum / ພາບ: Chanthasone Insixiangmai
ໃນບົດກ່າວເປີດຂອງ ທ່ານນາງ ເຂັມມະນີ ໄດ້ໃຫ້ຮູ້ວ່າ ການຄ້າທາງອີເລັກໂຕຣນິກເປັນສ່ວນໜຶ່ງຂອງແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ໄດ້ຊີ້ໃຫ້ເຫັນເຖິງເປົ້າໝາຍຂອງລັດຖະບານລາວໃນການສ້າງກອບແຜນວຽກທາງດ້ານກົດໝາຍສຳລັບການຄ້າທາງອີເລັກໂຕຣນິກໃນປີໜ້າ. ທ່ານນາງ ເຂັມມະນີ ກ່າວວ່າ “ພວກເຮົາເນັ້ນໃສ່ສອງບັນຫາ”. “ບັນຫາທີໜຶ່ງຄືພວກເຮົາຕ້ອງການໃຫ້ຜູ້ຜະລິດ ແລະ ຜູ້ໃຫ້ບໍລິການພາຍໃນຂອງພວກເຮົາມີສ່ວນຮ່ວມໃນຕະຫຼາດທີ່ໃຫຍ່ຂຶ້ນ ແລະ ບັນຫາທີສອງຄື ເຮັດໃຫ້ຜູ້ຊົມໃຊ້ພາຍໃນຂອງພວກເຮົາສາມາດເຂົ້າເຖິງຜະລິດຕະພັນ ແລະ ການບໍລິການທີ່ຫຼາກຫຼາຍ.”
ທ່ານນາງ ຣິນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳລາວ / ພາບ: Chanthasone Insixiangmai
ທ່ານ ທູດບິດເຕີ ໄດ້ຊີ້ໃຫ້ເຫັນເຖິງທ່າແຮງທີ່ເຂັ້ມແຂງການຄ້າທາງອີເລັກໂຕຣນິກໃນ ສປປ ລາວ, ທ່ານນາງ ບິດເຕີ ກ່າວວ່າ “ການຄ້າທາງອີເລັກໂຕຣນິກສ້າງວຽກເຮັດງານທຳ ແລະ ເພີ່ມປະສິດທິພາບທາງດ້ານເສດຖະກິດ. ສິ່ງທີ່ສຳຄັນທີ່ສຸດຄືການຄ້າທາງອີເລັກໂຕຣນິກສາມາດຊ່ວຍຫຼຸດຊ່ອງ ໃນການພັດທະນາຊົນນະບົດ-ຕົວເມືອງ ຊຶ່ງການຄ້າທາງອີເລັກ ໂຕຣນິກໄດ້ສົ່ງເສີມການເຕີບທາງດ້ານເສດຖະກິດທົ່ວປະເທດ.”
ທ່ານ ເຈັນ ປີເຕີ ລູເກັນເຮີມ ເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ / ພາບ: Chanthasone Insixiangmai
ທ່ານ ເຈັນ ປີເຕີ ລູເກັນເຮີມ ເອກອັກຄະລັດຖະທູດ ເຢຍລະມັນ ກ່າວວ່າ “ການຄ້າທາງອີເລັກໂຕຣນິກແມ່ນກຳລັງເຕີບໂຕໃນສາກົນ ແລະ ຂົງເຂດອາຊຽນ,” ຊຶ່ງເປັນທີ່ຮັບຮູ້ກັນວ່າ ການຄ້າທາງອີເລັກໂຕຣນິກ “ມີທ່າແຮງໃນການຫຼຸດຕົ້ນທຶນການຄ້າສຳລັບຜູ້ສົ່ງອອກ ຢູ່ ສປປ ລາວ ແລະ ເຮັດໃຫ້ລາຄາສິນຄ້າຫຼຸດລົງສຳລັບຜູ້ຊົມໃຊ້.”
ກອງປະຊຸມໄດ້ມີການຈັດແບບ ເວທີສົນທະນາກ່ຽວກັບບົດບາດການຄ້າທາງອິເລັກໂຕຣນິກໃນການຂັບເຄື່ອນການພັດທະນາທາງດ້ານເສດຖະກິດ ແລະ ນະໂຍບາຍທີ່ຕ້ອງການເພື່ອເຮັດໃຫ້ເສດຖະກິດທາງດ້ານດິຈິຕອນຈຈຈຈະເລີນເຕີບໂຕ. ຜູ້ຮ່ວມອະທິບາຍໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງການຄ້າທາງອີເລັກໂຕຣນິກຕໍ່ຄວາມຍືນຍົງຂອງການຈະເລີນເຕີບໂຕທາງດ້ານເສດຖະກິດຂອງລາວ ແລະ ໄດ້ສົນທະນາກ່ຽວກັບຄວາມຈຳເປັນໃນປະສານງານກັບລັດຖະບານທີ່ໄດ້ຮັບການປັບປຸງໂດຍສະເພາະວຽກງານກ່ຽວກັບການປົກປ້ອງຜູ້ຊົມໃຊ້, ການເສຍອາກອນ ແລະ ການຄ້າຂ້າມສາຍແດນ.
ເວທີສົນທະນາ Lao Digital Forum ແມ່ນໄດ້ຈັດຂຶ້ນເປັນຄັ້ງທີສາມແລ້ວ ແລະ ໄດ້ຮັບການສະໜັບສະໜູນໂດຍສະຖານທູດສະຫະລັດອາເມລິກາ ໃນປີ 2018 ໂດຍການຮ່ວມມືກັບລັດຖະບານລາວ, ເວທີສົນທະນາສອງຄັ້ງທີ່ຜ່ານມາແມ່ນໄດ້ເນັ້ນໜັກກ່ຽວກັບເສດຖະກິດດິຈິຕອນ ແລະ ເຕັກໂນໂລຊີການເງິນ (fintech). ການຄ້າທາງອີເລັກໂຕຣນິກແມ່ນເປັນສ່ວນໜຶ່ງຂອງເສດຖະກິດດິຈິຕອນຊຶ່ງເຫັນວ່າມີທ່າແຮງຫຼາຍໃນການສົ່ງເສີມການຈະເລີນເຕີບໂຕທາງດ້ານເສດຖະກິດໃນ ສປປ ລາວ ແລະ ເພີ່ມການເຊື່ອມໂຍງທາງດ້ານເສດຖະກິດກັບເສດຖະກິດອາຊຽນ ແລະ ໂລກ.
ເວທີສົນທະນາ Lao Digital Forum ຄັ້ງທີສາມໄດ້ຮັບທຶນສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາຜ່ານອົງການພັດທະນາສາກົນແຫ່ງສະຫະລັດອາເມລິກາ (USAID) ຜ່ານໂຄງການຮ່ວມມື ລາວ-ສະຫະລັດອາເມລິກາເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (LUNA II), ພ້ອມດ້ວຍການສະໜັບສະໜູນຈາກໂຄງການການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ, ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ ຂອງອົງການ Deutsche Gesellschaft für Internationale Zusammenarbeit (GIZ) GmbH (RELATED). ສະຫະລັດອາເມລິກາໃຫ້ການຊ່ວຍເຫຼືອລາວ ແລະ ບັນປະເທດອາຊຽນອື່ນໃນການເຊື່ອມໂຍງເຂົ້າກັບເສດຖະກິດໂລກໂດຍການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ລະບຽບການທ້າງດ້ານເສດຖະກິດທີ່ດີ, ທັນສະໄໝ, ໂປ່ງໃສ ແລະ ກວມລວມ.