ຈີນລົງໂທດເຈົ້າໜ້າທີ່ລັດ 5 ຄົນທີ່ພົວພັນ "ຟ່ານ ປິງປິງ" ບໍ່ຈ່າຍອາກອນລາຍໄດ້

ເຈົ້າໜ້າທີ່ຂອງສຳນັກງານອາກອນຂອງຈີນຢ່າງນ້ອຍ 5 ຄົນ ຖືກລົງໂທດທາງວິໄນ ຫຼັງຈາກທີ່ຖືກກວດສອບວ່າເຮັດວຽກບົກຜ່ອງ ກໍລະນີ ຟ່ານ ປິງປິງ ຊູເປີສະຕາຊື່ດັງຂອງຈີນຫຼີກເວັ້ນອາກອນລາຍໄດ້ເປັນເງິນຈຳນວນມະຫາສານ.
ຫົວໜ້າຂອງສຳນັກງານອາກອນຈີນ ແລະ ເຈົ້າໜ້າທີ່ອີກຢ່າງໜ້ອຍ 4 ຄົນ ໃນເມືອງອູ໋ຊີຂອງແຂວງຈຽງຊູ ທາງພາກຕາເວັນອອກຂອງຈີນ ເຊິ່ງເປັນເມືອງທີ່ບໍລິສັດຂອ ງຟ່ານ ປິງປິງ ຕັ້ງຢູ່ ຖືກລົງໂທດທາງວິໄນ ຫຼັງຈາກທີ່ຖືກກວດສອບວ່າເຮັດວຽກບົກຜ່ອງກໍລະນີກວດສອບການຈ່າຍພາສີກຂອງ ຟ່ານ ປິງປິງ ຊູເປີສະຕາຊື່ດັງໄວ 36 ປີຂອງຈີນ ຊຶ່ງຖືກກ່າວຫາວ່າຫຼີກໜີອາກອນເປັນເງິນຈຳນວນມະຫາສານ.
ສຳນັກງານອາກອນສູນກາງຂອງຈີນໄດ້ອອກຄຳສັ່ງໄປທີ່ສຳນັກງານອາກອນທ້ອງຖິ່ນໃນແຂວງຈຽງຊູໃຫ້ກວດສອບການເຮັດວຽກງານຂອງເຈົ້າໜ້າທີ່ ແລະ ຫາຕົວຜູ້ທີ່ຕ້ອງຮັບຜິດຊອບຕໍ່ການຫຼີກໜີອາກອນຂອງຟ່ານ ປິງປິງ ເຮັດໃຫ້ມີການກວດສອບການເຮັດວຽກງານຂອງເຈົ້າໜ້າທີ່ ວ່າມີໃຜບ້າງທີ່ອາດພົວພັນກັບກໍລະນີດັ່ງກ່າວ ເຮັດໃຫ້ເຈົ້າໜ້າທີ່ທັງ 5 ຄົນ ຖືກອອກໜັງສືເຕືອນ ແລະຖືກຕັກເຕືອນດ້ວຍວາຈາວ່າປະຕິບັດໜ້າທີ່ບົກຜ່ອງ ແລະອາດຈະມີການລົງໂທດທາງວິໄນຂັ້ນຕໍ່ໄປ.
ປີທີ່ຜ່ານມາ ຟ່ານ ປິງປິງ ເປັນນັກສະແດງຈີນທີ່ມີລາຍໄດ້ຫຼາຍທີ່ສຸດ. ນາງມີລາຍໄດ້ໝົດປີ ທັງຈາກງານສະແດງ, ຖ່າຍແບບ ແລະ ໂຄສະນາ ກວ່າ 45 ລ້ານໂດລາ ໂດຍ ຟ່ານ ປິງປິງ ຖືກກ່າວຫາວ່າຈົງໃຈເຮັດສັນຍາວ່າຈ້າງວຽກ 2 ສະບັບ ທີ່ເອີ້ນວ່າ ສັນຍາຢິ໋ນຢ໋າງ ໂດຍສະບັບໜຶ່ງເປັນການລະບຸເງິນວ່າຈ້າງຕາມຈິງ. ສ່ວນອີກສະບັບໜຶ່ງລະບຸລາຍຮັບຕ່ຳກວ່າຄວາມເປັນຈິງ ເພື່ອໃຊ້ໃນການຫຼີກໜີອາກອນລາຍໄດ້ ເຮັດໃຫ້ນາງຖືກທາງການຈີນສັ່ງປັບໃໝເງິນເປັນຈຳນວນ 883 ລ້ານຢວນ ຫຼື ປະມານ 1,137 ຕື້ກີບ.
ນອກຈາກນີ້ ລັດຖະບານຈີນກຳລັງເລີ່ມປັບປຸງກົດໝາຍການເກັບອາກອນທຸລະກິດທີ່ກ່ຽວຂ້ອງກັບອຸດສາຫະກຳຮູບເງົາ ແລະ ວົງການບັນເທີງ ເພື່ອປ້ອງກັນບໍ່ໃຫ້ເກີດການຫຼີກໜີພາສີລັກສະນະນີ້ອີກ.