ລະເບີດຕົກຄ້າງປາງສົງຄາມ ຢູ່ເມືອງບົວລະພາ ແຕກໃສ່ເດັກນ້ອຍເສຍຊີວິດ 2 ຄົນ

ແຫຼ່ງຂ່າວທ້ອງຖິ່ນ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ລາຍງານໃຫ້ຮູ້ໃນວັນທີ 19 ກັນຍາ 2016 ນີ້ວ່າ: ຕອນເຊົ້າເວລາ 10:30 ໂມງ ວັນທີ 18 ກັນຍານີ້ ໄດ້ເກີດອຸບັດຕິເຫດລະເບີດຕົກຄ້າງແຕ່ສະໄໝສົງຄາມ ແຕກໃສ່ເດັກນ້ອຍ 2 ຄົນ ເສຍຊີວິດ.
ທ່ານ ເຄັງ ພະກຸມພົນ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ປະຈຳເມືອງບົວລະພາ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເຫດລະເບີດແຕກແມ່ນຢູ່ບ້ານໜອງບົວ ເມືອງບົວລະພາແຂວງຄຳມ່ວນ ແລະ ນອນຢູ່ໃນເຂດທີ່ໜ່ວຍງານເກັບກູ້ລະເບີດ (ອົງການແມັກ) ທີ່ໄດ້ຈັດຕັ້ງປະຕິບັດມາໄດ້ 5-6 ປີແລ້ວ ແຕ່ເຫດບັງເອີນໄດ້ມີເດັກຊາຍ 2 ຄົນ ອາຍຸ 11 ປີ ແລະ 12 ປີ ໄປຂຸດຈິນາຍໃນເຂດດັ່ງກ່າວ ແລະ ໄດ້ເກີດອຸບັດຕິເຫດລະເບີດແຕກໃສ່ເສຍຊີວິດຄາທີ່ 1 ຄົນ ແລະ ຢູ່ໂຮງໝໍ 1 ຄົນ.
ລູກລະເບີດທີ່ບໍ່ທັນແຕກຕົກຄ້າງແຕ່ປາງສົງຄາມຢູ່ລາວ ຍັງເປັນອຸປະສັກກີດຂວາງໃຫຍ່ຫຼວງແກ່ການພັດທະນາໂຄງລ່າງ ເສດຖະກິດ-ສັງຄົມຂອງ ສປປ ລາວ ອີງຕາມຂໍ້ມູນຂອງຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ນັ້ນ ແຕ່ລະປີມີເດັກນ້ອຍ ແລະ ປະຊາຊົນລາວຫຼາຍຮ້ອຍຄົນ ເສຍຊີວິດ ຫຼື ບໍ່ກໍ່ກາຍເປັນຄົນພິການ ປັດຈຸບັນ ມີບັນດາແຂວງ ເມືອງ ພ້ອມດ້ວຍປະຊາຊົນຈຳນວນຫຼວງຫຼາຍ ທີ່ດຳລົງຊີວິດໃນເຂດສ່ຽງໄພອັນຕະລາຍຈາກລະເບີດບໍ່ທັນແຕກ.