ບໍ່ເອົາເອງ! ຜູ້ຊ່ຽວຊານເຜີຍ ຜີແດງ-ເປແອສເຊ ເຄີຍປະຕິເສດເຊັນ "ໂຣນັນໂດ" ເຖິງວ່າຊຸດຂາວຈະສະເໜີໃຫ້

ແມນເຊສເຕີ ຢູໄນເຕັດ ແລະ ປາຣີສ ແຊງ-ແຊກແມັງ ໄດ້ປະຕິເສດໂອກາດທີ່ຈະເຊັນ ຄຣິສເຕຍໂນ ໂຣນັນໂດ ຈາກ ເຣອັນ ມາດຣິດ ຈາກການເປີດເຜີຍຂອງ ກິແຢມ ບາລາເກ້.
ໂດຍກູຣູບານເຕະສະເປນແຫ່ງ ສະກາຍສະປອດ ເຊື່ອວ່າ ທັງ ເປແອສເຊ ແລະ ຜີແດງ ມີສິດທີ່ຈະເຊັນ ໂຣນັນໂດ ເຂົ້າທີມ ແຕ່ສຸດທ້າຍແລ້ວກໍປ່ອຍໃຫ້ ຢູເວນຕຸສ ໄປ.
"ຢູເວນຕຸສ ເປັນທີມດຽວທີ່ຍື່ນຂໍ້ສະເໜີໃຫ້ ເຣອັນ ມາດຣິດ. ພຽງແຕ່ທີມດຽວແທ້ ໆ" ບາລາເກ້ກ່າວ. "ບໍ່ມີທີມອື່ນຍື່ນເຂົ້າມາແມ່ນແຕ່ລາຍດຽວ".
"ທັງ ເປແອສເຊ ແລະ ແມນເຊສເຕີ ຢູໄນເຕັດ ເອງນັ້ນເຄີຍຖືກຍື່ນຂໍ້ສະເໜີໃນການຊື້ນັກເຕະລາຍນີ້ທັງໃນຊຳເມີນີ້ລວມທັງປີກ່ອນ ແຕ່ກໍປະຕິເສດໄປ".
ຂະນະທີ່ດາວເຕະໄວ 33 ກໍໄດ້ເຊັນສັນຍາກັບ ຢູເວນຕຸສ ດ້ວຍຄ່າໂຕເກືອບ 100 ລ້ານຢູໂຣ ຫຼັງຍ້າຍເຂົ້າຮັງ ລາຊັນຊຸດຂາວ ຈາກ ແມນເຊສເຕີ ຢູໄນເຕັດ ເມື່ອປີ 2008 ນັ້ນເອງ.
ຂໍຂອບໃຈ
ຂໍ້ມູນ : 90min