ສຳຜັດ Nokia 6.1 Plus ລາຄາພຽງ 2 ລ້ານຕົ້ນໆ ແຕ່ຟັງຊັນຈັດເຕັມຄຸ້ມຄ່າເກີນລາຄາ

ກັບມາຄັ້ງນີ້ ແບຣນໃນຕຳນານຢ່າງ Nokia ບໍ່ໄດ້າຫຼິ້ນໆ ຢ່າງຫຼ້າສຸດກັບຮຸ່ນ 6.1 Plus ທີ່ຫາກໍວາງຂາຍໄປໄດ້ບໍ່ດົນ ພ້ອມໜ້າຈໍທີ່ມີຮອຍແຫວ່ງດ້ານເທິງຕາມສະໄໝນິຍົມ ແລະ ຫຼາຍຄົນຄິດວ່າບໍ່ມີຫຍັງທີ່ແປກໃໝ່ ແຕ່ຫຼັງຈາກທີ່ເຮົາໄດ້ເອົາມາໃຊ້ໄລຍະໜຶ່ງ ແລະ ສຳຜັດໂຕເປັນໆກໍເຫັນວ່າມັກໃນຄວາມເໝາະມື ແລະ ວັດສະດຸທີ່ດີ ລວມທັງຂໍ້ສະເໜີຈາກທາງຕົວແທນຈຳໜ່າຍຢູ່ໃນລາວທີ່ແປກໃໝ່ ແລະ ໜ້າສົນໃຈບໍ່ໜ້ອຍ.
Nokia 6.1 Plus ມີໜ້າຈໍຂະໜາດ 5.8 ນິ້ວ ຂອບຂ້າງຈໍບາງໆ ຖືວ່າເປັນຂະໜາດເຄື່ອງທີ່ກຳລັງພໍດີມື ບໍ່ໃຫຍ່ບໍ່ນ້ອຍຈົນເກີນໄປ ເວລາຖືໃຊ້ງານກໍສະດວກດີ.
ຄວາມຫຼູຫຼາຂອງຕົວເຄື່ອງສຳຜັດໄດ້ບ່ອນໂລຫະຂອບເຄື່ອງທີ່ເຮັດຈາກວັດສະດຸອະລູມິນຽມ ແລະ ກະຈົກດ້ານຫຼັງ ເຮັດໃຫ້ແນມເບິ່ງງາມ ແລະ ມີຄວາມທັນສະໄໝ.
ສ່ວນອື່ນໆຂອງຕົວເຄື່ອງກໍປະກອບມີ: ຊ່ອງໃສ່ຊິມກາດແບບໄຮບຣິດຄື ໃຊ້ງານ 2 ຊິມ ແລະ ເປີດ 4 ຈີພ້ອມກັນໄດ້,ຮູສາຍສາກແບບ USB-C, ຮູສາຍຫູຟັງກໍຍັງເປັນແບບ 3.5 ມມ, ປຸ່ມສະແກນລາຍນິ້ວມືກໍຢູ່ທີ່ດ້ານຫຼັງຕົວເຄື່ອງ.
ໃນສ່ວນຂອງກ້ອງ, ກ້ອງຫຼັງເປັນແບບກ້ອງຄູ່ ຄວາມລະອຽດ 16 ລ້ານພິກເຊວ ແລະ 5 ລ້ານພິກເຊວ ແລະ ກ້ອງໜ້າໜ້າຄວາມລະອຽດ 16 ລ້ານພິກເຊວ.
ສ່ວນທີ່ເຮົາມັກກ່ຽວກັບກ້ອງຂອງ Nokia 6.1 Plus ນີ້ກໍຄື ຄວາມໄວຂອງການຖ່າຍທີ່ກົດປຸບຕິດປັບ, ໂໝດ Live Focus ທີ່ຖ່າຍໜ້າແຈ້ງຫຼັງມົວໄດ້ດີ ບໍ່ແມ່ນມີໄວ້ເພື່ອໃຫ້ຮູ້ວ່າມີຄືຫຼາຍໆຮຸ່ນ ແຕ່ສາມາດໃຊ້ງານໄດ້ແທ້ ແລະ ອີກໂໝດທີ່ໜ້າົນໃຈຄືການຖ່າຍຮູບດ້ວຍກ້ອງໜ້າ ແລະ ກ້ອງຫຼັງພ້ອມກັນນັ້ນເອງ.
ຕົວຢ່າງຮູບຖ່າຍບາງສ່ວນຈາກ Nokia 6.1 Plus
ຮຸ່ນນີ້ໄດ້ນຳໃຊ້ລະບົບປະຕິບັດການ Android ແບບບໍ່ມີການປັບແຕ່ງຫຼາຍຈາກໂຄງການ Android One ເຮັດໃຫ້ໝັ້ນໃຈໄດວ່າຈະໄດ້ຮັບອັບເດດຄວາມປອດໄພທຸກເດືອນ ລວມທັງໄດ້ຮັບອັບເດດໃຫຍ່ກ່ອນສະມາດໂຟນຄ້າຍໃຫຍ່ອື່ນໆຢ່າງແນ່ນອນ.
ສຳລັບຜູ້ໃຊ້ໃນປະເທດລາວ, ຕົວແທນຈຳໜ່າຍໃຫຍ່ຢ່າງ LTH ໃຫ້ຂໍ້ມູນກັບພວກເຮົາວ່າ ຜູ້ທີ່ຊື້ Nokia 6.1 Plus ຈະໄດ້ຮັບປະກັນຕົວເຄື່ອງເປັນເວລາ 1 ປີ ເຊິ່ງຖາຫາກເກີດໜ້າຈໍແຕກ ສາມາດນຳເອົາເຄື່ອງທີ່ເພໄປປ່ຽນເອົາເຄື່ອງໃໝ່ແກະກ່ອງໄດ້ໃນລາຄາເຄິ່ງໜຶ່ງຂອງຕົວເຄື່ອງ (ຈາກລາຄາເຕັມ 2,369,000 ກີບ) ໂດຍບໍ່ຕ້ອງແປງໜ້າຈໍ ເຊິ່ງຖືວ່າເປັນຂໍ້ສະເໜີທີ່ໜ້າສົນໃຈຫຼາຍ.
ສະຫຼຸບສະເປັກ Nokia 6.1 Plus
- ໜ້າຈໍຂະໜາດ 5.8 ນິ້ວ ຄວາມລະອຽດ FHD+ (1080 x 2280) ອັດຕ່ສ່ວນ 19:9
- CPU : Snapdragon 636
- GPU : Adreno 509
- RAM : 4GB LPDDR4
- ຄວາມຈຳພາຍໃນ : 64GB ຮອງຮັບ MicroSD Card (Hybrid)
- ກ້ອງຫຼັງຄູ່ : 16MP (f/2.0) + 5MP monochrome (f/2.2)
- ກ້ອງໜ້າ : 16MP (f/2.0)
- ລະບົບປົດລັອກດ້ວຍໃບໜ້າ
- ສະແກນລາຍນິ້ວມືດ້ານຫຼັງ
- USB-C 2.0
- ຮູຫູຟັງ 3.5 ມມ
- ແບັດເຕີຣີ : 3,060 mAh ຮອງຮັບQC 3.0
- ລະບົບ Android 8.1 Oreo
- ຂະໜາດ ແລະ ນໍ້າໜັກ : 147.2 x 70.98 x 7.99 ມມ / 151 ກຣາມ
- ສີທີ່ວາງຂາຍ : ສີດຳ
- ລາຄາຂາຍ: 2,369,000 ກີບ ພ້ອມຂອງແຖມມູນຄ່າ 230,000 ກີບ