ໄລ່ເຊັກບິນ! ຈີນສັ່ງລົງໂທດຫຼາຍບຸກຄົນ ແລະ ໜ່ວຍງານທີ່ກ່ຽວຂ້ອງກັບຄະດີໜີພາສີຂອງ "ຟ່ານ ປິງປິງ"

ເມື່ອວັນຈັນທີ່ຜ່ານມາ (8 ຕຸລາ 2018) ສຳນັກງານອາກອນຂອງແຂວງຈຽງຊຄ ລະບຸວ່າ ຫຼາຍໜ່ວຍງານ ແລະ ຫຼາຍບຸກຄົນຜູ້ມີໜ້າທີ່ ແລະ ຄວາມຮັບຜິດຊອບທີ່ກ່ຽວກັບການຈັດການຕ່າງໆໃນຄະດີໜີພາສີຂອງຊຸບເປີສະຕາຄົນດັງ ຟ່ານ ປິງປິງ ຈະຕ້ອງຮັບຜິດຊອບ ແລະ ຖືກລົງໂທດຕາມກົດໝາຍ ແລະ ລະບຽບວິໄນ.
ສຳນັກຂ່າວຊິນຫົວລາຍງານວ່າ ຈາກການສຶບສວນກ່ອນໜ້າີ້ ພົບວ່າ ດາລາດັງມີການຫຼົບຫຼີກການຈ່າຍພາສີລາຍໄດ້ (ຫຼື ອາກອນລາຍໄດ້) ບຸກຄົນທົ່ວໄປ ແລະ ພາສີນິຕິບຸກຄົນປະມານ 7.3 ລ້ານຢວນ (ປະມານເກືອບ 9 ຕື້ກີບ) ໃນລະຫວ່າງການຖ່າຍຮູບເງົາຈີນເລື່ອງ "The Bombing".
ຜູ້ສືບສວນພົບວ່າ ຟ່ານ ປິງປິງ ແລະ ບໍລິສັດທີ່ນາງເປັນຕົວແທນທາງກົດໝາຍຕ້ອງເສຍພາສີຈຳນວນ 248 ລ້ານຢວນ (ປະມານ 304 ຕື້ກີບ) ແຕ່ມີການຫຼົບຫຼີກບໍ່ຈ່າຍພາສີເປັນເງິນ 134 ລ້ານຢວນ (ປະມານ 164 ຕື້ກີບ).
ເນື່ອງຈາກ ຟ່ານ ໄດ້ຮັບບົດລົງໂທດທາງການປົກຄອງກໍລະນີຫຼີກໜີພາສີເປັນຄັ້ງທຳອິດ ແລະ ບໍ່ເຄີຍຖືກລົງໂທດທາງອາຍາໃດໆ ທີ່ກ່ຽວກັບການຫຼີກໜີພາສີມາກ່ອນ ນາງຈຶ່ງບໍ່ຕ້ອງຮັບຜິດທາງອາຍາ ແຕ່ຕ້ອງຈ່າຍພາສີ ແລະ ຄ່າປັບໃໝພາຍໃນໄລຍະເວລາທີ່ກຳນົດ. ແຕ່ຫາກບໍ່ເປັນໄປດັ່ງນັ້ນ ຄະດີນີ້ຈະຖືກໂອນໄປໃຫ້ໜ່ວຍງານຕຳຫຼວດເປັນຜູ້ດຳເນີນການ.
ຂໍຂອບໃຈ
ຂໍ້ມູນ : China Xinhua News