ມາເບິ່ງກັນວ່າ ມີແອັບໃດແດ່ໃນມືຖື ທີ່ "ຍິ່ງໃຊ້ດົນ ຊີວິດຍິ່ງເປັນທຸກ"

ມີລາຍງານຜົນວິໄຈຈາກ Center for Humane Technology ຈາກການລວບລວມຂໍ້ມູນຜ່ານແອັບພຼິເຄຊັນ Moment (ແອັບຕິດຕາມເວລາໃຊ້ງານແອັບຕ່າງໆໃນສະມາດໂຟນ).
ໂດຍສຳຫຼວດຈາກຜູ້ໃຊ້ໄອໂຟນ 2 ແສນລາຍໃນສະຫະລັດອາເມລິກາ ຈົນໄດ້ຂໍ້ສະຫຼຸບພົບລາຍຊື່ແອັບ ທີ່ເຂົ້າຂ່າຍສ້າງຄວາມສຸກ ແລະຄວາມທຸກໄດ້ທຽບກັບປັດໄຈຄື ໄລຍະເວລາທີ່ໃຊ້ງານ ເຊິ່ງ Kevin Holesh ຜູ້ອອກແບບແອັບ Moment ໄດ້ລະບຸທິດສະດີ happiness breaking point ຫຼື ໄລຍະເວລາທີ່ພໍດີສຳລັບການໃຊ້ແອັບນັ້ນໆ ທີ່ຫາກຫຼາຍເກີນໄປມັນຈະປ່ຽນຄວາມສຸກເປັນຄວາມທຸກໄດ້.
ສຳລັບແອັບທີ່ຖືກລະບຸວ່າສ້າງຄວາມສຸກໄດ້ຫຼາຍທີ່ສຸດເມື່ອໃຊ້ໄປດົນໆປະກອບມີ: Calm, Amazon Music, Audible ແລະແອັບພະຍາກອນອາກາດ. ຂະນະດຽວກັນແອັບ ທີ່ຖືກລະບຸວ່າຍິ່ງໃຊ້ເປັນໄລຍະເວລາດົນເທົ່າໃດ ຍິ່ງຮູ້ສຶກບໍ່ມີຄວາມສຸກໄດ້ແກ່ແອັບຢ່າງ Reddit, Candy Crush Saga, Grindr, ລວມທັງ Facebook ເຊິ່ງຜົນສຳຫຼວດລະບຸວ່າຄ່າສະເລ່ຍທີ່ຜູ້ໃຊ້ຈະມີຄວາມສຸກຢູ່ທີ່ 20 ນາທີຕໍ່ມື້ ແລະຫາກໃຊ້ Facebook ເປັນເວລາດົນກວ່າ 40 ນາທີຕໍ່ມື້ ຈະເຮັດໃຫ້ຜູ້ໃຊ້ມີທ່າອ່ຽງຈະບໍ່ມີຄວາມສຸກ ສອດຄ່ອງກັບຜົນວິໄຈຈາກ Cornell University ໃນປີ 2013 ທີ່ພົບວ່າ ປະຊາຊົນຊາວຈີນທີ່ຫຼິ້ນໂຊຊຽວສ່ວນໃຫຍ່ມີແນວໂນ້ມຈະສະແດງຄວາມຮຸນແຮງໄດ້ງ່າຍກວ່າປົກກະຕິຫາກໃຊ້ເວລາກັບ Weibo ຫຼາຍເກີນໄປ.
ຂໍຂອບໃຈ
ຂໍ້ມູນ : Beartai