ເຜີຍໂສມໜ້າ 20 ນາງສາວ Miss International Laos 2018

ເຟສບຸກທາງການຂອງກອງປະກວດໄດ້ເປິດເຜີຍໂສມໜ້າ 20 ນາງ ສາວທີ່ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ໃນໂຄງການປະກວດ Miss International Laos 2018 ເຊິ່ງນອກຈາກບັນດາສາວງາມໜ້າໃໝ່ແລ້ວ ຍັງມີບຸກຄົນທີ່ຄຸ້ນເຄີຍໜ້າຕາຢ່າງ ປິຍິມາດ ພູນປະເສີດ ຫຼື ບາບີ້ ດາລານັກສະແດງ ແລະ ນາງແບບຂອງລາວເຮົາເຂົ້າຮ່ວມປະກວດນຳ.
ມັກໃຜເຊຍໃຜ ກໍ່ສາມາດສົ່ງກໍາລັງໃຈໃຫ້ເຫຼົ່ານາງສາວໄດ້ໂດຍການກົດ ກົດ like ແລະ share ໄດ້ທີ່ເພຈ: Miss International Laos ມີສອິນເຕີເນຊັນແນລ ລາວ ສຳຫຼັບໝາຍເລກໃດທີ່ມີ ຍອດ like ແລະ share ຫຼາຍທີ່ສຸດຈະໄດ້ເຂົ້າຮອບ 10 ຄົນສຸດທ້າຍທັນທີ່ (ເລີ່ມໂຫວດແຕ່ມື້ນີ້ຈົນເຖີງວັນທີ 14 ຕຸລາ 18 ເວລາ 17:00 ໂມງ).
ສ່ວນມື້ປະກວດຮອບສຸດທ້າຍເພື່ອຊອກຫາຜູ້ຄອງມຸງກຸດ Miss International Laos 2018 ຈະຈັດຂຶ້ນໃນວັນທີ 14 ຕຸລາ 18 ທີ່ໂຮງແຮມ ຄຣາວພລາຊາ ແລະ ຜູ້ຊະນະເລີດອັນດັບທີ 1 ແມ່ນຈະໄດ້ເດີນທາງໄປປະກວດຕໍ່ທີ່ປະເທດ ຍີປຸ່ນ.
ຂໍຂອບໃຈ
ຂໍ້ມູນ : Miss International Laos