ເຄັດລັບ ແລະ ວິທີການກິນພິຊິດຫຸ່ນງາມໄດ້ຢ່າງທີ່ທ່ານບໍ່ເຄີຍຮູ້!

ຫລາຍຄົນຮູ້ດີຢູ່ແລ້ວວ່າພຶດຕິກຳການກິນທີ່ບໍ່ເໝາະສົມ ເປັນສາເຫດທີ່ເຮັດໃຫ້ຕຸ້ຍ ໂດຍສະເພາະການກິນອາຫານທີ່ມີແຄຣໍຣີສູງ ແຕ່ການປັບປ່ຽນວິທີການກິນອາຫານເຫຼົ່ານີ້ ຈະຊ່ວຍໃຫ້ຫຼາຍຄົນສາມາດລຸດນ້ຳໜັກໄດ້ສຳເລັດງ່າຍຂື້ນ ມີວິທີການກິນອາຫານຍ່າງໄດໃຫ້ຫຸ່ນງາມຂຶ້ນ ເຮົາມາຕິດຕາມພ້ອມໆ ກັນເລີຍ.
ພົບພາຕຸກນ້ຳໄວ້ດື່ມຕະຫຼອດເວລາ ສ່ວນຫຼາຍຮູ້ກັນດີແລ້ວວ່າ ການດື່ມນ້ຳໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍເຮົາຈະຕ້ອງດື່ມປະມານ 8-10 ຈອກຕໍ່ມື້. ແຕ່ດ້ວຍພາລະກິດໃນບາງມື້ທີ່ຈະຕ້ອງອອກໄປຂ້າງນອກ ຫຼື ເຮັດວຽກ ອາດເຮັດໃຫ້ເຮົາຫຼົງລືມການດື່ມນໍ້າ ຫຼື ບໍ່ສະດວກທີ່ຈະຫານ້ຳດື່ມ, ຖ້າເປັນແນວນັ້ນ ເຮົາແນະນຳໃຫ້ທ່ານນຳເອົາຕຸກນໍ້າຕິດໂຕເພື່ອຈະໄດ້ຈັບດື່ມເລື້ອຍໆ ຮັບຮອງ ວ່າການດື່ມນ້ຳບໍ່ເຮັດແຕ່ພຽງໃຫ້ຜິວງາມສຸຂະພາບດີເທົ່ານັ້ນ ຫາກແຕ່ມັນຍັງຊ່ວຍຄວບຄຸມຄວາມຫິວລະຫວ່າງມື້ ເຮັດໃຫ້ກິນອາຫານໄດ້ໜ້ອຍລົງ ແລະ ອິ່ມໄວຂື້ນ. ແບບນີ້ນ້ຳໜັກບໍ່ຈ່ອຍລົງກະບໍ່ຮູ້ຈະວ່າແນວໃດແລ້ວ
ກິນຜັກຫຼາຍກວ່າປົກກະຕິເປັນ 2 ເທົ່າ ການກິນຜັກເຮັດໃຫ້ໃຫ້ເກີດສຸຂະພາບດີຢູ່ແລ້ວ, ແຕ່ສໍາລັບຫລາຍໆຄົນທີ່ຢູ່ໃນໄລຍະຂອງການຫຼຸດນ້ຳໜັກ, ເວລາກຽມອາຫານແນະນໍາໃຫ້ທ່ານເພີ່ມປະລິມານຜັກໃນຈານຂອງທ່ານເປັນ 2 ເທົ່າ ຈາກປະລິມານທີ່ເຄີຍກິນປົກກະຕິ. ຄັ້ງນີ້ຈະເຮັດໃຫ້ກະເພາະອາຫານອັດແໜ້ນໄປດ້ວຍໄຟເບີ້ຢ່າງເຕັມໆ, ມັນບໍ່ມີເນື້ອທີ່ພຽງພໍທີ່ຈະເຮັດໃຫ້ທ່ານຕັກອາຫານແບບບໍ່ມີປະໂຫຍດຍັດເຂົ້າໄປເພີ່ມອີກໄດ້, ນອກຈາກຈະເຮັດໃຫ້ທ່ານອີ່ມໄວ ແລະ ອີ່ມດົນແລ້ວ ຍັງມີສ່ວນຊ່ວຍກະຕຸ້ນລະບົບການຂັບຖ່າຍໃຫ້ງາຍດີຂຶ້ນ, ບັນຫາໜ້າທ້ອງໃຫຍ່ກໍ່ຈະຫາຍໄປດ້ວຍ
ກິນຂອງຫວານໆແລ້ວບໍ່ເຮັດໃຫ້ຕຸ້ຍ ການກິນຂອງຫວານຈະເຮັດໃຫ້ເຮົາຮູ້ສຶກໄດ້ລອງລົດຄວາມແຊບ ແລະ ຍັງສ້າງຄວາມຜ່ອນຄາຍໃຫ້ເຮົາເປັນຢ່າງດີ, ແຕ່ຫາກສາວ ສາວ ມັກກິນກະແລ້ມເປັນຊີວິດຈິດໃຈ ເຮົາຮູ້ຢູ່ແລ້ວວ່າແຮງກິນແຮງເຮັດໃຫ້ຕຸ້ຍ ສະນັ້ນແນະນຳໃຫ້ເຮົາປ່ຽນມາເປັນການກິນໂຍເກີດໄຂມັນຕ່ຳແທນ ແລ້ວເພີ່ມໝາກໄມ້ສົດລົງໄປນໍາ ຫຼື ຫາກຢາກກິນເຂົ້າໜົມແທ້ໆ ແນະນຳໃຫ້ກິນພຽງແຕ່ເລັກນ້ອຍບໍ່ຕ້ອງກິນໝົດຖົງແລ້ວກິນໝາກໄມ້ຕາມຫຼາຍໆ ເທົ່ານີ້ກໍ່ຖືວ່າເລືອກກິນຂອງຫວານໄດ້ຢ່າງແບບສະຫຼາດແບບບໍ່ທຳຮ້າຍຫຸ່ນຈົນເກີນໄປ
ເລືອກກິນມັນເທດແທນການກິນມັນຝຣັ່ງ ຫຼາຍຄົນຕິດກິນມັນຝຣັ່ງຈົນເຊົ່າຢາກ ຖ້າເຊັ່ນນັ້ນແນະນຳໃຫ້ຫັນຈາກການກິນມັນຝຣັ່ງມາເປັນມັນເທດແທນ, ມັນເທດແມ່ນວ່າຈະໃຫ້ແຕ່ຄາໂບໄຮເດຣດກໍ່ຕາມ ແຕ່ກໍ່ພ້ອມໄປດ້ວຍໃຍອາຫານ, ແຄຣໍຣີຕ່ຳ ແລະ ວິຕາມິນຊີ ລວມເຖິງສານອາຫານອື່ນໆອີກຫຼາຍທີ່ດີຕໍ່ສຸຂະພາບຫຼາຍພ້ອມເຮັດໃຫ້ຢູ່ທ້ອງດົນ ຫຼຸດອາການຢາກກີນແນວຈຸກຈິກໄດ້ນໍາອີກ.
ນອກເໜືອຈາກນີ້ແລ້ວ ເພື່ອໃຫ້ການຫຼຸດນ້ຳໜັກທີ່ໄດ້ປະສິດທິພາບຫຼາຍທີ່ສຸດ, ກັກຕຸນສະບຽງອາຫານແຄຣໍຣີຕ່ຳທັງໝົດ, ກຳຈັດຂີ້ເຫຍື້ອທີ່ເຕັມໄປດ້ວຍແຄຣໍຣີສູງອອກຈາກຕູ້ເຢັນ ແລ້ວຕຸນແຕ່ຜັກໝາກໄມ້, ນ້ຳສະອາດ ແລະ ໂຍເກີດ ຫຼື ນົມໄຂມັນຕ່ຳແທນ ເທົ່ານີ້ທ່ານກໍ່ຈະມີວັດຖຸດິບທີ່ຍິ່ງກິນ ກໍ່ຍິງທຳລາຍຫຸ່ນໄດ້ແລ້ວ ຖືວ່າເປັນວິທີການລົດນ້ຳໜັກຢ່າງແບບສະຫຼາດທີ່ເຮັດໄດ້ງ່າຍສຸດໆ ເລີຍ