ລາວ-ຈີນ ຫາລືການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານການສຶກສາ ໃນ ສປປ ລາວ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສປ ຈີນ ໄດ້ປຶກສາຫາລືກ່ຽວກັບການຈັດຕັງປະຕິບັດ ໂຄງການຊ່ວຍເຫຼືອລ້າທີ່ລັດຖະບານ ສປ ຈີນ ໃຫ້ ການຊ່ວຍເຫຼືອ ລັດຖະບານ ສປປ ລາວ ໂດຍສະເພາະແມ່ນຫາລືກັນກ່ຽວກັບການສືບຕໍ່ໃຫ້ການຊ່ວຍເຫຼືອໂຮງຮຽນ 10 ແຫ່ງ ແລະ 2 ໂຄງການດ້ານການສຶກສາ ຄື: ໂຄງການໆສຶກສາທາງໄກ ແລະ ໂຄງການເຝິກອົບຮົມຜູ້ອຳນວຍການ ແລະ ຄູອາຈານ ໃຫ້ໄດ້ຮັບຜົນການຮ່ວມມືຢ່າງແທ້ຈິງ.
ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ Deng Boqing ຮອງຫົວໜ້າອົງການຮ່ວມມື ສາກົນເພື່ອການພັດທະນາແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ເມື່ອວັນທີ 11 ທັນວາ 2018, ມີຮອງຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ, ສູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ການເຂົ້າຢ້ຽມພົບປະຄັ້ງນີ້, ແມ່ນປຶກສາຫາລືກ່ຽວກັບການຈັດຕັງປະຕິບັດ ໂຄງການຊ່ວຍເຫຼືອລ້າທີ່ລັດຖະບານ ສປ ຈີນ ໃຫ້ ການຊ່ວຍເຫຼືອລັດຖະບານ ສປປ ລາວ ທັງເປັນການຈັດຕັ້ງຜັນຂະຫຍາຍການຈັດຕັ້ງສູງສຸດຂອງ 2 ປະເທດ ລາວ-ຈີນ ເຮັດແນວໃດໃຫ້ປະຊາຊົນ 2 ຊາດໄດ້ຮັບຜົນການຮ່ວມມືຢ່າງແທ້ຈິງ ໂດຍປຶກສາຫາລືກັນກ່ຽວກັບການສືບຕໍ່ໃຫ້ການຊ່ວຍເຫຼືອໂຮງຮຽນ 10 ແຫ່ງ ເຊິ່ງໂຄງການນີ້ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2016 ເປັນຕົ້ນມາ ແລະ ປຶກສາຫາກ່ຽວກັບ 8 ໂຄງການໃຫຍ່ ເຊິ່ງໃນນັ້ນມີ 2 ໂຄງການທີ່ກ່ຽວພັນກັບການສຶກສາທີ່ລັດຖະບານ ສປ ຈີນ ໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ. ສໍາລັບໂຮງຮຽນ 10 ແຫ່ງດັ່ງກ່າວ, ແມ່ນໄດ້ຮັບການເຊັນອະນຸມັດຈາກລັດຖະບານແລ້ວ. ນອກຈາກນີ້, ຍັງມີສູນເຝິກອົບຮົມສີມືແຮງງານ, ໂຮງຮຽນເຕັກນິກວິຊາຊີບທາງລົດໄຟ ແລະ ອີກ 5 ໂຮງຮຽນທີ່ຍັງບໍ່ທັນກຳນົດເປັນໂຄງການ.
ສໍາລັບ 2 ໂຄງການແມ່ນມີ: ໂຄງການໆສຶກສາທາງໄກໃນທົ່ວປະເທດໂດຍມີ 20 ຈຸດ ໂດຍຕິດພັນກັບພຶ້ນຖານໂຄງລ່າງຂອງການສຶກສາທາງໄກ ເຊິ່ງຈະໄດ້ເລືອກສະຖານທີ່ ທີ່ມີປະຊາກອນຫຼາຍ ແລະມີເຕັກໂຕໂລຊີເຂົ້າເຖິງ. ສວ່ນໂຄງການທີ 2 ແມ່ນໂຄງການເຝິກອົບຮົມຜູ້ອຳນວຍການ ແລະ ຄູອາຈານ ເຊິ່ງໃນປີ 2018 ຜູ້ອຳນວຍການ ແລະ ຄູ-ອາຈານ 1300 ກວ່າຄົນ ແມ່ນໄດ້ໄປເຝິກອົບຮົມ ແລະ ສໍາມະນາ ຢູ່ ສປ ຈີນ ແລະ ໄດ້ ແບ່ງເປັນ 2 ຊຸດຄື: ເອົາຄູ-ອາຈານ ຈໍານວນດັ່ງກ່າວທີ່ໄປເຝິກແລ້ວມາສອນໃນ ສປປ ລາວ ແລະ ເອົານັກສຶກສາ-ຄູ-ອາຈານ 1000 ຄົນ ໃນຊົນນະບົດໄປເຝິກອົບຮົມຢູ່ ສປ ຈີນ ກັບມາສອນໃນ ສປປ ລາວ ແລະ ຄັດເລືອກເອົາຜູ້ອໍານວຍການ ແລະ ຄູ-ອາຈານໄປເຝິກອົບຮົມ ໂດຍສະເພາະຄູອາາຈານທີ່ສອນວິຊາສະເພາະໃນໂຮງຮຽນ ພາຍຫຼັງກັບມາສອນຖ້າຫາກເຫັນຄວາມປ່ຽນແປງ ແລະ ຄູ-ອາຈານ ຫາກປະຕິບັດໄດດີເຮົາສາມາດເອົາໂຮງຮຽນນັ້ນໆ ເປັນສູນເຝິກອົບຮົມ ແລະ ສາມາດສ້າງເປັນໂຮງຮຽນແຮກສ່ຽວໄດ້.
(ໄກ່ແຈ້)