ແນະນຳເວັບໄຊ "ພາເຂົ້າລາວ" ສູນລວມຂໍ້ມູນຄວາມຮູ້ທາງດ້ານກະສິກຳ ແລະ ອາຫານລາວ ທີ່ທຸກຄົນຄວນຮູ້ຈັກ!

ມື້ນີ້ muan.la ຈະພາໄປຮູ້ຈັກກັບເວັບໄຊຂໍ້ມູນຂ່າວສານກ່ຽວກັບອາຫານລາວ ພາເຂົ້າລາວ phakhaolao.la ເຊິ່ງສ້າງ ແລະ ດູແລໂດຍກະຊວງກະສິກຳ ແລະ ປ່າໄມ້ ທີ່ເປີດໂຕໄປເມື່ອຕົ້ນເດືອນກັນຍາທີ່ຜ່ານມາ ແລະ ມີເປົ້າໝາຍເພື່ອຮັກສາສູດອາຫານພື້ນເມືອງ ແລະ ວັດທະນະທຳທາງດ້ານການກະສິກຳບໍ່ໃຫ້ສະຫຼາຍຫາຍໄປຕາມການເວລາ.
ເວັບໄຊດັ່ງກ່າວນີ້ມີເນື້ອຫາທັງໃນພາສາລາວ ແລະ ພາສາອັງກິດ ແລະ ມີຂໍ້ມູນຜະລິດຕະພັນຂອງລາວເຊັ່ນ: ນໍ້າເຜິ້ງປ່າ ແລະ ໄຄແມ່ນໍ້າທີ່ເຮັດເປັນແຜ່ນຕາກແຫ້ງ ເປັນຕົ້ນ.
ເວັບໄຊ ພາເຂົ້າລາວ (Pha Khao Lao: phakhaolao.la) ເປັນພື້ນທີ່ຂໍ້ມູນຂ່າວສານທາງດ້ານກະສິກຳ ເຊິ່ງດຳເນີນການໂດຍກະຊວງກະສິກຳ ແລະ ປ່າໄມ້ ໂດຍການຮ່ວມມືກັບ Agro-Biodiversity Initiative. ພາຍໃນເວັບໄຊມີເລື່ອງລາວຈາກຊາວກະສິກອນ ໄປຈົນເຖິງຂໍ້ມູນກ່ຽວກັບເຕັກນິກການເຮັດກະສິກຳແບບພື້ນເມືອງ ເປັນຕົ້ນ.
ພື້ນທີ່ດັ່ງກ່າວນີ້ຕ້ອງການຫາວິທີທາງເພື່ອສ້າງຄວາມເຂັ້ມແຂງໃຫ້ກັບລະບົບອາຫານທ້ອງຖິ່ນຂອງລາວ ເຊິ່ງກຳລັງໄດ້ຮັບຄວາມເສຍຫາຍຢ່າງວ່ອງໄວ ເນື່ອງຈາກການເພີ່ມຂຶ້ນຂອງການເຮັດກະສິກຳແບບອຸດສາຫະກຳ, ການຫັນເປັນການຄ້າ ແລະ ການແຫ່ຂະຫຍາຍຂອງຕົວເມືອງ. ເປົ້າໝາຍຂອງເວັບໄຊນີ້ແມ່ນເພື່ອຮັບປະກັນວ່າມໍລະດົກທີ່ອຸດົມສົມບູນຂອງລາວຈະໄດ້ຮັບການອະນຸຮັກ ແລະ ນຳໃຊ້ ແລະ ອົງຄວາມຮູ້ຈະຖືກໃຊ້ໂດຍຄົນຮຸ່ນໃໝ່ໃນຫຼາຍໆດ້ານ.
ນອກຈາກນີ້ ໂຄງການດັ່ງກ່າວນີ້ຍັງມີເປົ້າໝາຍເພື່ອກະຕຸ້ນການປະກອບການທາງດ້ານກະສິກຳ ແລະ ອາຫານໃນກຸ່ມໄວໜຸ່ມ ແລະ ເປັນແຫຼ່ງສະໜອງຂໍ້ມູນຂ່າວສານໃຫ້ແກ່ນັກຮຽນ-ນັກສຶກສາ ແລະ ນັກຄົ້ນຄວ້າ.
ທັງນີ້ ໃນເວັບໄຊດັ່ງກ່າວມີຂໍ້ມູນກ່ຽວກັບພືດພັນຕ່າງໆກວ່າ 200 ຊະນິດ ລວມທັງມີສູດເຮັດອາຫານ ແລະ ເຄື່ອງໃຊ້ຕ່າງໆຈາກຜະລິດຕະພັນພາຍໃນທ້ອງຖິ່ນຕ່າງໆຂອງລາວ ໂດຍໂຄງການດັ່ງກ່າວຫວັງວ່າຈະເປັນສື່ກາງໃນການເຊື່ອມໂຍງຊາວກະສິກອນ ແລະ ຜູ້ຂາຍ ຫຼື ຜູ້ບໍລິໂພກ.
ຂໍຂອບໃຈ
ຂໍ້ມູນ : Phakhaolao