ໜຸ່ມຈີນຂ້າເມຍ! ຈັບກົດນໍ້າຕາຍ ຫວັງຫຸບເງິນປະກັນຊິວິດກວ່າ 42ຕື້ກີບ

ກາຍເປັນກະແສວິພາກວິຈານຮ້ອນແຮງໃນສັງຄົມຈີນ ສຳລັບກໍລະນີໜຸ່ມຊາວຈີນຕົກເປັນຜູ້ຖືກສົງໄສຄາຕະກຳເມຍຂອງຕົວເອງ ຂະນະທີ່ເດີນທາງໄປທ່ອງທ່ຽວ ພູເກັດ ປະເທດໄທ ເພື່ອຮັບເງິນປະກັນມູນຄ່າຫຼາຍສິບລ້ານຢວນ ທີ່ລາວຊື້ໄວ້ບໍ່ພໍເທົ່າໃດເດືອນຜ່ານມານີ້.
ວັນທີ 11 ທັນວາ ທີ່ຜ່ານມາ ກົງສຸນໃຫຍ່ຂອງ ສປ ຈີນ ປະຈຳແຂວງສົງຂາ ປະເທດໄທ ຢືນຢັນກັບຕຳຫຼວດທ້ອງຖິ່ນວ່າ ໄດ້ຈັບກຸມ ແລະ ສືບສວນ ທ້າວ ຈາງ ອີ້ຟານ ພ້ອມປະສານຄວາມຮ່ວມມືຫາກຕ້ອງສົ່ງຕົວລາວກັບຈີນ ພາຍໃຕ້ຄຳຮ້ອງຂໍຂອງຕຳຫຼວດຈີນ ແລະ ຄອບຄົວຂອງຜູ້ເສຍຊີວິດ.
ລາຍງານລະບຸວ່າ ທ້າວ ຈາງ ໄດ້ພາເມຍໄປທ່ຽວພູເກັດ ຕັ້ງແຕ່ວັນທີ 27 ຕຸລາ ກ່ອນຈະຕິດຕໍ່ຫາຄອບຄົວໃນອີກ 3 ມື້ຕໍ່ມາ ເພື່ອແຈ້ງຂ່າວເມຍທີ່ເສຍຊີວິດຈາກເຫດການຈົມນໍ້າ ຢູ່ສະລອຍນໍ້າຂອງໂຮງແຮມ ໃນວັນທີ 29 ຕຸລາ ໂດຍບໍ່ມີພາບວົງຈອນປິດເປັນຫຼັກຖານ. ນອກຈາກນີ້ ສື່ຈີນຍັງລາຍງານວ່າ ເມຍຂອງຈາງ ສາມາດລອຍນໍ້າໄດ້ດີ.
ທັງນີ້ ລູກສາວ ອາຍຸ 20 ເດືອນ ຂອງພວກເຂົາ ທີ່ຮ່ວມເດີນທາງໄປພູເກັດນຳຄັ້ງນີ້ ຍັງປອດໄພດີ.
ພໍ່ແມ່ຂອງຜູ້ເສຍຊີວິດສັງເກດເຫັນຮອຍຊໍ້າຕາມຮ່າງກາຍ ລວມເຖິງເລັບມືແຕກຫັກຫຼາຍຈຸດ ຫຼັງໄດ້ເບິ່ງສົບຂອງລູກສາວເປັນຄັ້ງສຸດທ້າຍ ເມື່ອວັນທີ 1 ພະຈິກ. ພວກເຂົາຈຶ່ງໄດ້ແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນ ເຊິ່ງໄດ້ຈັບກຸມຕົວທ້າວຈາງໃນເວລາຕໍ່ມາ.
ທ້າວ ຈາງ ຍອມຮັບສາລະພາບວ່າ ລາວກໍ່ເຫດຄາຕະກຳເມຍຂອງຕົວເອງແທ້ ໂດຍຊີ້ແຈງເຫດຜົນວ່າ “ລາວບໍ່ຕ້ອງການໃຊ້ຊີວິດຄູ່ກັບນາງອີກຕໍ່ໄປແລ້ວ”
ນອກຈາກນີ້ ພໍ່ແມ່ຂອງຜູ້ເສຍຊີວິດ ຍັງໄດ້ຄົ້ນພົບເອກະສານປະກັນຊີວິດ 4 ສະບັບ ຖືກເຊື່ອງໄວ້ກ້ອງບ່ອນນອນໃນບ້ານຂອງສອງຜົວເມຍພວກເຂົາ ຢູ່ເມືອງທຽນຈິນ ທາງພາກເໜືອຂອງຈີນ ໂດຍປະກັນຊີວິດທັງໝົດແມ່ນເຮັດຂຶ້ນໂດຍໃສ່ຊື່ຜູ້ເປັນເມຍ ແລະ ທ້າວ ຈາງ ເປັນຜູ້ໄດ້ຮັບຜົນປະໂຫຍດແຕ່ພຽງຜູ້ດຽວ.
ລາຍງານບອກຕື່ມອີກວ່າ ໄດ້ພົບປະກັນໄພປະເທດຕ່າງໆອີກ 14 ສະບັບ ເຊິ່ງເຮັດໃຫ້ມູນຄ່າລວມສູງຂຶ້ນເປັນຢ່າງໜ້ອຍ 33.26 ລ້ານຢວນ ຫຼື ປະມານ 42 ຕື້ກີບ ແລະ ທັງໝົດມີ ທ້າວ ຈາງ ເປັນຜູ້ຮັບປະໂຫຍດແຕ່ພຽງຜູ້ດຽວຖ້າຫາກເມຍຂອງລາວເສຍຊີວິດ.
ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດຈີນ ກຳລັງກວດສອບ ປະກັນຊີວິດ ແລະ ປະກັນໄພອື່ນໆ ຈຳນວນ 18 ສະບັບ ແລະ ສືບສວນວ່າຍັງມີການເຮັດປະກັນໄພປະເພດອື່ນໆໄວ້ອີກຫຼືບໍ່