ກະຊວງແຜນການ ແລະ ການລົງທຶນ ຫາລືປັບປຸງຕົວຊີ້ວັດການປົກປ້ອງຜູ້ລົງທຶນ ແລະ ການຈ່າຍອາກອນ

ເພື່ອປັບປຸງຕົວຊີ້ວັດ ການປົກປ້ອງຜູ້ລົງທຶນ ຜູ້ຖືຮຸ້ນຂະໜາດນ້ອຍ ແລະ ຕົວຊີ້ວັດການຈ່າຍອາກອນ ແລະ ປືກສາຫາລືກ່ຽວກັບການປັປຸງກົນໄກການປະສານງານຂອງບັນດາຂະແໜງການຕ່າງໆຕາມຄຳສັ່ງຂອງນາຍົກລັດຖະມົນຕີ ໃນການດຳເນີນທຸກລະກິດຢູ່ລາວ ກະຊວງແຜນການ ແລະ ການລົງທຶນ ຈັດກອງປະຊຸມວິຊາການຂຶ້ນ ໃນວັນທີ 12 ກໍລະກົດ 2018 ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີຫົວໜ້າກົມ ຮອງກົມ ຜູ້ຕາງໜ້າຈາກບັນດາກະຊວງ ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາລຽນ ພົນເສລາ ໄດ້ກ່າວວ່າ: ເພື່ອຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ກະຊວງແຜນການ ແລະ ການລົງທຶນ ແລະ ບັນດາຂະແໜງການກ່ຽວຂ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະຕິບັດມາດຕະການທີ່ໄດ້ລະບຸໄວ້ໃນຄຳສັ່ງດັ່ງກ່າວ ໂດຍອີງໃສ່ການປັບປຸງ 10 ຕົວຊີ້ວັດໃນການດຳເນີນທຸລະກິດຢູ່ລາວໃຫ້ດີຂຶ້ນ ເຊິ່ງຜູ້ເຂົ້າຮ່ວມໄດ້ປືກສາຫາກັນລະຫວ່າງຂະແໜງການທີ່ກ່ຽວຂ້ອງໃນວຽກງານການປົກປ້ອງຜູ້ລົງທຶນ ຜູ້ຖືຮຸ້ນຂະໜາດນ້ອຍ ແລະ ຕົວຊີ້ວັດການຈ່າຍອາກອນ ໂດຍໄດ້ມີການທົບທວນຄືນກົດໝາຍ ແລະ ບັນດານິຕິກຳລຸ່ມກົດໝາຍເປັນຕົ້ນ ກົດໝາຍຫຼັກຊັບ ເຊິ່ງຄາດວ່າຄະນະຄຸ້ມຄອງຕະຫຼາດຫຼັກຊັບຈະໄດ້ນຳສະເໜີຢູ່ກອງປະຊຸມສະພາແຫ່ງຊາດ ໃນທ້າຍປີ 2018 ພ້ອມນີ້ຫຼັກການຄຸ້ມຄອງບໍລິຫານຕະຫຼາດຫຼັກຊັບລາວ ກໍ່ຄາດວ່າຈະສໍາເລັດ ແລະ ນຳໄປຜ່ານການຮັບຮອງຈາກຄະນະກຳມະການຄຸ້ມຄອງຕະຫຼາດຫຼັກຊັບລາວໃນທ້າຍເດືອນກັນຍານີ້.
ນອກນັ້ນ ກອງປະຊຸມຍັງໄດ້ຫາລືການຊໍາລະອາກອນແບບງ່າຍດາຍໃນນັ້ນ ໄດ້ລົງເລີກກໍານົດເວລາໃນການເສຍອາກອນຕ່າງໆ ເປັນຕົ້ນອາກອນກຳໄລຜູ້ປະກອນການ ສະເໜີການຂໍເສຍອາກອນກຳໄລຂອງທຸກໆປີ ແລະ ຄວາມສາ ມາດໃນການໄລ່ລຽງກຳໄລໃຫ້ໄດ້ຖືກຕ້ອງຫຼັງຈາກປີດບັນຊີທ້າຍປີ ແນໃສ່ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ແລະ ສາມາດຊຳລະອາກອນໂດຍຜ່ານລະບົບອອນລາຍໄດ້ງ່າຍຂຶ້ນ.