ເຜີຍຄວາມຮູ້ສຶກ ນຸ້ຍ ສຸພາພອນ ສາວລາວນາງເອກ MV ເພງ ນິລັນດອນ ຂອງ ຕ່າຍ ອໍລະໄທ ແລະ ໂຈໂຈ້ Miracle

ນຸ້ຍ ສຸພາພອນ ສົມວິຈິດ ສາວລາວເຈົ້າຂອງມຸງກຸດມິສຢູນິເວີສລາວ 2017 ຜູ້ຮັບບົດນາງເອກເອັມວີເພງສານສາຍສຳພັນລາວ-ໄທ "ນິລັນດອນ" ເຊິ່ງຂັບຮ້ອງໂດຍ ຕ່າຍ ອໍລະໄທ ສາວລູກທົ່ງສຽງດີແຫ່ງວົງການເພງໄທ ແລະ ໂຈໂຈ້ Miracle ສິລະປິນລາວຜູ້ມີຜົນງານທາງການບັນເທີງລະດັບແຖວໜ້າຂອງປະເທດ.
>> ອ່ານເພີ່ມ "ປ່ອຍແລ້ວ! ເພງ “ນິລັນດອນ” ບົດເພງສານສຳພັນສອງຝັ່ງຂອງ ລາວ-ໄທ"
ນຸ້ຍ ສຸພາພອນ ໄດ້ເປີດເຜີຍວ່າ ໃນເລື່ອງເວົ້າເຖິງຄວາມຮັກລະຫວ່າງຍິງສາວຊາຍໜຸ່ມຕັ້ງແຕ່ຊາດປາງກ່ອນ ແລະ ກັບມາພົບກັນອີກໃນຊາດນີ້ ແລະ ນຸ້ຍເອງໄດ້ຮັບບົດເປັນນາງເອກ ຊື່ ດາວ ເຮັດວຽກໃນສວນກາເຟຢູ່ທາງພາກໃຕ້ຂອງລາວ ແລະ ຖືກຫັກອົກຈາກແຟນໜຸ່ມ ແລະ ພະເອກເອງກໍອົກຫັກຈາກແຟນເຊັ່ນກັນ ແລະ ມາພົບກັນທີ່ແຂວງຈຳປາສັກ.
"ຫຼັງຈາກທີ່ທັງສອງອົກຫັກ ກໍບັງເອີນມາພົບກັນເລື້ອຍໆໃນສະຖານທີ່ຫຼາຍໆແຫ່ງ ເຊິ່ງຖ່າຍທຳໃນສະຖານທີ່ສວຍງາມຫຼາຍແຫ່ງ ຢາກໃຫ້ທຸກຄົນໄດ້ເບິ່ງນຳກັນວ່າ ມັນເປັນພຽງຄວາມບັງເອີນ ຫຼື ຄວາມຮັກທີ່ຈະຢູ່ກັນໄປແບບນິລັນດອນ", ນຸ້ຍ ກ່າວໃນວິດີໂອທີ່ທາງ ຊ່ອງຢູທູບຂອງ ຕ່າຍ ອໍລະໄທ ເຜີຍແຜ່ເມື່ອບໍ່ດົນມານີ້.
>> ອ່ານເພີ່ມ "ເລື່ອງສັ້ນຈາກເພງ “ນິລັນດອນ” ໂດຍ ຕ່າຍ ອໍຣະໄທ ແລະ ໂຈໂຈ້ Miracle ຕອນທີ 1 ອອກມາໃຫ້ຊົມແລ້ວ"
ພ້ອມກັນນັ້ນ ນຸ້ຍຍັງກ່າວວ່າ ສາກດຣາມາຂອງເອັມວີເປັນສາກທີ່ຍາກທີ່ສຸດຂອງເອັມວີ ເພາະຕ້ອງໃຊ້ອາລົມຢ່າງເຖິງທີ່ສຸດ. ນຸ້ຍກ່າວຕື່ມອີກວ່າ ຕົນເອງເປັນແຟນຄລັບຂອງ ຕ່າຍ ອໍລະໄທ ມາດົນແລ້ວ ຟັງເພງຂອງ ຕ່າຍ ມາຕັ້ງແຕ່ຍັງນ້ອຍ.
"ຜົນງານເພງນີ້ ເປັນການຮ່ວມມືກັນລະຫວ່າງລາວ ແລະ ໄທ ເປັນເລື່ອງລາວທີ່ໜ້າຕິດຕາມ ເຊິ່ງສະແດງໃຫ້ເຫັນເຖິງວັດທະນະທຳ ແລະ ສະຖານທີ່ທີ່ສວຍງາມຂອງລາວເຮົາ", ນຸ້ຍ ກ່າວຝາກຜົນງານປິດທ້າຍ.