ເບິ່ງໜັງໂປ້ (AV) ຫຼາຍ ສ່ຽງເຮັດໃຫ້ຄວາມຈຳເສື່ອມ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກວິທະຍາສາດຂອງປະເທດເຢຍລະມັນໄດ້ສຶກສາຮູ້ວ່າ ບຸກຄົນທີ່ມັກເບິ່ງໜັງໂປ້ທາງອອນລາຍ ຫຼື ທາງອິນເຕີເນັດ ມີຄວາມສ່ຽງທີ່ຈະມີຄວາມຈຳສັ້ນ ແລະ ອາດສົ່ງຜົນກະທົບຫຼາຍດ້ານໃນຊີວິດ.
ກຸ່ມນັກວິທະຍາສາດແຫ່ງມະຫາວິທະຍາໄລ "ດຸຍສະບວກສ໌" ຂອງເຢຍລະມັນ ໄດ້ສຶກສາສ່ວນຂອງສະໝອງທີ່ຮັບຜິດຊອບຕໍ່ບົດບາດການເກັບຂໍ້ມູນໃນຈິດໃຈ ແລະ ຕ້ອງໃຊ້ຂໍ້ມູນດັ່ງກ່າວເພື່ອບັນລຸພາລະກິດຕ່າງໆ ທີ່ສຳຄັນຕໍ່ຄວາມເຂົ້າໃຈ, ການໃຊ້ຊີວິດ, ການແກ້ບັນຫາ ແລະ ການຕັດສິນໃຈ, ນັກວິໄຈໄດ້ດຳເນີນການສຶກສາຜູ້ຊາຍ 28 ຄົນ ໂດຍໃຫ້ເບິ່ງຮູບພາບຕ່າງໆລະຫວ່າງ ຮູບໂປ້ເປືອຍ ແລະ ຮູບບໍ່ໂປ້ໃນໄລຍະເວລາຕ່າງໆ. ພົບວ່າພວກເຂົາຈະເກີດຄວາມສັບສົນວ່າ ເຄີຍເບິ່ງຮູບໂປ້ດັ່ງກ່າວຕອນໃດ ຜິດຈາກພາບປົກກະຕິທຳມະດາ ທີ່ພວກເຂົາຈະສາມາດຈື່ໄດ້. ຄົນທີ່ເບິ່ງຮູບປົກກະຕິ ຈະຕອບຄຳຖາມໄດ້ຖືກເຖິງ 80% ທຽບກັບຜູ້ທີ່ເບິ່ງຮູບໂປ້ຈະຕອບຖືກໄດ້ພຽງ 67%.
ດ້ານຜູ້ເຮັດການວິໄຈເປີດເຜີຍວ່າ ການສຶກສາຈະເຮັດໃຫ້ນັກຈິດວິທະຍາເຂົ້າໃຈວ່າເຫດໃດບາງຄົນທີ່ຕິດເບິ່ງຮູບໂປ້ ຈົນລືມນອນ ມັກຈະພາດການນັດໝາຍ, ຄວາມຮັບຜິດຊອບຕໍ່ວຽກງານຕ່ຳ ແລະ ມີບັນຫາດ້ານຄວາມສຳພັນ. ຂະນະທີ່ການສຶກສາກ່ອນໜ້ານີ້ບອກວ່າ ການຕື່ນຕົວທາງເພດຈະຂັດຂວາງລະບົບການເຮັດວຽກງານຂອງຄວາມຈຳ ຊຶ່ງເປັນປັດໄຈສຳຄັນຂອງການເຮັດວຽກງານຕ່າງໆທີ່ສຳຄັນ. ແຕ່ເນື່ອງຈາກການສຶກສານີ້ກະທຳຕໍ່ສະເພາະຜູ້ຊາຍ ຈຶ່ງບໍ່ສາມາດຕອບໄດ້ວ່າ ມັນມີຜົນກະທົບລວມທັງຜູ້ຍິງ ຫຼື ບໍ່.
ການສຶກສາດັ່ງກ່າວນີ້ຖືກຕີພິມໃນວາລະສານ Journal of Sex Research ໃນເດືອນພະຈິກປີ 2012.
ອ້າງອີງ:
ຂໍຂອບໃຈ
ພາບ : freepik