"ລູກນໍ້າ ທິດາລັດ" ສະປີຣິດແຮງ ເຂົ້າສາກຖ່າຍຮູບເງົາເລື່ອງໃໝ່ຈົນຊອດແຈ້ງ

ກຳລັງເປັນຮູບເປັນຮ່າງສຳລັບຮູບເງົາເລື່ອງໃໝ່ຂອງ Lao New Wave Cinema ພາຍໃຕ້ການກຳກັບຂອງ ອານີໄຊ ແກ້ວລາ ຮ່ວມກັບ ພອນສະຫວັນ ແສງພະຈັນ ແລະ ລີ ພົງສະຫວັນ ເຊິ່ງຮູບເງົາເລື່ອງດັ່ງກ່າວແມ່ນຊື່ ໄຂວ່ ຂວັນ ມື້ຮັກ (ໝົດໃຈ) ໄດ້ ລູກນໍ້າ - ທິດາລັດ ວົງສິລິ ມາສະແດງນຳ ເປັນນາງເອກຂອງເລື່ອງ.
ເຊິ່ງຫຼ້າສຸດພາຍຫຼັງທີ່ກອງຖ່າຍໄດ້ເລີ່ມເປິດກ້ອງຖ່າຍ ລູກນໍ້າ ກໍໄດ້ໂພສຮູບພາບໃນຂະນະທີ່ຖ່າຍທຳ ໂດຍລະບຸວ່າ ເຂົ້າສາກຖ່າຍຮູບເງົາຈົນຊອດແຈ້ງ ຈົນບໍ່ໄດ້ຫຼັບນອນ.
ສະປິຣິດແຮງຂະໜາດນີ້ ແຟນໆກໍໄດ້ແຕ່ອົດໃຈລໍຖ້າເບິ່ງຮູບເງົາເລື່ອງດັ່ງ່ກາວ ເຊິ່ງຄາດວ່າຈະເຂົ້າໂຮງສາຍໃນປີໜ້າ ຫຼັງຈາກທີ່ເຫັນ ລູກນໍ້າ ຫຼ້າສຸດໃນຮູບເງົາ ຫົງຫາມເຕົ່າ ຂ້ອຍຕົວະເຈົ້າ ເຮົາຮັກກັນ.
ຂໍຂອບໃຈ
ພາບ : IG: louknumthidalat