ເຮັດໃຫ້ພະນັກງານບໍ່ມີສະມາທິໃນການເຮັດວຽກ

ຫຼາຍຄົນອາດຈະບໍ່ມີບັນຫາກັບການນັ່ງເຮັດຢູ່ໃນທີ່ເຮັດວຽກ ຫຼື ຢູ່ໃນຫ້ອງການ ແຕ່ມີຫຼາຍຄົນກັບຮູ້ສຶກວ່າປັ່ນງານໄດ້ຊ້າລົງ. ຄິດບໍ່ຄ່ອຍອອກ, ເຈັບຫົວ, ສະໝອງຕື້ຈົນຕ້ອງການຊື້ກາເຟ ຍ່າງໄປລົມໄປຫມູ່ເພື່ອນແດ່ ຫຼັງຈາກນັ້ນກັບຄືນໄປເຮັດວຽກໃໝ່ ຊຶ່ງທີ່ຈິງແລ້ວມັນເປັນເລື່ອງທຳມະດາທີ່ສາມາດເກີດຂຶ້ນກັບທຸກຄົນ. ແຕ່ຖ້າຫາກເຮົາຈະບອກວ່າທີ່ຫ້ອງການກັບກາຍເປັນສະຖານທີ່ທີ່ເຮັດໃຫ້ະສິດທິພາບໃນການປະຕິບັດຂອງທ່ານລຸດລົງບໍ່?
ຫ້ອງເຮັດວຽກ ລົດສະມາທິ?
ເຫດຜົນທີ່ເຮັດໃຫ້ເຮົາຂາດສະມາທິໃນການເຮັດວຽກຢູ່ໃນຫ້ອງການ ຫຼື ແມ້ນກະທັ້ງນັກຮຽນບ່ອນທີ່ຕ້ອງເຂົ້າ ຫ້ອງຮຽນ ມີຫຼາຍເຫດຜົນ ເຊັ່ນ:
- ກິນອາຫານກາງເວັນຫລາຍເກີນໄປ ຈົນເຮັດໃຫ້ກະເພາະອາຫານເຮັດວຽກຫນັກ ດຶງພະລັງງານເພື່ອຊ່ວຍຍ່ອຍອາຫານ ເຮົາຈິ່ງເກີດອາການງ່ວງນອນ ຫາວນອນໄດ້.
- ພັກຜ່ອນບໍ່ພຽງພໍ ບໍ່ວ່າຈະພະນັກງານນັ່ງເຮັດວຽກຈົນເດິກ ຫຼື ນັກສຶກສາທີ່ເຮັດວຽກບ້ານ, ລາຍງານ ແລ້ວນອນບໍ່ຮອດ 6 ຊົ່ວໂມງ ຕ້ອງຕື່ນໄປເຮັດວຽກ ຫຼື ໄປວຽກ ຈິ່ງເຮັດໃຫ້ງ່ວງນອນໃນຕອນບ່າຍໄດ້ງ່າຍໆ.
- ຫາກຕໍາແຫນ່ງທີ່ນັ່ງເຮັດວຽກຢູ່ໃນຈຸດທີ່ຕ້ອງຢ່າງເຂົ້າອອກຕະຫຼອດເວລາເຊັ່ນ: ໜ້າປະຕູຫ້ອງປະຊຸມ ອາດເຮັດໃຫ້ທ່ານຂາດສະມາທິໄດ້.
- ຫາກຫ້ອງເຮັດວຽກໃນຫ້ອງການຢູ່ໃນສະຖານທີ່ທີ່ບໍ່ປອດໂປ່ງ ນັ່ງແອອັດຢູ່ທີດຽວກັນ ດ້ວຍຈໍານວນຄົນຫຼາຍເກີນໄປ ອາດເຮັດໃຫ້ກາດຄາບອນໄດອ໋ອກຊາຍພາຍໃນຫ້ອງສູງຂຶ້ນ. ສົ່ງຜົນໃຫ້ເຮົາຮູ້ສຶກງ່ວງນອນ ແລະ ເມື່ອຍ, ບໍ່ສົດໃສ, ບໍ່ມີສະມາທິ ແລະ ອາດຈະມີຜົນກະທົບກັບວຽກງານທີ່ເຮັດໄດ້.
ສ້າງສະມາທິໃນການເຮັດວຽກຢູ່ໃນຫ້ອງການໃຫ້ຫຼາຍຂຶ້ນ.
ຫາກວ່າຮູບແບບຫ້ອງການໃນການນັ່ງເຮັດວຽກບ່ອນໃດກໍ່ໄດ້ ກໍ່ລອງຍົກໂນດບຸກໄປເຮັດວຽກຢູ່ບ່ອນອື່ນເບິ່ງ, ບໍ່ວ່າຈະເປັນໂຕະອື່ນ, ຫ້ອງອື່ນໆ ຫຼື ອາດຈະຮ້ານກາເຟທີ່ຢູ່ໃກ້ກັບຫ້ອງການກໍໄດ້. ແຕ່ຫາກວ່າທ່ານໃຊ້ເຄື່ອງຄອມພິວເຕີຕັ້ງໂຕະ ຫຼື ບໍ່ສາມາດຍ້າຍບ່ອນນັ່ງເຮັດວຽກໄດ້. ກໍ່ລອງໃຊ້ເວລາທຸກໆ 2-3 ຊົ່ວໂມງ ອອກໄປຮັບອາກາດສົດຊື່ນນອກອາຄານພຽງ ແຕ່ 5-10 ນາທີ ເພື່ອຊ່ວຍປຸກສະຫມອງຂອງທ່ານໃຫ້ເຮັດວຽກໃຫ້ມີປະສິດທິພາບຫຼາຍຂຶ້ນໄດ້ແລ້ວ.