ເປີດວາບສາວງາມຈາກແຂວງຜົ້ງສາລີ "ອາຕ້າ ເພັງຄຳວົງ" ໂຕເຕັງຈາກກອງປະກວດ Miss Tourism Queen Laos 2018

ເປີດໂຕກັນໄປຄົບ 20 ຄົນແລ້ວສໍາລັບກອງປະກວດ Miss Tourism Queen Laos 2018 ທີ່ຈະປະກວດໃຫຍ່ໃນອີກບໍ່ດົນນີ້ເພື່ອເຟັ້ນຫາທູດວັດທະນາທໍາຈາກປະເທດລາວເຂົ້າຮ່ວມປະກວດໃນເວທີໃຫຍ່ລະດັບໂລກຢ່າງ Miss Tourism Queen International 2018
ປີນີ້ເປັນປີທີ່ຄຶກຄື້ນຢູ່ບໍ່ໜ້ອຍ ເຊິ່ງຫລັງຈາກທີ່ທາງປະກວດໄດ້ເປີດໂຕຜູ້ທີ່ຜ່ານເຂົ້າຮອບທັງ 20 ຄົນ 18 ແຂວງໄປເປັນທີ່ຮຽຍຮ້ອຍແລ້ວກໍໄດ້ຮັບຄວາມສົນໃຈຢູ່ບໍ່ໜ້ອຍ ເຊິ່ງໜຶ່ງໃນສາວທີ່ໄດ້ຮັບຄວາມສົນໃຈຫລາຍບໍ່ໜ້ອຍໜ້າໃຜກໍເຫັນຈະເປັນຜູ້ເຂໄ້າປະກວດໝາຍເລກ 14 ທູດວັດທະນາທໍາຈາກແຂວງຜົ້ງສາລີ ນາງ ລາວັນ ເພັງຄຳວົງ ຫລື ອາຕ້າ ອາຍຸ 18 ປີ, ເກີດວັນທີ 03 ກັນຍາ 2000, ນ້ຳໜັກ 46 ກິໂລກຣາມ, ສ່ວນສູງ 167 ຊມ, ສັດສ່ວນ 34-23-35, ປັດຈຸບັນກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ມີຄວາມສາມາດທາງດ້ານການຮ້ອງເພງ ແລະ ສະແດງລະຄອນ.
ສ່ວນແຮງບັນດານໃຈໃນການເຂົ້າປະກວດສາວອາຕ້າໄດ້ບອກກັບພວກເຮົາວ່າຕົນນັ້ນຢາກພັດທະນາໂຕເອງ ແລະ ບ້ານເກີດ, ຢາກເປັນຄູ ແລະ ຢາກສ້າງຕັ້ງສູນພາສາ ໂດຍການມາປະກວດຄັ້ງນີ້ກໍ່ເພື່ອເປີດກ້ວາງແຂວງເກີດຂອງຕົນເອງ ເພື່ອຢາກໃຫ້ຜູ້ຄົນໄດ້ເຫັນສະເໜ່ຂອງຊາວຜົ້ງສາລີບໍ່ວ່າຈະເປັນສຳນຽງທີ່ເປັນເອກະລັກ ລວມເຖິງວັດທະນາທໍາຂອງແຂວງຜົ້ງສາລີ ແລະ ເພິ່ນຍັງບອກອີກວ່າຖ້າໄດ້ຮັບຕຳແໜ່ງ ຈະນຳເອົາຄວາມຮູ້ ແລະ ຮາກຖານຂອງສາວ ຜົ້ງສາລີ ໄປເຜີຍແຜ່ໃຫ້ຕ່າງຊາດໄດ້ຮັບຮູ້.
ເປັນອີກໜຶ່ງສາວທີ່ທີ່ໄດ້ຮັບຄວາມສົນໃຈຈາກກອງເຊຍບໍ່ໜ້ອຍເລີຍ ສໍາລັບໃຜທີ່ມັກ ແລະ ເຊຍສາວອາຕ້າກໍຢ່າລືມສົ່ງກໍາລັງໃຫ້ເພິ່ນກັນແດ່ເດີ້.
ຂໍຂອບໃຈ
ພາບ : Lavanh Phengkhamvong ATah , BossBoss Boss , Miss Tourism Queen Laos