ນົບພະລັດ ອວດອ້າງຊຸດເອກະລັກປະຈຳຊາດລາວໃນເວທີ Miss Grand International ຊີງໄຊກັບ 75 ປະເທດ

ເມື່ອຄືນວັນສຸກທີ່ຜ່ານມາ (12 ຕຸລາ 2018) ທາງກອງປະກວດ Miss Grand International 2018 ໄດ້ຈັດສະແດງ ແລະ ປະກວດຮອບຊຸດປະຈຳຊາດຂອງສາວງາມຈາກ 76 ປະເທດ ເຊິ່ງໃນນີ້ສາວລາວເຮົາກໍໄດ້ໃສ່ຊຸດທີ່ສະແດງເຖິງເອກະລັກຂອງລາວ ໃນຊຸດ ນາງສັງຂານລາວ.
ເຊິ່ງຕົວແທນຈາກລາວ ແມ່ນ ສາວ ນົບພະລັດ ສີໄກພັກ ເຊິ່ງມາໃນຊຸດນົກຍູງສີຂຽວ ແລະ ສ່ວນເທິງເຮັດຈຳລອງຄ້າຍຄືກັບມີຜູ້ຍິງ ເຊິ່ງກໍຄືນາງສັງຂານນັ່ງຢູ່.
ທັງນີ້ ທາງກອງປະກວດໄດ້ເປີດໃຫ້ລົງຄະແນນຊຸດປະຈຳຊາດດີເດັ່ນ ໂດຍຈະຄັດເອົາຈາກການໂຫວດຜ່ານເຟສບຸກ 10 ຊຸດ ແລະ ກຳມະການຄັດເລືອກເອງອີກ 10 ຊຸດ. ຫຼັງຈາກນັ້ນ ເມື່ອໄດ້ຄົບ 20 ຊຸດແລ້ວ ກໍຈະເປີດໃຫ້ລົງຄະແນນກັນອີກຄັ້ງ ເຊິ່ງ 5 ຊຸດທີ່ມີຄະແນນສຽງສູງສຸດຈາກການໂຫວດ ແລະ ອີກ 5 ຊຸດຈາກການເລືອກໂດຍກຳມະການ ຈະຖືກຄັດໃຫ້ເຫຼືອພຽງ 1 ຊຸດ ເປັນຜູ້ຊະນະເລີດໃນວັນທີ 25 ຕຸລາ 2018.
ສຳລັບການນັບຄະແນນແມ່ນນັບຈາກຈຳນວນ like ແລະ share ໂດຍ 1 like ຈະເທົ່າກັບ 1 ຄະແນນ ແລະ 1 share ເທົ່າກັບ 5 ຄະແນນ ແລະ ສາມາດໂຫວດຮອບທຳອິດໄດ້ຈົນຮອດວັນທີ 15 ຕຸລາ 2018 ເວລາ 16:30 ໂມງ ຕາມເວລາປະເທດລາວ.
ທ່ານສາມາດໂຫວດໃຫ້ຊຸດປະຈຳຊາດລາວຂອງ ນົບພະລັດ ສີໄກພັກໄດ້ທີ່ນີ້.
ຂໍຂອບໃຈ
ຂໍ້ມູນ : Miss Grand International