ເລື່ອງສັ້ນຈາກເພງ “ນິລັນດອນ” ໂດຍ ຕ່າຍ ອໍຣະໄທ ແລະ ໂຈໂຈ້ Miracle ຕອນທີ 1 ອອກມາໃຫ້ຊົມແລ້ວ

ເມື່ອວັນທີ 3 ທັນວາຜ່ານມານີ້ ທາງຊ່ອງ GRAMMY GOLD OFFICIAL ໄດ້ປ່ອຍເລື່ອງສັ້ນຈາກເພງ ນິລັນດອນ ຕອນທີ 1 ອອກມາໃຫ້ໄດ້ຊົມກັນແລ້ວ ໂດຍການຮ້ອງປະສານສຽງຂອງໜຸ່ມ-ສາວ ສອງຝັ່ງແມ່ນ້ຳຂອງ ຢ່າງ ໜຸ່ມ ໂຈໂຈ້ ມິຣາໂຄ ກັບ ຕ່າຍ ອໍຣະໄທ ທີ່ໄດ້ປ່ອຍເພງເຕັມແບບອໍດິໂອ ອອກມາໃຫ້ໄດ້ຟັງກັນເມື່ອເດືອນທີ່ຜ່ານມານັ້ນເອງD
ເລື່ອງສັ້ນ ນິລັນດອນ ໄດ້ນັກສະແດງຍິງ ທີ່ມີດີກຣີເປັນເຖິງນາງສາວລາວ ຢ່າງ ນຸ້ຍ ສຸພາພອນ ສົມວິຈິດ ແລະ ພະເອກໜຸ່ມຊາວໄທ ຢ່າງ ສະຣຸດ ສຸວັນນະພັກດີ ມາຮ່ວມສະແດງ, ໂດຍ ຕອນທີ 1 ແມ່ນການມາພົບພໍ້ກັນຂອງ 2 ບ່າວສາວ ທີ່ຢູ່ກັນຄົນລະປະເທດ ແຕ່ດ້ວຍຄວາມບັງເອີນໃນການມາພົບພໍ້ກັນ, ແລະ ນີ້ເປັນຈຸດເລີ່ມຕົ້ນຂອງທັງສອງຄົນ ແລະ ຈະເປັນແນວໃດຕໍ່ຈາກນີ້ ເພິ່ນມີຕອນທີ 2 ໄວ້ໃຫ້ໄດ້ຊົມກັນໃນຕອນໜ້າ ເຊິ່ງສາມາດຕິດຕາມໄດ້ຈາກ ຢູທູບ ຊ່ອງ GRAMMY GOLD OFFICIAL.