ເຈົ້າພາບວາງ 3 ຍຸດທະສາດ ດຶງຄູເຝິກ-ນັກກີລາ ຊີງໄຊຄົບ 28 ປະເພດ ໃນກີລາແຫ່ງຊາດຄັ້ງທີ 11

ເຈົ້າພາບ ແຂວງຊຽງຂວາງ ວາງ 3 ຍຸດທະສາດ ເພື່ອດຶງຄູເຝິກ ແລະ ນັກກີລາ ເຂົ້າມາຮ່ວມຊີງໄຊຫຼຽນຄຳ ໃຫ້ຄົບ 28 ປະເພດກີລາ ໃນງານມະຫາກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນລະຫວ່າງວັນທີ 11-24 ພະຈິກ 2018. ພ້ອມຕັ້ງເປົ້າ 1 ໃນ 5 ຂອງຕາຕະລາງສະຫຼຸບຫຼຽນໃນຄັ້ງນີ້.
ອີງຕາມການໃຫ້ສຳພາດຂອງ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ຕໍ່ກັບທີມຂ່າວເສດຖະກິດ-ການຄ້າ ໃຫ້ຊາບກ່ຽວກັບຄວາມພ້ອມຂອງກີລາທີຈະເຂົ້າຮ່ວມແຂ່ງຂັນ ວ່າ: ກ່ອນໜ້ານີ້ ແຂວງຊຽງຂວາງ ແມ່ນບໍ່ມີນັກກີລາ ຄົບຖ້ວນໃນຈໍານວນ 28 ປະເພດກີລາ ເພາະພວກເຮົາເຄີຍສົ່ງເຂົ້າຮ່ວມແມ່ນ 14 ຫາ 15 ປະເພດຈາກທັງໝົດ 10 ຄັ້ງທີ່ຜ່ານມາ ແລະ ເຄີຍຍາດໄດ້ຫຼຽນໃນລະດັບກາງໆ. ດັ່ງນັ້ນ, ທາງແຂວງໄດ້ວາງ 3 ຍຸດທະສາດ ປະກອບມີ ໄດ້ເອົາສິ່ງທີ່ມີແລ້ວຄືຂໍຄູເຝິກ ແລະ ນັກກີລາກັບແຂວງທີ່ຮຽກສ່ຽວ ມາເພີ່ມເລື່ອງເຕັກນິກ, ໄດ້ມາຫານໍາກະຊວງ ແລະ ສະຖາບັນການສຶກສາ ແລະ ສໍານັກງານຕ່າງໆ ທີ່ເປັນລູກຫຼານຂອງຊາວຊຽງຂວາງ ທີ່ສະໝັກໃຈມາຮັບໃຊ້ບ້ານເກີດເມືອງນອນ ແລະ ຮຽກຮ້ອງໃນວົງກວ້າງຄື: ທຸກຄົນທີ່ສະໝັກໃຊ້ມາຊ່ວຍແຂວງຊຽງຂວາງ ແລະ ມາເຖິງປັນຈຸບັນນີ້ ປາກົດວ່າ ນັກກີລາຄົບທັງ 28 ປະເພດກີລາ ແລະ ໄດ້ເຂົ້າສູນເຝິກຊ້ອມໄດ້ເຖິງ 7 ຮ້ອຍກວ່າຄົນລວມທັງ ຄະນະ, ຄູເຝິກ ແລະ ນັກກີລາ, ສ່ວນເປົ້າໝາຍແມ່ນອີງໃສ່ຄວາມສາມາດ ແລະ ຄວາມກະຕື້ລືລົ້ນຂອງນັກກີລາແຂວງ ຈະບໍ່ໃຫ້ຫຼຸດທີ 1 ໃນ 5 ຂອງຕາຕະາລາງຄະແນນສະຫຼຸບຫຼຽນ ເພື່ອສ້າງບັນຍາກາດ ເພາະຄັ້ງນີ້ແມ່ນພວກເຮົາເນັ້ນໜັກເລື່ອງການແຂ່ງຂັນກີລາ ເພື່ອບໍ່ໃຫ້ຕໍ່າກວ່າຄັ້ງທີ່ຜ່ານໆມາ.
ພ້ອມກັນນັ້ນ ທ່ານຍັງໄດ້ກ່າວຕື່ມອີກວ່າ: ສ່ວນອີກຄວາມພ້ອມດ້ານໜຶ່ງກໍ່ຄືສະຖານທີ່ຮອງຮັບນັກກີລາ ທີ່ຈະເຂົ້າມາຮ່ວມງານແມ່ນອີງໃສ່ໂຮງຮຽນເປັນຈຸດໜັກເປັນຕົ້ນແມ່ນ ໂຮງຮຽນວິຊາຊີບ, ສະຖາບັນສ້າງຄູ່ ແລະ ໂຮງຮຽນມັດທະຍົມຕົ້ນປາຍ ລວມທັງໝົດມີ 38 ແຫ່ງ ແລະ ສະຖານທີ່ຮັບແຂກທີ່ເຂົ້າມາຮ່ວມງານດັ່ງກ່າວ ພວກເຮົາສາມາຮອງຮັບໄດ້ 6 ພັນຄົນ ໂດຍມີເຮືອນພັນ ແລະ ໂຮງແຮມ ພາຍໃນຕົວເມືອງໂພນສະຫວັນ ແລະ ເມື່ອທີ່ໃກ້ຄຽງເປັນຕົ້ນແມ່ນ ເມືອງຄູນ ແລະ ເມືອງຄໍາ.
ສໍາລັບ ແຂວງຊຽງຂວາງ ໃນງານກີລາແຫ່ງຊາດທີ່ຜ່ານມາ ບໍ່ເຄີຍສົ່ງຮ່ວມຊີງໄຊເຖິງ 20 ປະເພດກີລາຈັກເທື່ອ ແລະ ຄັ້ງທີ 10 ເມື່ອປີ 2014 ທີ່ແຂວງອຸດົມໄຊ ເປັນເຈົ້າພາບ ມີ 25 ປະເພດກີລາ ປະກົດວ່າ: ແຂວງຊຽງຂວາງ ຍາດໄດ້ 9 ຫຼຽນຄໍາ, 17 ຫຼຽນເງິນ ແລະ 48 ຫຼຽນທອງ ຈັດຢູ່ອັນດັບທີ 10 ຂອງຕາຕະລາງຄະແນນສະຫຼຸບຫຼຽນ, ສ່ວນເຈົ້າຄອງຫຼຽນຄໍາເປັນຂອງ ກະຊວງປ້ອງກັນປະເທດ ຍາດໄດ້ 61 ຫຼຽນຄໍາ, 29 ຫຼຽນເງິນ ແລະ 37 ຫຼຽນທອງ.