ຊຸດປະຈຳຊາດລາວ "ນົບພະລັດ" ຜ່ານເຂົ້າຮອບສຸດທ້າຍ Miss Grand International 2018

ຊຸດປະຈຳຊາດລາວ "ຊຸດນາງສັງຂານລາວ" ຂອງ ນົບພະລັດ ສີໄກພັກ ໄດ້ເຂົ້າຮອບສຸດທ້າຍໃນການປະກວດ Miss Gradn International 2018 ແລ້ວ ຫຼັງຈາກຜ່ານການຄັດເລືອກຈາກກຳມະການມາໃນຮອບທຳອິດ ແລະ ຮອບທີ 2 ກຽມລຸ້ນກັບອີກ 11 ຊຸດອື່ນໆໃນວັນທີ 25 ຕຸລາ 2018 ນີ້.
ໂດຍໃນຮອບທີ 2 ຊຸດທີ່ມີຄະແນນສູງສຸດຈາກການໂຫວດປະກອບມີ ມິສແກຣນກຳປູເຈຍ, ມິສແກຣນຫວຽດນາມ, ມິສແກຣນອິນໂດເນເຊຍ, ມິສແກຣນເມັກຊິໂກ ແລະ ມິສແກຣນປາຣາກວາຍ.
ສ່ວນຊຸດປະຈຳຊາດລາວ ແລະ ອີກ 6 ຊຸດຈາກ ຄອສຕາ ຣິກາ, ອິນເດຍ, ຍີ່ປຸ່ນ, ມຽນມາ, ເປຣູ ແລະ ໄທ ໄດ້ເຂົ້າຮອບສຸດທ້າຍຈາກການຄັດເລືອກຂອງກຳມະການ ໂດຍໃນເບື້ອງຕົ້ນທາງກອງປະກວດລະບຸວ່າ ກຳມະການຈະຄັດເລືອກເອົາແຕ່ 5 ຊຸດເທົ່ານັ້ນສົມທົບກັບອີກ 5 ຊຸດທີ່ໄດ້ຄະແນນໂຫວດສູງສຸດ ແຕ່ເນື່ອງຈາກຄະແນນຂອງອີກ 2 ຊຸກມີຄະແນນເທົ່າກັນ ຈຶ່ງບໍ່ສາມາດຕັດອອກໄດ້.
ຊຸດປະຈຳຊາດທີ່ຜ່ານເຂົ້າຮອບສຸດທ້າຍທັງໝົດນີ້ ຈະໄດ້ຍ່າງສະແດງເທິງເວທີອີກຄັ້ງໃນການປະກວດຮອບສຸດທ້າຍ ວັນທີ 25 ຕຸລາ 2018 ທີ່ນະຄອນຢ້າງກຸ້ງ ປະເທດມຽນມາ. ມາລໍຖ້າລຸ້ນນຳກັນວ່າ ຊຸດໃດຈະເປັນຊຸດປະຈຳຊາດດີເດັ່ນໃນການປະກວດປະຈຳປີນີ້. ເບິ່ງສົດໄດ້ທີ່ Facebook : Miss Grand Interrnational.
ຂໍຂອບໃຈ
ພາບ : Miss Grand International