ຮູ້ຈັກ ແລະ ດູແລຕົນເອງເມື່່່ອເປັນເບົາຫວານ.

ເບົາຫວານເປັນພະຍາດທີ່ພົບໃນທຸກເພດ ແລະ ສ່ວນໃຫ່ຍພົບໃນຜູ້ສູງອາຍຸ. ເຊິ່ງໃນປະຈຸບັນ ຈໍານວນຂອງຜູ້ສູງອາຍຸເພີ່ມຫຼາຍຂຶ້ນ ຈິ່ງເຮັດໃຫ້ອັດຕາການພົບພະຍາດເບົາຫວານສູງຂຶ້ນເປັນລໍາດັບ.
ເບົາຫວານແມ່ນເກີດມາຈາກຕັບອ່ອນຜະລິດອິນຊູລິນບໍ່ພຽງພໍ ຫຼື ຈຸລັງຮ່າງກາຍບໍ່ຕອບສະຫນອງຢ່າງເຫມາະສົມຕໍ່ອິນຊູລິນທີ່ຜະລິດຢ່າງໃດຢ່າງໜຶ່ງ ນ້ຳຕານທີ່ຖືກດູດຊຶມເຂົ້າສູ່ຮ່າງກາຍຈະຖືກນຳໄປປ່ຽນເປັນພະລັງງານໂດຍການຄວບຄຸມຂອງອິນຊູລິນ. ໃນເມື່ອອິນຊູລິນມີບັນຫາ ເຮັດໃຫ້ບໍ່ສາມາດດຶງນ້ຳຕານໄປໃຊ້ໄດ້ ຈິ່ງມີນ້ຳຕານຕົກຄ້າງຢູ່ໃນກະແສເລືອດຫຼາຍ ໝາກໄຂຫຼັງຈິ່ງຂັບຂອງເສຍອອກມາທາງອາຈົບເບົາ ອັນເປັນເຫດໃຫ້ອາຈົມເບົາ ຫວານນັ້ນເອງ.
ເບົາຫວານແບ່ງອອກເປັນ 3 ປະເພດຕົ້ນຕໍຄື
ເບົາຫວານປະເພດ 1 (ພະຍາດເບົາຫວານປະເພດ mellitus 1) ພົບປະມານ 5% ຂອງຈໍານວນທັງຫມົດ ພົບຫຼາຍໃນເດັກນ້ອຍ ແລະ ໄວຫນຸ່ມ (Juvenile diabetes mellitus) ເກີດຈາກຕັບອ່ອນສ້າງຮໍໂມນອິນຊູລີນໄດ້ໜ້ອຍຜິດປົກກະຕິ ຫຼື ສ້າງບໍ່ໄດ້ເລີຍ ຜູ້ປ່ວຍຈິ່ງຕ້ອງໄດ້ຮັບການຮັກສາດ້ວຍການສັກຢາອິນຊູລິນຕະຫຼອດ ຊີວິດ.
ເບົາຫວານຊະນິດ 2 (Diabetes mellitus type 2) ປົກກະຕິແລ້ວໄດ້ຖືກພົບເຫັນໃນຜູ້ໃຫຍ່ (Adult onset diabetes mellitus), ອາຍຸຫຼາຍກ່ວາ 40 ປີຂຶ້ນໄປ, ໂດຍສະເພາະແມ່ນຄົນອ້ວນ. ເປັນເບົາຫວານທີ່ບໍ່ຈໍາເປັນຕ້ອງເພິ່ງອິນຊູລິນ ແລະ ເປັນຊະນິດທີ່ພົບໄດ້ສູງທີ່ສຸດປະມານ 90-95% ຂອງພະຍາດເບົາຫວານທັງຫມົດ.
ເບົາຫວານຊະນິດ 3 ເບົາຫວານໃນຍິງຖືພາ (Ges tational diabetes mellitus) ພົບໄດ້ປະມານ 2-5% ຂອງເບົາຫວານທັງຫມົດ. ເກີດກັບຍິງຖືພາເຊິ່ງບໍ່ເຄີຍມີປະຫວັດເບົາຫວານມາກ່ອນມີລະດັບນ້ຳຕານໃນເລືອດສູງ.
ປີ 2013 ທົ່ວໂລກມີຜູ້ປ່ວຍເບົາຫວານປະມານ 382 ລ້ານຄົນ ໂດຍມີເບົາຫວານຊະນິດ 2 ໂດຍສູງເຖິງ 90% ຊຶ່ງເທົ່າກັບ 83% ຂອງປະຊາກອນຜູ້ໃຫຍ່. ໂດຍມີອັດຕາເທົ່າກັນຢູ່ໃນຍິງ ແລະ ຊາຍ ປີ 2012 ແລະປີ 2013 ພະຍາດເບົາຫວານເປັນສາເຫດໃຫ້ມີຜູ້ເສຍຊີວິດຂອງ 1.5 ເຖິງ 5.1 ລ້ານຄົນຕໍ່ປີ ເປັນສາເຫດການຕາຍທີ່ສູງທີ່ສຸດ ອັນດັບ 8 ໂດຍລວມແລ້ວ ເບົາຫວານເພີ່ມຄວາມສ່ຽງຂອງການເສຍຊີວິດຢ່າງຫນ້ອຍສອງເທົ່າ. ຈໍານວນຂອງຜູ້ປ່ວຍເບົາຫວານແມ່ນຄາດວ່າຈະເພີ່ມຂຶ້ນເຖິງ 592 ລ້ານຄົນໃນປີ 2035 ມູນຄ່າທາງເສດຖະກິດເບົາຫວານທົ່ວໂລກທີ່ປະເມີນໃນປີ 2013 ຢູ່ທີ່ 548 ຕື້ໂດລາ ແລະ 245 ຕື້ໂດລາສະຫະລັດໃນປີ 2012.
ອາການຂອງເບົາຫວານຫຼັກໆ ແມ່ນນໍ້າໜັກລົດ, ຫິວນໍ້າເລື້ອງໆ ຖ່າຍເບົາເລື້ອຍໆ ແລະ ປະລິມານຫຼາຍ ມີອາການມຶນຕີນມຶນມື ຫຼື ເຈັບຈີດທີ່ປາຍຕີນ ເມື່ອເກີດແຜທີ່ຮ່າງກາຍມັກຈະເຊົາຊ້າ ໂດຍສະເພາະແມ່ນຕີນ. ອາດຈະເກີດອາການສາຍຕາຟາງ, ເຈັບຫົວ, ອ່ອນເພຍ, ຄັນຜິວຫນັງນຳ.
ເບິ່ງແຍງຕົນເອງຍ່າງໃດເມື່ອກວດພົບວ່າເປັນເບົາຫວານ.
- ຮັກສາຄວາມສະອາດ, ໂດຍສະເພາະແມ່ນຕີນ. ລ້າງຕີນໃຫ້ສະອາດ ຫຼີກເວັ້ນອຸປະຕິເຫດທີ່ເກີດແຜຢູ່ຕີນ.
- ຫຼີກລ້ຽງການດື່ມເຫຼົ້າ ແລະ ສູບຢາ, ເນື່ອງຈາກວ່າການສູບຢາເປັນປັດໄຈສ່ຽງຫຼອດເລືອດສ່ວນປາຍຕີນ ເຮັດໃຫ້ເກີດບາດໄດ້ງ່າຍ ແລະ ຫາຍຊ້າ.
- ຫາກພົບວ່າມີບາດຢູ່ຕີນ ແລະ ບາດບໍ່ດີຂຶ້ນພາຍໃນຫນຶ່ງອາທິດ ຄວນຮີບໄປພົບແພດເພື່ອຮັກສາທັນທີ.
** ເບົາຫວານສົ່ງຜົນໃຫ້ຮ່າງກາຍມີພູມຄຸ້ມກັນຕ້ານທານໂຣກຕ່າງໆ ລົດລົງ ຈິ່ງມີໂອກາດ ຕິດເຊື້ອຕ່າງໆໄດ້ງ່າຍ ແລະ ມັກຈະຮຸນແຮງຈົນເຖິງຂັ້ນເສຍຊີວິດໄດ້ ດັ່ງນັ້ນໃນເວລາທີ່ມີການຕິດເຊື້ອ ແລະ ມີໄຂ້ສູງ.ຜູ້ປ່ວຍທຸກຄົນ ຈິ່ງຄວນຮີບໄປພົບແພດພາຍໃນ 1-2 ມື້.
ຂໍຂອບໃຈ
ພາບ : ຂອບໃຈຮູບພາບຈາກ: unsplash.com ແລະ pixabay.com