ແທ້ ຫຼື ບໍ່? ກິນຢາ ປາຣາເຊຕາໂມນ ແກ້ເມົາຄ້າງອາດເຖີງຕາຍໄດ້.

ແທ້ ຫຼື ບໍ່? ກິນຢາ ປາຣາເຊຕາໂມນ ແກ້ເມົາຄ້າງອາດເຖີງຕາຍໄດ້.
ຫຼາຍໆຄົນ ຜູ້ທີ່ກໍາລັງອ່ານຢູ່ອາດຈະເຄີຍເກີດອາການເມົາຄ້າງ ຫຼື ເມົາຄ້າງຈາກການດື່ມເຫຼົ້າຫຼາຍໃນຕອນກາງຄືນທີ່ຜ່ານມາ ຕື່ນເຊົ້າມາເກີດອາການປວດຫົວຈົນຕ້ອງເພິ່ງພາຣາເຊຕາໂມນ ແຕ່ເມື່ອມີຂ່າວໃນໂລກອອນລາຍອອກມາບອກວ່າ "ການກິນຢາພາຣາເຊຕາໂມນ ແກ້ອາການເມົາຄ້າງ ອາດເຣັດໃຫ້ເປັນພິດຕໍ່ຕັບຈົນອາດເສຍຊີວິດໄດ້ "Sanook! ສຸຂະພາບ ຈິ່ງຫາຄຳຕອບມາໃຫ້ວ່າ. ແມ່ນຄວາມຈິງຫຼືບໍ່
ພາຣາເຊຕາໂມນ ເຮັດໃຫ້ຕັບເສຍແທ້ ຫຼື ບໍ່?
ຖ້າຫາກກິນຢາພາຣາເຊຕາໂມນໃນປະລິມານຫຼາຍເກີນໄປ ກໍ່ອາດເຮັດຕັບເປັນພິດເຊັ່ນດຽວກັນ ຈະເຫັນໄດ້ວ່າຂ້າງຂວດຂອງຢາພາຣາເຊໂມນ ຫຼື ສະຫຼາກຢາຈະຂຽນວ່າ ຄວນຈະກິນ 1-2 ເມັດ ທຸກໆ 4-6 ຊົ່ວໂມງ ຫຼືສະເພາະເວລາທີ່ມີອາການໄຂ້, ເຈັບຫົວ ແລະ ຫ້າມກິນຕິດຕໍ່ກັນເກີນ 5 ວັນ, ດັ່ງນັ້ນທາງທີ່ດີ ຫາກວ່າທ່ານກິນຢາພາຣາເຊຕາໂມນ 1-2 ມື້ ແລ້ວອາການຍັງບໍ່ດີຂຶ້ນ ຄວນພົບແພດຈະດີທີ່ສຸດ.
ແລ້ວກິນຢາພາຣາເຊຕາໂມນ ຫຼັງຈາກການດື່ມເຫຼົ້າ ເຮັດໃຫ້ຕັບເປັນພິດຈົນເສຍຊີວິດໄດ້ ຫຼື ບໍ່?
ໃນກໍລະນີຂອງການໃຊ້ຢາພາຣາເຊຕາໂມນ ຫຼັງການດື່ມເຫຼົ້າ ພົບວ່າບໍ່ມີຄວາມສໍາພັນໄດໆ ທັງສິ້ນ ດັ່ງກ່າວເຊັ່ນ: ການກິນຢາພາຣາເຊຕາໂມນ ເພື່ອແກ້ໄຂ. ອາການປວດຫົວຫຼັງຈາກອາການເມົາຄ້າງ ບໍ່ ໄດ້ເຮັດໃຫ້ເກີດຕັບເປັນພິດ ຫລື ເກີດມີອາການຜິດປົກກະຕິໄດໆ ຈົນເຮັດໃຫ້ເສຍຊີວິດຢ່າງທີ່ບາງຄົນເຂົ້າໃຈ. ເພາະບໍ່ໄດ້ກິນຢາເປັນເວລາດົນໆ ຫຼື ຈຳນວນເມັດທີ່ຫຼາຍກ່ວາ ສອງ ເມັດຂຶ້ນໄປ ກໍ່ບໍ່ໄດ້ສົ່ງຜົນເສຍຕໍ່ຮ່າງກາຍແຕ່ຢ່າງໃດ.
ວິທີກິນຢາພາຣາເຊຕາໂມນໃຫ້ຖືກວິທີ.
ກິນຄັ້ງລະ 1 ເມັດ ກໍ່ອາດຈະພຽງພໍ ບໍ່ຈໍາເປັນຕ້ອງກິນ 2 ເມັດໃນທຸກໆຄັ້ງທີ່ກິນ (ເວັ້ນແຕ່ວ່າຫາກປວດຫົວໄມເກຣນ ກໍ່ອາດຈະຕ້ອງປ່ຽນຕົວຢາ) ແລະ ນອກຈາກນີ້ການດື່ມນ້ຳຫຼາຍໆ. ຫ້າມກິນຢາກັບເຄື່ອງດື່ມອື່ນໆ ທີ່ບໍ່ແມ່ນນ້ຳລ້າໆ ພັກຜ່ອນໃຫ້ພຽງພໍ ຫາກບໍ່ມີອາການປວດຫົວ ຫຼື ເລີ່ມມີໄຂ້ຂຶ້ນສູງອີກຄັ້ງ ກໍ່ບໍ່ຈໍາເປັນຕ້ອງກິນຢາພາຣາເຊຕາໂມນຕໍ່ຈົນໝົດກໍ່ໄດ້. ແຕ່ຖ້າຫາກກິນຢາແລ້ວອາການດີຂຶ້ນຫຼັງຈາກການກິນຢາ ພໍແຕ່ຢາໝົດລິດອາການກໍ່ກັບມາອີກເປັນເວລາຫຼາຍວັນ. ຄວນຢຸດກິນຢາທັນທີແລ້ວຣີບໄປຫາ ແພດດີກວ່າ.
ຂໍຂອບໃຈ
ຂໍ້ມູນ : Facebook Page (Drama-Addict, pharmacy.mahidol.ac.th)
ພາບ : Istockphoto