8 ສິ່ງທີ່ທ່ານຕ້ອງເຮັດ ຖ້າຍາກໄດ້ປີ້ຍົນລາຄາຖືກ

ເທດສະການສົງການໃກ້ເຂົ້າມາຫຼາຍໆຄົນຄົງວາງແຜນຈະໄປທ່ຽວກັນແລ້ວ ແລະ ຄິດວ່າທຸກຄົນທີ່ວາງແຜນໄປທ່ອງທ່ຽວສ່ວນໃຫ່ຍກໍ່ມັກຈະມີງົບຈຳກັດ ແລະ ຄົງຍາກທີ່ຈະຈອງປິ້ຍົນທີ່ລາຄາຖືກທີ່ສຸດ ບາງຄົນເຖິງກັບຍົກເລີກແຜນເພາະລາຄາປີ້ຍົນນັ້ນແພງເຫຼືອເກີນ ພຽວແຕ່ຊື້ປີ້ຍົນໄປກັບກໍ່ເກືອບຈະບໍ່ເຫຼືອເງິນຈະໄປໃຊ້ທ່ອງທ່ຽວ ຫຼື ຊື້ເຄື່ອງແລ້ວ ມື້້ນີ້ Jetradar ຈະມາບອກສິ່ງທີ່ທ່ານຕ້ອງເຮັດ ຖ້າທ່ານຍາກຈະຈອງປີ້ຍົນແລ້ວເຫຼືອເງິນໄວ້ເຮັດຍ່າງອື່ນ
1. ຊື້ປີ້ຍົນໃຫ້ຖືກເວລາ
ໂດຍປົກກະຕິແລ້ວ ເຮົາບໍ່ຄວນຈອງປີ້ຍົນລ່ວງໜ້າ ຫຼື ຊ້າຈົນເກີນໄປ ບໍ່ຄວນຊ້າເກີນໄປເຊັ່ນ ການຈ່ອງລ່ວງໜ້າ 1-2 ອາທິດ ການຈອງຊ້າໄປນິແຫຼະ ທີ່ເຮັດໃຫ້ລາຄາປີ້ຍົນແພງ ແຕ່ເຮົາກໍ່ບໍ່ຄວນຈ່ອງລ່ວງໜ້າຈົນເກີນໄປອີກ ເຊັ່ນ ຈອງກ່ອນລ່ວງໜ້າໜຶ່ງປີ ນີ້ກໍ່ລ່ວງໜ້າຈົນເກີນໄປ ດັ່ງນັ້ນຕົວເລກທີ່ແນະນຳຄື 49-60 ວັນລ່ວງໜ້າ ແຕ່ແທ້ຈິງແລ້ວ ມັນກໍ່ຂື້ນຢູ່ກັບເປົ້າໝາຍປາຍທາງ ແລະ ອີກຢ່າງຫາກວັນເດີນທາງກົງກັບວັນພັກເທດສະການຕ່າງໆ ຕົວເລກນີ້ຄົງໃຊ້ອ້າງອິງບໍ່ໄດ້ ເພາະວັນພັກອາດຈະມີຄົນເດີນທາງເປັນຈຳນວນຫຼາຍເຊິງອາດຈະຕ້ອງຈ່ອງລ່ວງໜ້າດົນກ່ວານັ້ນ
2. ປີ້ຍົນບາງມື້ກໍ່ຖືກກ່ວາວັນອື່ນ
ເລືອກວັນພາຍໃນອາທິດໃຫ້ຖືກ ຈະເຮັດໃຫ້ບາຄາປີ້ຍົນຖືກລົງອີກ ຈາກສະຖິຕິທີ່ແລ້ວ ມ້ືທີ່ຖືກທີ່ສຸດຈະເປັນວັນພຸດ ແລະ ວັນອັງຄານ ສ່ວນວັນທີ່ແພງສຸດຈະເປັນວັນສຸກ ແລະ ວັນທິດ ສ່ວນວັນອື່ນໆລາຄາກໍ່ກາງໆ
3.ກວດລາຄາປີ້ຍົນຢູ່ເລື້ອຍໆ
ລາຄາຄ່າໂດຍສານຈະເປັນລາຄາທີ່ຜັນແປປ໋ຽນແປງຢູ່ຕະຫຼອດເວລາ ເວົ້າງ່າຍໆກໍ່ຄືອາດຈະຖືກປ່ຽນຫຼາຍຄັ້ງພາຍໃນອາທິດ ດັ່ງນັ້ນທັນທີທີ່ເຮົາຮູ້ວ່າຈະເດີນທາງ ໃຫ້ເຮົາເຂົ້າໄປເຊັກລາຄາຄ່າໂດຍສານເລື້ອຍໆ ອາດຈະຄັ້ງລະ 1 ອາທິດ ແລ້ວເມື່ອໃດ ໄດ້ລາຄາທີ່ຕ້ອງການແລ້ວກໍ່ຈອງຕົວໄປເລີຍ ເພາະອາດຈະບໍ່ເຫັນລາຄານີ້ອີກແລ້ວ
4. ຄຳນວນເຖິງຊ່ວງວັນພັກໃນເທດສະການ ລະດູແລ້ງ (ຊ່ວງທີ່ຄົນນິຍົມໄປທ່ຽວ)ດ້ວຍ
ທ້ຽວບິນທີ່ມີຄົນຈອງຫຼາຍເທົ່າໃດ ລາຄາປີ້ຍົນກໍ່ຍິ່ງແພງຂື້ນເທົ່ານັ້ນ ເພາະສະນັ້ນແລ້ວຊ່ວງທີ່ຄົນເດີນທາງໜາແນ້ນ ຫຼື ເທດສະການວັນພັກຕ່າງໆປີ້ຍົນຍິ່ງແພງກ່ວາວັນອື່ນໆເປັນປົກກະຕິຢູ່ແລ້ວ ຢາກຈະໃຫ້ລອງສຶກສາຂໍ້ມູນຈຸດໝາຍປາຍທາງທີ່ຈະໄປໃຫ້ດີກ່ອນ. ຊ່ວງເວລາທີ່ຈະເດີນທາງກົງກັບວັນພັກ ຫຼື ວັນທີ່ມີຄົນເດີນທາງຫລາຍຫຼືບໍ່ ຖ້າຫຼີກລ້ຽງໄດ້ກໍ່ຈະເປັນການດີ
5. ເລືອກປີ້ຍົນຈາກຫຼາຍສາຍການບິນ
ສາຍການບິນທັງພາຍໃນ ຫຼື ຕ່າງປະເທດມີຈຳນວນຫຼາຍ ຍັງບໍ່ລວມພວກ Travel Agency ທີ່ຮັບປີ້ຍົນຈາກສາຍການບິນມາຂາຍຕໍ່ອີກເທື່ອໜຶ່ງ ແນ່ນອນລາຄາປີ້ຂອງແຕ່ລະບ່ອນຈະແຕກຕ່າງກັນໄປ ເຮົາຈິ່ງຄວນເລືອກປີ້ຍົນຈາກຫຼາຍແຫ່ງເພື່ອມາປຽບທຽບລາຄາກັນອີກຄັ້ງ ຫຼື ຈະໃຊ້ບໍລິການ Meta Search Engine ເຊັ່ນ Jetradar ເຊິ່ງຈະລວບລວມລາຄາມາໄວ້ບ່ອນດຽວ
6.ຄຳນຶງເຖີງເລື່ອງສຳພາລະ
ການທີ່ຈະໂຫຼດສຳພາລະໄປ ບາງສາຍການບິນໂດຍສະເພາະສາຍການບິນລາຄາຖືກ ຈະຄິດຄ່າສຳພາລະເພິ່ມເຕີມ ຖ້ານ້ຳໜັກມັນເກີນກຳນົດ ເວລາຈ່ອງປີ້ກໍ່ຄວນເບິ່ງໃຫ້ດີໆກ່ອນວ່າສາຍການບິນກຳນົດຄ່າສຳພາລະນ້ຳໜັັກກະເປົ໋າໃຫ້ເທົ່າໃດ ແລະ ຖ້າຈຳເປັນຕ້ອງຊື້ເພີ່ມແທ້ໆ ກໍ່ໃຫ້ປຽບທຽບເບິ່ງວ່າບ່ອນໃດຖືກກ່ອນກັນ ແລະ ຂໍເຕືອນອີກຍ່າງໜຶ່ງ ກະເປົາທີ່ຈະຂຶ້ນເຄື່ອງ ທາງສາຍການບິນບໍ່ໄດ້ອານຸຍາດໃຫ້ທັງໝົດ ຈະມີການຈຳກັດຂະໜາດ ແລະ ນ້ຳໜັກກະເປົາດ້ວຍ ແລະ ຖ້າຂະໜາດ ຫຼື ນ້ຳໜັກເກີນຈະບໍ່ມີທາງເລືອກ ແລະ ຕ້ອງໂຫຼດກະເປົາໄປເທົ່ານັ້ນໂດຍທີ່ຈະຕ້ອງເສຍຄ່າສຳພາລະເພີ່ມເຕິມອີກດ້ວຍ ຄວນເຊັກໃຫ້ດີໆກ່ອນເດີນທາງ
7. ກວດສອບລາຄາປີ້ຍົນໄປສະຖານທີ່ໃກ້ຄຽງ
ເວົ້າງ່າຍໆ ສົມໝຸດວ່າເຮົາຈະເດີນທາງໄປ ພູເກັດ ອາດຈະກວດປີ້ຂອງສະຖານທິ່ໃກ້ຄຽງເຊັ່ນ ກະບີ່ ອາດຈະມີປີ້ທີ່ລາຄາຖືກກ່ວາກໍ່ໄດ້ ເພາະເຮົາຈະມີທາງເລືອກໃນການຊື້ປີ້ຫຼາຍຂື້ນອີກທົບໜຶ່ງເລີຍ ເວລາຈະເດີນທາງໄປຕ່າງປະເທດກໍ່ລອງໃຊ້ວິທີນີ້ເບິ່ງ
8. ລອງແຍກຈອງປີ້ ແທນທີ່ການຈອງຄັ້ງດຽວຫຼາຍຄົນ
ຈອງປີ້ແຍກກັນ ອາດຈະໄດ້ລາຄາທີ່ດີກ່ວາການຈອງລວມຫຼາຍຄົນ ເນື່ອງຈາກລາຄາທີ່ຖືກສ່ວນໃຫ່ຍແຕ່ລະທ້ຽວບິນຈະຄຳນວນໄວ້ ເຊັ່ນ ທີ່ໂຊນນີ້ລາຄາ 2,500 ເຫຼືອ 1 ບ່ອນນັ່ງ ແລະ ມີທີ່ລາຄາ 3,500 ເຫຼືອຢູ່ອີກຈຳນວນໜຶງ ຖ້າຈອງພ້ອມກັນ 3 ຄົນຈະມີໂອກາດທີ່ທ່ານຈະໄດ້ປີ້ລາຄາ 3,500 ທັງ 3 ຄົນ ເພາະເຂົາເບິ່ງວ່າທ່ານມາເປັນກຸ່ມ ແຕ່ຖ້າທ່ານຈອງແຍກເທື່ອລະຄັນ ຈະມີຄົນໜຶ່ງໄດ້ 2,500 ໄປ ດັ່ງນັ້ນທຸກຄັ້ງທີ່ຈອງຫຼາຍກ່ວາ 1 ຄົນ ກໍ່ເລິ່ມຕົ້ນເຊັກລາຄາຂອງທັງກຸ່ມກ່ອນ ກໍ່ລອງແບ່ງຍ່ອຍ ຫຼື ກຸ່ມນ້ອຍລົງ ຈາກນັ້ນທຽບລາຄາກັນເບິ່ງ
ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດໃຫ້ກັບຄົນທີ່ກຳລັງຂະຈອງຕົວເດີນທາງຢູ່ບໍ່ຫຼາຍກໍ່ໜ່້ອຍ ວ່າແລ້ວກໍ່ລອງໃຊ້ 8 ວິທີນີ້ຫາປີ້ຖືກກັນໄດ້ເລີຍ
ຂໍຂອບໃຈ
ຂໍ້ມູນ : www.jetradar.co.th/blog/8-things-for-booking-cheapest-flight/