ອຸມົງນາເຕີຍໝາຍເລກ 1 ໃນທາງລົດໄຟລາວ-ຈີນ ຄວາມຍາວກວ່າ 1,000 ແມັດ ຂຸດເຈາະສຳເລັດແລ້ວ

ອີງຕາມແຫ່ງຂ່າວຊິນຫົວຂອງ ຈີນ ລາຍງານເມື່ອວັນທີ 29 ຕຸລາ ຜ່ານມາວ່າ: ບໍລິສັດວິສະວະກຳຂອງຈີນໄດ້ສະຫຼອງຄວາມສຳເລັດໃນການຂຸດເຈາະອຸມົງແຫ່ງທຳອິດທີ່ມີໄລຍະທາງຍາວກວ່າ 1,000 ແມັດ ຕາມເສັ້ນທາງລົດໄປ ລາວ-ຈີນ ໃນ ສປປ ລາວ.
ອຸມົງນາເຕີຍໝາຍເລກ 1 ຫ່າງຈາກນະຄອນຫຼວງວຽງຈັນໄປທາງພາກເໜືອປະມານ 360 ກິໂລແມັດ ຕັ້ງຢູ່ໃນພື້ນທີ່ຂອງແຂວງຫຼວງນ້ຳທາ ເຊິ່ງມີຊາຍແດນຕິດກັບ ສປ ຈີນ ໂດຍ ທ່ານ ຫວງ ຊົງເຫວິນ ເຈົ້າໜ້າທີ່ລະດັບສູງຂອງບໍລິສັດກໍ່ສ້າງທາງລົດໄຟໝາຍເລກ5 (CREC5) ທີ່ຮັບຜິດຊອບການເຈາະອຸມົງແຫ່ງນີ້ກ່າວຕໍ່ສຳນັກຂ່າວຊິນຫົວວ່າ: ການກໍ່ສ້າງອຸມົງນາເຕີຍໝາຍເລກ1 ເລີ່ມຂຶ້ນຕັ້ງແຕ່ວັນທີ 3 ມິຖຸນາ 2017 ເປັນໄລຍະທາງທັງໝົດ 1,158 ແມັດ ອຸມົງແຫ່ງນີ້ຂຸດເຈາະຜ່ານເນື້ອຫີນອ່ອນຕະຫຼອດທາງຂອງພູ ມີຄວາມຍາກລຳບາກໃນບາງສ່ວນໃນການກໍ່ສ້າງ ແລະ ສົ່ງຜົນຕໍ່ລະຍະເວລາໃນການຂຸດເຈາະໃນຄັ້ງນີ້.
ໃນເດືອນທັນວາ 2017 ຜ່ານມາ ອຸມົງບ້ານສົມສະໜຸກ ໝາຍເລກ2 ແຂວງວຽງຈັນ ທີ່ມີຄວາມຍາວ 301 ແມັດ ພາຍໃຕ້ການດຳເນີນງານຂອງບໍລິສັດ Sino Corporation Engineering Bureau 15 Co., Ltd. ເປັນອຸມົງແຫ່ງທຳອິດທີ່ຂຸດເຈາະສຳເລັດພ້ອມເສັ້ນທາງລົດໄຟລາວ-ຈີນ ແລະ ກາຍເປັນອຸມົງຖະໜົນ ແລະ ທາງລົດໄຟແຫ່ງທຳອິດໃນປະຫວັດສາດລາວ.
ສຳລັບທາງລົດໄຟລາວ-ຈີນ ໄດ້ຮັບການສົ່ງເສີມຈາກການນຳທັງສອງປະເທດລາວ-ຈີນ ເປັນໂຄງການເຊື່ອມຕໍ່ເຄືອຂ່າຍລະຫວ່າງປະເທດ ເຊິ່ງເລີ່ມກໍ່ສ້າງຕັ້ງແຕ່ເດືອນ ທັນວາ 2016 ການກໍ່ສ້າງອຸມົງ ຂົວ ເສັ້ນທາງ ແລະ ສ່ວນອື່ນໆ ຄືບໜ້າເປັນໄປຕາມຄາດ ໂດຍທາງລົດໄຟສາຍນີ້ມີຄວາມຍາວ 414 ກິໂລແມັດ ປະກອບດ້ວຍຂົວ ແລະ ອຸມົງ ປະມານ 60% ເຊື່ອມລະຫວ່າງດ່ານບໍ່ຫານ-ບໍ່ເຕັນທາງພາກເໜືອຂອງລາວກັບນະຄອນຫຼວງວຽງຈັນ ຄວາມໄວຂອງລົດໄຟທີ່ອອກແບບໄວ້ແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ເສັ້ນທາງນີ້ຄາດວ່າຈະດຳເນີນການເຕັມລະບົບໃນທ້າຍປີ 2021.
ຂໍຂອບໃຈ
ຂໍ້ມູນ : China Xinhua News