"ຊີວອນ" ກ່າວ ເສຍໃຈທີ່ບໍ່ໄດ້ເດີນທາງມາຊ່ວຍເຫຼືອຜູ້ປະສົບໄພຢູ່ລາວ ພ້ອມສົ່ງກຳລັງໃຈໃຫ້ທຸກຄົນ

ຊະເວ ຊີວອນ ນັກຮ້ອງໜຶ່ງໃນສະມາຊິກວົງ Super Junior ຈາກເກົາຫຼີໃຕ້ ເຊິ່ງເປັນອາສາສະໝັກຂອງອົງການ Unicef ໄດ້ອອກມາກ່າວສະແດງຄວາມເສຍໃຈ ຫຼັງຈາກທີ່ມີຂ່າວອອກມາວ່າໜຸ່ມສິລະປິນດັງຄົນດັ່ງກ່າວນີ້ຈະເດີນທາງມາຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ອັດຕະປື ແຕ່ບໍ່ແມ່ນຄວາມຈິງ.
ຊີວອນ ໄດ້ໂພສຂໍ້ຄວາມພ້ອມຮູບພາບໃນບັນຊີທະວິດເຕີສ່ວນຕົວລະບຸວ່າ "ເຖິງແຟນໆຊາວລາວທີ່ຮັກ. ດັ່ງທີ່ພວກເຈົ້າຮູ້ແລ້ວວ່າ ຂ້ອຍມາປະເທດໄທເພື່ອເຄື່ອນໄຫວໂຄງການໃໝ່ຂອງອົງການ Unicef. ຂ້ອຍເສຍໃຈຫຼາຍທີ່ຂ້ອຍບໍ່ສາມາດເດີນທາງມາປະເທດລາວໄດ້ໃນຄັ້ງນີ້. ຂ້ອຍຂໍສົ່ງແຮງໃຈ ແລະ ອວຍພອນໃຫ້ກັບປະຊາຊົນຊາວລາວທຸກຄົນ. ຂ້ອຍຫວັງເປັນຢ່າງຍິ່ງວ່າ ຈະໄດ້ພົບກັບທຸກໆຄົນຢູ່ລາວໃນໄວໆນີ້. ດ້ວຍຮັກ".
ພ້ອມກັນນັ້ນ ໃນເວລາຕໍ່ມາ ຊີວອນ ຍັງໄດ້ໂພສຮູບອີກໜຶ່ງຮູບ ເຊິ່ງເປັນຮູບຂອງຕົນເອງຖ່າຍຄູ່ກັບຫຸ່ນຮູບມ້າທີ່ມີສະໄປເດີແມນຢູ່ເທິງຫຼັງ ແລະ ຂໍ້ຄວາມທີ່ລະບຸວ່າ "ນີ້ແມ່ນຂອງຂວັນຈາກຂ້ອຍສຳລັບແຟນໆຊາວລາວ. ຂໍໃຫ້ມີຄວາມສຸກ".
ທັງນີ້ ກ່ອນໜ້າການໂພສຂໍ້ຄວາມດັ່ງກ່າວ ມີຂ່າວລືອອກມາໃນສື່ສັງຄົມອອນລາຍວ່າ ຊີວອນ ຈະເດີນທາງມາທີ່ອັດຕະປືເພື່ອເປັນອາສາສະໝັກຊ່ວຍເຫຼືອຜູ້ແະສົບໄພນໍ້າຖ້ວມທີ່ແຂວງອັດຕະປືໃນນາມຂອງອົງການ Unicef. ແຕ່ພາຍຫຼັງທາງອົງການ Unicef ປະຈຳປະເທດໄທ ໄດ້ອອກມາແຍ້ງວ່າ ຂ່າວລືດັ່ງກ່າວບໍ່ເປັນຄວາມຈິງ ແລະ ຊີວອນ ບໍ່ມີແຜນທີ່ຈະເດີນທາງໄປອັດຕະປືແຕ່ຢ່າງໃດ.