ເຄັດລັບງ່າຍໆ ຫ່າງໄກ"ພະຍາດໝາກໄຂ່ຫຼັງ", ເຮັດໄດ້ແຂງແຮງແນ່ນອນ.

ເຄັດລັບງ່າຍໆ ຫ່າງໄກ"ພະຍາດໝາກໄຂ່ຫຼັງ", ເຮັດໄດ້ແຂງແຮງແນ່ນອນ.
ທ່ານ ດຣ ສຸພັນ ສິທຳມາ ອະທິບໍດີການແພດກ່າວວ່າ ຫມາກໄຂ່ຫຼັງແມ່ນອະໄວຍະວະທີ່ສໍາຄັນຕໍ່ລະບົບຂັບຖ່າຍອາຈົມເປົາ, ຮູບຮ່າງຄ້າຍເມັດຖົ່ວແດງຂະຫນາດເທົ່າກຳປັ້ນມີ 2 ຂ້າງ. ຢູ່ດ້ານຫຼັງບໍລິເວນແອວ. ຫມາກໄຂ່ຫຼັງຮັບໜ້າທີ່ຂັບຖ່າຍສິ່ງເສດເຫຼືອອອກຈາກຮ່າງກາຍ, ສ້າງສານທີ່ມີປະໂຫຍດຈົນຄວບຄຸມສົມດຸນຂອງນ້ຳ ແລະ ເກືອແຮ່ໃນຮ່າງກາຍ ແລະ ຊ່ວຍຂັບຖ່າຍສານແປກປອ ມທີ່ຮ່າງກາຍຮັບມາ ຫາກວ່າຫມາກໄຂ່ຫຼັງມີຄວາມຜິດປົກກະຕິ ການເຮັດວຽກບໍ່ເຕັມທີ່ ສິ່ງເສດເຫຼືອຕ່າງໆຈະສະສົມ ແລະ ຄັ່ງຄ້າງຈົນເກີດອັນຕະລາຍຕໍ່ຮ່າງກາຍໄດ້.
ຜູ້ປ່ວຍເປັນພະຍາດຫມາກໄຂ່ໃນໄລຍະຕົ້ນມັກຈະບໍ່ມີອາການໄດໆ. ເນື່ອງຈາກຫມາກໄຂ່ຫຼັງສາມາດປັບການເຮັດວຽກໃຫ້ສົມດຸນໄດ້ ເຖິງແມ່ນວ່າເຫຼືອພຽງແຕ່ 50 ເປີເຊັນຈາກປົກກະຕິ ແຕ່ເມື່ອໃດທີ່ການທໍາງານຂອງຫມາກໄຂ່ຫຼັງຫຼຸດລົງ 25 ເປີເຊັນ ມັນຈະເລີ່ມສະແດງໃຫ້ເຫັນອາການຕ່ງໆເຊັ່ນ: ອ່ອນເພຍ, ເມື່່ອຍງ່າຍ, ເບື່ອອາຫານ, ຄັນຕາມຕົວ, ບວມຕາມໃບຫນ້າ, ຈືດ, ຖ່າຍເບົາຫຼາຍໃນຕອນກາງຄືນ ສະນັ້ນຈິ່ງຄວນກວດສຸຂະພາບປະຈໍາປີເພື່ອຄັດກອງພະຍາດໝາກໄຂຫຼັງໃນເບື້ອງຕົ້ນ. ໂດຍສະເພາະແມ່ນຜູ້ທີ່ມີປັດໄຈສ່ຽງຕໍ່ພະຍາດຫມາກໄຂ່ຫຼັງ ເຊັ່ນ ອາຍຸສູງກ່ວາ 60 ປີ, ຜູ້ປ່ວຍຄວາມດັນໂລຫິດສູງ, ຜູ້ປ່ວຍຫຼອດເລືອດຫົວໃຈ, ພະຍາດຫຼອດເລືອດສະໝອງ ຫຼື ພະຍາດຫຼອດເລືອດອື່ນໆ. ຜູ້ປ່ວຍພະຍາດເບົາຫວານ, ຜູ້ປ່ວຍຂໍ້ປະດົງ ມີປະຫວັດສະມາຊິກໃນຄອບຄົວເປັນພະຍາດເບົາຫວານ ຜູ້ປ່ວຍພະຍາດທໍ່ສົ່ງອາຈົມເປົາຊ້ຳໆ ຫຼາຍໆ ຄັ້ງ ແລະ ຜູ້ປ່ວຍທີ່ກິນຢາບາງຊະນິດ ເຊັ່ນ: ຢາແກ້ປວດທີ່ບໍ່ແມ່ນສະເຕີຣອຍ ຫຼື ສຳພັດສານເຄມີບາງຊະນິດຕິດຕໍ່ກັນເປັນເວລາດົນ. ຫາກຜູ້ປ່ວຍພະຍາດຫມາກໄຂ່ຫຼັງຮູ້ຈັກຮັກສາໝາກໄຂ່ຫຼັງຈະເຮັດໃຫ້ຊີວິດຍືນຍາວໂດຍບໍ່ຕ້ອງເຂົ້າສູ່ຂະບວນການການລ້າງໝາກໄຂ່ຫຼັງ ຟອກເລືອດ ແລະ ປູກຖ່າຍໝາກໄຂ່ຫຼັງ
ຫຼັກການສຳຄັນທີ່ຊ່ວຍໃຫ້ຫຼຸດຜ່ອນການເຊື່ອມຂອງຫມາກໄຂ່ຫຼັງໄດ້ແກ່ ຄວບຄຸມຄວາມດັນເລືອດໂລຫິດໃຫ້ຢູ່ໃນລະດັບປົກກະຕິຄື ລະດັບປົກກະຕິ 130/80 ມິນລີເມດ, ຄວບຄຸມລະດັບນ້ໍາຕານໂດຍສະເພາະຜູ້ເປັນພະຍາດເບົາຫວານ ຄວບຄຸມ ແລະ ຫຼີກລຽ້ງອາຫານປະເພດໂປຼຕີນຈາກເນື້ອສັດ. ເຄື່ອງໃນສັດ ເພື່ອບໍ່ໃຫ້ລະດັບຂອງເສຍໃນຮ່າງກາຍເພີ່ມຂຶ້ນ ຄວນກິນໂປຣຕິນຈາກເນື້ອປາ ແລະ ໄຂ່ຂາວ ເພາະຊ່ວຍຍ່ອຍງາຍ ແລະ ມີຄຸນຄ່າໃນອາຫານສູງ ຫຼີກລ້ຽງອາຫານເຄັມທຸກຊະນິດ ລວມເຖີງອາຫານໝັກດອງ ແລະ ອາຫານສຳເລັດຮູບ ຂະໜົມປະເພດຈືນທອດຕ່າງໆ.
ໂດຍສະເພາະແມ່ນຜູ້ທີ່ມີຄວາມດັນເລືອດສູງ ແລະ ອາການບວມ ຫລີກລ້ຽງອາຫານປະເພດໄຂມັນ, ເຊັ່ນ:ກະທິ, ຊີ້ນຕິດມັນ, ໄຂ່ແດງ, ອາຫານທະເລ ເປັນຕົ້ນ ເຊິ່່ງຖ້າຫາກວ່າໄຂມັນໃນເລືອດສູງຈະເຮັດໃຫ້ເສັ້ນເລືອດແດງແຂງຕົວ ແລະ ເປັນອັນຕະລາຍຕໍ່ຫມາກໄຂ່ຫລັງ, ຢຸດເຊົາການສູບຢາ, ອອກກໍາລັງກາຍແບບເບົາໆ ແລະ ບໍ່ເມື່່ອຍເກີນໄປເຊັ່ນ: ຍ່າງ, ບໍລິຫານຮ່າງກາຍຢູ່ກັບທີ່ຈະຊ່ວຍໃຫ້ການໄຫຼວຽນເລືອດດີຂຶ້ນ.
ຄວນປັບປ່ຽນພຶດຕິກຳຂອງການບໍລິໂພກອາຫານ ເລືອກກິນອາຫານທີ່ມີປະໂຫຍດ ງົດອາຫານຫວານ, ມັນ, ເຄັມ, ດື່່ມນ້ຳສະອາດວັນລະ 8 -10 ແກ້ວ. ອອກກໍາລັງກາຍເປັນປົກກະຕິ. ບໍ່ຊື້ຢາກິນເອງ ຫຼີກລຽ້ງປັດໃຈສ່ຽງທີ່ສຳຄັນທີ່ເຮັດໃຫ້ເກີດພະຍາດເບົາຫວານ ແລະ ຄວາມດັນເລືອດສູງ, ເຊິ່ງເປັນສາເຫດທີ່ພາໃຫ້ເປັນພະຍາດຫມາກໄຂ່ຫຼັງ.
ຂອບໃຈເນື້ອຫາຈາກ ກົມການແພດ