ໜາວນີ້ທ່ຽວໃສດີ? ແນະນຳ 10 ສະຖານທີ່ທ່ອງທ່ຽວຍອດນິຍົມໃນຍາມໜາວຢູ່ປະເທດລາວ

ຫວິດຈາກລະດູຝົນແລ້ວກໍ່ກ້າວເຂົ້າສູ່ລະດູແລ້ງ ເຊິ່ງເປັນລະດູການທີ່ເໝາະແກ່ການໄປທ່ອງທ່ຽວ ເຊິ່ງມື້ນີ້ພວກເຮົາຈະມາແນະນໍາບາງສະຖານທີ່ທ່ອງທ່ຽວ ພາຍໃນປະເທດທີ່ເໝາະແກ່ການໄປສຳຜັດໃນໄລຍະລະດູໜາວນີ້ ເພາະຫຼາຍຄົນກໍ່ອາດບໍ່ເຄີຍໄປສຳຜັດ ຫຼື ບໍ່ເຄີຍຮູ້ວ່າສະຖານທີ່ທ່ອງທ່ຽວໃນລາວກໍ່ມີດີຫຼາຍແຫ່ງ ແລະ ອາກາດກໍ່ດີອີກດ້ວຍ ເນື່ອງຈາກຕົ້ນໄມ້ຊີວະນານາພັນກຳລັງຂຽວສະອຸ່ມໃນການອີ່ມນໍ້າຈາກລະດູຝົນ. ດັ່ງນັ້ນ, ທຳມະຊາດແມ່ນກຳລັງງົດງາມ ປະສົມກັບໝອກໃນຍາມເຊົ້າເຮັດໃຫ້ຫຼາຍແຫ່ງເກີດມີທະເລໝອກທີ່ງົດງາມ.
1.ນະຄອນຫຼວງພະບາງ: ເມືອງມໍລະດົກໂລກ ທຸກຢ່າງສົມບູນແບບຈົນກາຍເປັນເມືອງທີ່ຕິດອັນດັບ 10 ທີ່ໂຣແມນຕິກທີ່ສຸດໃນໂລກ, ທັງບັນຍາກາດ, ອາກາດ, ອາຄານສະຖານທີ່ສວຍງາມ, ສົດຊື່ນສະບາຍທັງກາຍ ແລະ ໃຈ ເມື່ອໄດ້ໄປທ່ຽວແລ້ວເໝືອນມີສິ່ງສະກົດຈິດເອົາໄວ້ ໃນລະດູໜາວແບບນີ້ ຖ້າຄູ່ຮັກໃດແຕ່ງດອງໃໝ່ໆບໍ່ຮູ້ຈະໄປທ່ຽວທາງໃດ ຕ້ອງມາທີ່ເມືອງມໍລະດົກໂລກແຫ່ງນີ້ ຮັບຮອງວ່າຖືກໃຈແນ່ນອນ.
2. ໜອງຂຽວ ເມືອງງອຍ ແຂວງຫຼວງພະບາງ: ເມືອງງອຍ ເປັນເຂດພູທີສູງແຫ່ງໜຶ່ງຂອງແຂວງຫຼວງພະບາງເປັນສະຖານທີທ່ອງທຽ່ວຍອດນິຍົມຂອງນັກທ່ອງທ່ຽວເປັນຈຳນວນຫຼາຍໃນຕອນນີ້ ຍ້ອນວ່າເປັນເຂດທີ່ມີ ສະພາບການເປັນຢູທີ່ດີ ອາກາດກໍຊືນໃຈ ເໝາະແກ່ການພັກຜ່ອນໄດ້ດີທີສຸດ ໃຜໄດ້ໄປກໍ່ຢາກໄປອີກ ເຊິ່ງຫ່າງຈາກນະຄອນຫຼວງພະບາງພຽງແຕ່ 160 ກິໂລແມັດ.
3. ເມືອງພູຄູນ ແຂວງຫຼວງພະບາງ: ທີ່ເປັນເມືອງຕິດກັບເມືອງກາສີ ແຂວງວຽງຈັນ ເຊິ່ງປົກກະຕິແລ້ວເຂດນັ້ນຈະເປັນເນີນສູງອາກາດດີຢູ່ແລ້ວ ສົມທົບກັບໄລຍະລະດູໜາວ ຈະມີທະເລໝອກງາມໆ ແລະ ແນມເຫັນພູຜາປ່າດົງທີ່ຂຽວງາມເຫັນແລ້ວສະບາຍຕາ ແລະ ສະບາຍໃຈ ເຊິ່ງເມືອງພູຄູນແມ່ນຈະມີສະຖານທີ່ທ່ອງທ່ຽວ ເຊັ່ນ: ສວນສະຕໍເບີຣີ, ສາລາພູຄູນ ຫຼື ສາມແຍກເມືອງພູຄູນ ເປັນຕົ້ນ.
4. ວັງວຽງ: ເມືອງທີ່ຂຶ້ນຊື່ຄວາມໂດ່ງດັງດ້ານສະຖານທີ່ທ່ອງທ່ຽວຂອງແຂວງວຽງຈັນ ຫຼື ທີ່ຫຼາຍຄົນເອີ້ນກັນວ່າ: ເມືອງຝຣັ່ງ ເພາະມີນັກທ່ອງທ່ຽວຕ່າງປະເທດມາທ່ຽວຫຼາຍຕະຫຼອດປີ. ດັ່ງນັ້ນ, ນອກຈາກມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈແລ້ວອາກາດກໍ່ດີ ແລະ ບໍ່ໄກຈາກຕົວເມືອງນະຄອນຫຼວງວຽງຈັນຫຼາຍປານໃດ ແລະ ໃນເດືອນທັນວາທີ່ເປັນໄລຍະອາກາດໜາວທີ່ສຸດ ໃນ 2 – 3 ປີຜ່ານມາ ກໍ່ຈະມີການຈັດງານ VangVieng Music Fest ທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປຮ່ວມຢ່າງຫຼວງຫຼາຍ. ດັ່ງນັ້ນ, ທ່ານຄວາມຈະໄປສຳຜັດເບິ່ງວ່າບັນຍາກາດຍາມໜາວກັບຍາມຮ້ອນມັນແຕກຕ່າງກັນແນວໃດ?
5. ເມືອງປາກຊ່ອງ ແຂວງຈຳປາສັກ: ເປັນດິນແດນແຫ່ງໝາກກາເຟ ຂອງແຂວງຈຳປາສັກ ນອກຈາກຈະເປັນເມືອງທີ່ມີຊື່ສຽງວ່າເປັນດິນແດນທີ່ມີກາເຟແຊບຕິດອັນດັບໂລກແລ້ວ ດິນແດນແຫ່ງນີ້ຍັງອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວທາງທໍາມະຊາດຫຼາກຫຼາຍບ່ອນ ເປັນຕົ້ນທິວທັດທໍາມະຊາດປ່າສະຫງວນດົງຫົວສາວ, ທໍາມະຊາດດ່ານສິນໄຊ, ທໍາມະຊາດເຂດບ້ານໜອງຫຼວງດິນແດນທີ່ມີດອກກຸຫຼາບ 1.000 ປີ, ພູເທວະດາ ( ປາກພູໄຟ ) ທີ່ພົ່ນຄວາມອຸດົມສົມບູນມາສູ່ດິນແດນແຫ່ງນີ້ເມື່ອຫຼາຍລ້ານປີກ່ອນ ແລະ ແຫຼ່ງທ່ອງທ່ຽວແຫ່ງອື່ນທີ່ພ້ອມໃຫ້ທ່ານໄດ້ສຳຜັດກັບຄວາມງາມຕົວຈິງຢ່າງທີ່ທ່ານບໍ່ສາມາດຈິນຕະນາການລ່ວງໜ້າໄດ້ເລີຍ.
6. ບໍ່ນ້ຳຮ້ອນເມືອງຄຳ ແຂວງຊຽງຂວາງ: ໜາວນີ້ຕ້ອງຫານ້ຳອຸ່ນໆແຊ່ກັນ ແລະ ຖ້າມີບໍ່ນໍ້າອຸ່ນຢູ່ໃສແລ້ວ ຫຼື ຢູ່ຕ່າງປະເທດແມ່ນສະຖານທີ່ນັ້ນຈະມີຊື່ສຽງທີ່ສຸດ ແຕ່ທ່ານບໍ່ຕ້ອງເສຍເງິນຊື້ປີ້ຍົນໄປແຊ່ນໍ້າອຸ່ນຮອດຕ່າງປະເທດ ບໍ່ນໍ້າອຸ່ນ ເມືອງຄໍາ ແຂວງຊຽງຂວາງ ນອກຈາກຈະໄດ້ເຫັນຄວາມງາມຂອງສະຖານທີ່ແລ້ວຍັງໄດ້ນອນແຊ່ນ້ຳອຸ່ນໆວັງໃຫຍ່ໆທີ່ທໍາມະຊາດເປັນຜູ້ສ້າງຂຶ້ນ ທີ່ໄດ້ແຊ່ແລ້ວຈະສະບາຍທັງຕົວ ເພາະການແຊ່ນໍ້າອຸ່ນແມ່ນຊ່ວຍໃຫ້ເລືອດລົມໄຫຼໝູນວຽນດີ.
7. ບໍ່ນ້ຳຮ້ອນປຸ່ງເລາະ ແຂວງບໍ່ແກ້ວ: ທີ່ຕັ້ງຢູ່ເມືອງເມິງ ແຂວງບໍ່ແກ້ວ ຫຼາຍທ່ານອາດຈະບໍ່ຄຸ້ນຊື່ ແຕ່ຖ້າໄດ້ໄປແລ້ວຮັບຮອງວ່າບໍ່ຜິດຫວັງແນ່ນອນ ບໍ່ນ້ຳຮ້ອນແຫ່ງນີ້ຍັງຄົງຄວາມເປັນທຳມະຊາດໄວ້ຢ່າງສົມບູນ ທ່ານຈະໄດ້ເຫັນນ້ຳຮ້ອນຟົດຂຶ້ນມາຈາກບໍ່ ສາມາດຕົ້ມໄຂ່ໃຫ້ສຸກໄດ້ ຖ້າບໍ່ເຊື່ອໜາວນີ້ໃຫ້ທ່ານລອງໄປດ້ວຍຕົນເອງກໍ່ແລ້ວກັນ.
8. ບໍ່ນ້ຳອຸ່ນເມືອງກາສີ ແຂວງວຽງຈັນ: ເປັນອີກສະຖານທີ່ໜຶ່ງທີ່ໜ້າສົນໃຈ ເພາະມີທີ່ຕັ້ງບໍ່ໄກຈາກນະຄອນຫຼວງວຽງຈັນ ເຊິ່ງມີສິ່ງອຳນວຍ ຄວາມສະດວກຫຼາຍຢ່າງໄວ້ບໍລິການແກ່ນັກທ່ອງທ່ຽວ, ມີບໍ່ນ້ຳອຸ່ນໃຫຍ່ໄວ້ໃຫ້ນັກທ່ອງທ່ຽວໄດ້ແຊ່. ນອກຈາກນັ້ນ, ຍັງມີຮ້ານອາຫານ ແລະ ບ່ອນພັກແຮມໄວ້ບໍລິການແບບບໍ່ຕ້ອງກັງວັນໃດໆທັງນັ້ນ.
9. ປ່າສະຫງວນພູຖະແຫຼງ ເມືອງບຸນເໜືອ ແຂວງຜົ້ງສາລີ: ດິນແດນແຫ່ງທະເລໝອກ ເຊິ່ງຕັ້ງຢູ່ເມືອງບຸນເໜືຶອ ແຂວງຜົ້ງສາລີ ແຂວງເໜືອສຸດຂອງປະເທດລາວ ເຊິ່ງມີໄລຍະທາງຫ່າງຈາກເທສະບານແຂວງລົງໄປທາງທິດໃຕ້ ປະມານ 30 ກິໂລແມັດ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ອ້ອມຮອບດ້ວຍພູຜາປ່າໄມ້ທີ່ສະຫຼັບສັບຊ້ອນ ມີຄວາມງົດງາມຢູ່ໃນຕົວ ເຖິງວ່າໄລຍະທາງຈະໄກແດ່ ແຕ່ເມື່ອທ່ານໄດ້ໄປຮອດໄປເຖິງແລ້ວຮັບຮອງວ່າຈະບໍ່ຜິດຫວັງແນ່ນອນ.
10. ເມືອງໄຊສະຖານ ແຂວງໄຊຍະບູລີ : ໄຊສະຖານຕັ້ງຢູ່ ແຂວງໄຊຍະບູລີ ເປັນຈຸດຊົມວິວທິວທັດທີ່ສວຍງາມຫຼາຍ ອາກາດດີໆ ໂດຍສະເພາະຍາມອາກາດເຢັນໆໜາວໆແບບນີ້ ທີ່ຫຼາຍໆຄົນຮູ້ຈັກກັນດີຄືຈຸດຊົມວີວດອຍກາວ ເມືອງ ໄຊສະຖານເຊິ່ງໃນເມື່ອກ່ອນຖືວ່າເປັນເຂດທີ່ມີຄວາມທຸກຍາກທີ່ສຸດຂອງແຂວງໄຊຍະບູລີ ແລະ ມັກເອີ້ນກັນວ່າ “ເຂດສະແມດ-ສັນແຕ” ເມື່ອໄປຮອດຈຸດຊົມວິວຄືດອຍກາວ ພູເຂົາທະເລໝອກ ແລະ ຕົ້ນຊາໃຫຍ່ 1000 ປີ ເຮົາຈະເຫັນວິວທິວທັດ ກວ້າງສຸດສາຍຕາ ປະສົມປະສານກັບສາຍໝອກແບບງາມສຸດຍອດເລີຍ ບວກກັບອາກາດທີ່ເຢັນສົດຊື່ນແບບນີ້ຂຶ້ນແຜນກຽມໂຕມາສໍາພັດສະຖານທີ່ແຫ່ງນີ້ໄດ້ແລ້ວ.
ບັນດາສະຖານທີ່ທ່ອງທ່ຽວທີ່ນໍາສະເໜີມານັ້ນເປັນພຽງສ່ວນໜຶ່ງຂອງແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈໃນລະດູໜາວ ແລະ ເຊື່ອວ່າຫຼາຍຄົນຍັງບໍ່ເຄີຍໄປສຳຜັດ ຈຶ່ງຝາກໃຫ້ທ່ານພິຈາລະນາເພື່ອລະບຸໄວ້ໃນເປົ້າໝາຍປາຍທາງການພັກຜ່ອນຂອງທ່ານ. ສິ່ງໜຶ່ງທີ່ຢາກຢໍ້າຕື່ມນັ້ນກໍ່ຄືການກຽມພ້ອມດ້ານເຄື່ອງນຸ່ງຫົ່ມແມ່ນຢູ່ວ່າຕ້ອງການທ້າທາຍກັບຄວາມໜາວ ແຕ່ຈະດີທີ່ສຸດຫາກມີແຜນສໍາຮອງໄວ້ໃນກໍລະນີສຸຂະພາບປັບຕົວບໍ່ທັນ ຈຶ່ງບໍ່ປະເຊີນກັບບັນຫາ ຕ້ອງເພີ່ມຄ່າໃຊ້ຈ່າຍທັງໆທີ່ເຮົາມີຢູ່ແລ້ວ.
(ໜຸ່ມໂສດ)