ລະວັງຖືກເກັບຂໍ້ມູນສ່ວນຕົວຈາກແອັບທວາຍນິໄສຈາກຊື່ເຟສບຸກ

ກັບມາອີກແລ້ວກັບແອັບເກມທວາຍນັ້ນນີ້ໃນເຟສບຸກ ທີ່ໃຫ້ຜູ້ໃຊ້ກົດເຂົ້າໄປຫຼິ້ນ ແລ້ວທວາຍນິໄສຈາກຊື່ເຟສບຸກວ່າ ບຸກຄົນນັ້ນເປັນແນວໃດ ແຕ່ຖ້າລອງເຊັກໃຫ້ດີຈະຮູ້ວ່າແອັບທີ່ກຳລັງລະບາດຢູ່ໃນຕອນນີ້ ຈະເຂົ້າໄປເກັບຂໍ້ມູນທີ່ເປັນສ່ວນຕົວຂອງຜູ້ໃຊ້.
ຂະນະນີ້ ຜູ້ໃຊ້ເຟສບຸກຊາວລາວກຳລັງຮິດຫຼິ້ນແອັບພລິເຄຊັນເກມທີ່ມີຊື່ວ່າ 'OMG' ທີ່ຜູ້ຫຼິ້ນພຽງກົດຫຼິ້ນ ແລ້ວທາງແອັບ ຈະນຳຊື່ເຟສບຸກຂອງບຸກຄົນນັ້ນໄປປະມວນຜົນ ເພື່ອທວາຍນິໄສວ່າບຸກຄົນນັ້ນມີນິໄສເປັນແນວໃດ ເຊິ່ງຖ້າເບິ່ງຜິວເຜີນຈະຄິດວ່າເປັນແອັບ ເກມ ໄວ້ຫຼິ້ນຕະຫຼົກໆ ຄາຍຄຽດໄດ້ ແຕ່ຖ້າລອງຄລິກເຂົ້າໄປເບິ່ງໃນໜ້າການຈັດການຂອງແອັບ ທີ່ວ່ານີ້ໃນເຟສບຸກຂອງທຸກຄົນເບິ່ງແລ້ວຈະພົບວ່າ ແອັບ OMG ຈະເຂົ້າເຖິງຂໍ້ມູນເຟສບຸກຂອງຜູ້ໃຊ້ຕາມທີ່ຜູ້ໃຊ້ພິມໄວ້ຕອນລົງທະບຽນ ບໍ່ວ່າຈະເປັນເບີໂທລະສັບ, ອີເມວ, ທີ່ຢູ່ ແລະ ລາຍຊື່ໝູ່ໃນເຟສບຸກ ເປັນຕົ້ນ.
ຜົນທີ່ອາດຕາມມາຄື ຜູ້ໃຊ້ເຟສບຸກ ອາດຖືກນຳຂໍ້ມູນສ່ວນຕົວເຫຼົ່ານັ້ນໄປແອບອ້າງເຮັດກິດຈະກຳຕ່າງໆ ໂດຍທີ່ເຈົ້າຂອງແທ້ບໍ່ຮູ້ຕົວໄດ້.
ກ່ອນໜ້າແອັບ OMG ມີແອັບ vonvon ເຂົ້າມາເປັນທີ່ນິຍົມໃນກຸ່ມຜູ້ຫຼິ້ນໂຊຊຽວຈຳນວນບໍ່ໜ້ອຍ ເຊິ່ງມີຫຼາຍຄົນອອກມາເຕືອນແລ້ວວ່າ ແອັບ ເຫຼົ່ານີ້ຈະເຂົ້າເຖິງຂໍ້ມູນສ່ວນຕົວພື້ນຖານທີ່ຕັ້ງເປັນສາທາລະນະ ເຊັ່ນ: ຮູບໂປຣຟາຍ, ລາຍຊື່ໝູ່, ໂພສໃນທາມລາຍ, ສະຖານະ, ຂໍ້ມູນຄອບຄົວ, ຂໍ້ມູນການກົດ like ແລະຮູບພາບທັງໝົດ.
ທັງນີ້ ການຫຼິ້ນເກມທວາຍນິໄສ ຫຼື ເກມທີ່ມີລັກສະນະຄ້າຍຄືກັນໃຫ້ລະວັງຂໍ້ມູນສຳຄັນ ໂດຍສະເພາະຂໍ້ມູນດ້ານການເງິນ ຫຼິ້ນໄດ້ແລ້ວພຽງແຕ່ມ່ວນຊື່ນ ແຕ່ອາດຈະມີທຸກຕາມມາ ທາງທີ່ດີຢ່າຫຼິ້ນດີກວ່າ.
ສ່ວນວິທີການລຶບການເຂົ້າເຖິງຂໍ້ມູນສ່ວນຕົວຂອງແອັບອອກຈາກບັນຊີສາມາດເຮັດໄດ້ໂດຍເຂົ້າໄປທີ່ Settings > Apps and Websites > Logge in with Facebook ແລ້ວເລືອກລຶບອອກຈາກແທັບ Active ໄດ້.
ຂໍຂອບໃຈ
ຂໍ້ມູນ : VoiceTV